Select your language

ໃນຕອນເຊົ້າ ວັນທີ 6 ຕຸລາ 2023 ຄະນະສຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບຊຸດຮຽນ 2019-2023, ເປີດສົກຮຽນໃໝ່ 2023-2024 ແລະສະເຫຼີມ-ສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເປັນປະທານຂອງທ່ານ ຮສ. ປອ. ສີຖານ ສຸຂະວົງ ຄະນະບໍດີ ຄສສ, ມີບັນດາທ່ານຮອງຄະນະບໍດີ, ມີບັນດາທ່ານແຂກທີ່ຖືກເຊີນ, ບັນດາພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

          ໃນໂອກາດນີ້, ທ່ານ ຮສ.ປອ. ຄໍາແສງ ທະລັງສີ ຮອງຄະນະບໍດີ ຄສສ ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການສຶກສາລະດັບປະລິນຍາຕີ ຊຸດສຶກສາ 2019-2023  ແລະປະລິນຍາໂທ ຊຸດສຶກສາ 2021-2023  ເຊິ່ງທ່ານໃຫ້ຮູ້ວ່າ: ຄະນະສຶກສາສາດ ປະກອບມີ 6 ພາກວິຊາ, 6 ພະແນກ ແລະ 3ໂຮງຮຽນສາທິດ. ໄດ້ຈັດການຮຽນ-ການສອນແຕ່ລະດັບສາມັນສຶກສາ (ອະນຸບານ ຮອດມັດທະຍົມ ປີທີ 7) ແລະວິຊາຊີບ (ລະດັບປະລິນຍາຕີ ຮອດປະລິນຍາເອກ). ມີພະນັກງານ, ຄູ-ອາຈານ ທັງໝົດ 208 ທ່ານ, ຍິງ 140 ທ່ານ. ມີນັກສຶກສາ ໃນສົກສຶກສາ 2022-2023 ລວມທັງໝົດ ຈໍານວນ 3.919 ຄົນ, ຍິງ 2.165 ຄົນ ໃນນັ້ນ ມີນັກສຶກສາປະລິນຍາເອກ 7 ຄົນ, ຍິງ 5 ຄົນ, ນັກສຶກສາ ປະລິນຍາໂທ 94 ຄົນ, ຍິງ 36 ຄົນ, ນັກສຶກສາປະລິນຍາຕີ 510 ຄົນ, ຍິງ 383 ຄົນ, ນັກຮຽນໂຮງຮຽນມັດທະຍົມສຶກສາສົມບູນ ສາທິດ ຈໍານວນ 2.030 ຄົນ, ຍິງ 1.093 ຄົນ, ນັກຮຽນ ປະຖົມສຶກສາສົມບູນ ສາທິດ ຈໍານວນ 862 ຄົນ, ຍິງ 444 ຄົນ ແລະນັກຮຽນເຮືອນລ້ຽງເດັກ ແລະອານຸບານ ສາທິດ ຈໍານວນ 416 ຄົນ, ຍິງ 235 ຄົນ.

          ສໍາລັບນັກສຶກສາທີ່ຈົບໃນສົກສຶກສານີ້ ມີຈໍານວນທັງໝົດ 260 ຄົນ ຍິງ 178 ຄົນ ໃນນັ້ນ ມີນັກສຶກສາລະດັບປະລິນຍາໂທ ຈໍານວນ 43 ຄົນ, ຍິງ 21 ຄົນ, ນັກສຶກສາລະດັບປະລິນຍາຕີ ຈໍານວນ 217 ຄົນ, ຍິງ 157 ຄົນ. ໃນນັ້ນ ນັກສຶກສາລະດັບປະລິນຍາຕີໄດ້ຮັບກຽດນິຍົມ ຈໍານວນ 11 ຄົນ, ຍິງ 8 ຄົນ.

          ໃນວາລະດຽວກັນ ໄດ້ມີພິທີສະເຫຼີມ-ສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 29 ປີ ( 7 ຕຸລາ 1994 - 7 ຕຸລາ 2023) ເຊິ່ງຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງປະຫວັດວັນຄູແຫ່ງຊາດ ແລະບົດກອນອວຍພອນວັນຄູຈາກຕ່າງໜ້ານັກສຶກສາທີ່ຂຶ້ນມາອວຍພອນວັນຄູເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີອີກດ້ວຍ.

ພາບບັນຍາກາດ