Select your language

ໃນວັນທີ 6 ຕຸລາ 2023 ນີ້, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ), ຈັດພິທີສະຫຼຸບຊຸດຮຽນ ປະຈຳສົກສຶກສາ 2022-2023 ແລະຜ່ານແຜນການສົກສຶກສາ 2023-2024 ທີ່ຫ້ອງປະຊຸມຂອງຄະນະ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄນລ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທີ່ສຳເລັດການສຶກສາ ແລະຕົວແທນນັກສຶກສາຄະນະດັ່ງກ່າວ ເຂົ້າຮ່ວມ.

ໃນທີ່ປະຊຸມ, ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2022-2023, ເປີດສົກຮຽນໃໝ່ ສົກສຶກສາ 2023-2024 ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຄນລ ເປັນ 1 ໃນ 13 ຄະນະວິຊາ ຂອງ ມຊ ມີພາລະບົດບາດໃນການກໍ່ສ້າງນັກວິຊາການທາງດ້ານກົດໝາຍ, ການປົກຄອງ ແລະ ການຕ່າງປະເທດ ໃນລະດັບປະລິນຍາຕີ ແລະປະລິນຍາໂທ ເພື່ອຕອບສະໜອງນັກວິຊາການຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ, ຮອດສົກສຶກສາ 2022-2023 ຄນລ ສາມາດກໍ່ສ້າງນັກວິຊາການລະດັບປະລິນຍາຕີໄດ້ເຖິງ 27 ຮຸ່ນ ແລະ ລະດັບປະລິນຍາໂທ ສາຂານິຕິສາດໄດ້ 13 ຮຸ່ນ, ປະລິນຍາໂທ ສາຂາກົດໝາຍປົກຄອງ 9 ຮຸ່ນ, ປະລິນຍາໂທ ສາຂາກົດໝາຍ ທຸລະກິດ 7 ຮຸ່ນ ແລະ ປະລິນຍາໂທ ສາຂາກົດໝາຍ ສາກົນ 3 ຮຸ່ນ; ປັດຈຸບັນ ຄນລ ມີພະນັກງານ, ຄູ-ອາຈານ ທັງໝົດ 91 ຄົນ ຍິງ 39 ຄົນ; ໃນນີ້ມີວຸດທິການສຶກສາລະດັບປະລິນຍາເອກ  9 ທ່ານ, ຍິງ 2 ທ່ານ, ປະລິນຍາໂທມີ 65 ທ່ານ, ຍິງ 26 ທ່ານ, ລະດັບປະລິນຍາຕີ 15 ທ່ານ, ຍິງ 9 ທ່ານ ແລະອື່ນໆ 4 ທ່ານ; ມີນັກສຶກສາທັງໝົດ 1,350 ຄົນ, ຍິງ 737 ຄົນ, ໃນນັ້ນ ມີນັກສຶກສາ ປະລິນຍາຕີ 1,197 ຄົນ, ຍິງ 698 ຄົນ ແລະ ນັກສຶກສາປະລິນຍາໂທ 153 ຄົນ,​ ຍິງ 39 ຄົນ.

ສົກສຶກສາ 2022-2023 ນີ້ ຄນລ ມີນັກສຶກສາສຳເລັດການສຶກສາທັງໝົດ 253 ຄົນ, ຍິງ 150 ຄົນ, ໃນນັ້ນ ເປັນນັກສຶກສາ ລະດັບປະລິນຍາໂທ ຈຳນວນ 10 ຄົນ, ນັກສຶກສາ ລະດັບປະລິນຍາຕີ 243 ຄົນ, ຍິງ 150 ຄົນ. ພິເສດໃນຊຸດຮຽນນີ້ ມີນັກສຶກສາ ໄດ້ຮັບປະກາສະນີຍະບັດ ກຽດນິຍົມ (ໃບປະກາດແດງ)  ຈໍານວນ 17 ຄົນ, ຍິງ 12 ຄົນ (ພາກວິຊາກົດໝາຍອາຍາ ຈໍານວນ 2 ຄົນ, ຍິງ 1 ຄົນ; ພາກວິຊາກົດໝາຍປົກຄອງ ຈໍານວນ 2 ຄົນ, ຍິງ 1 ຄົນ ແລະ ພາກວິຊາ ກົດໝາຍພົວພັນສາກົນ ຈໍານວນ 13 ຄົນ, ຍິງ 10 ຄົນ) ໜຶ່ງໃນຈຳນວນນັກສຶກສາ ໄດ້ຮັບປະກາສະນີຍະບັດກຽດນິຍົມ ໄດ້ຮັບຄະແນນເຖິງ 3.99 ທີ່ສຶກສາຢູ່ພາກວິຊາພົວພັນສາກົນ ໄດ້ຄະແນນສູງສຸດ ແລະກາຍເປັນສະຖິຕິໃໝ່ຂອງນັກສຶກສາ ມຊ.

         ໃນສົກສຶກສາຜ່ານມາ ຄນລ ມີຜົນງານພົ້ນເດັ່ນຫຼາຍດ້ານເປັນຕົ້ນແມ່ນ ໄດ້ສຳເລັດການປະເມີນຫຼັກສູດທັງ 5 ສາຂາ ຕາມມາດຕະຖານ ຄຸນນະພາບຂອງເຄືອຂ່າຍມະຫາວິທະຍາໄລອາຊຽນ (ແບບອອນລາຍ) ຈໍານວນ 2 ຄັ້ງ ຄື: ຄັ້ງທີ 246 ໃນເດືອນ ກຸມພາ ປີ2022 ແລະ ຄັ້ງທີ 249 ເຊິ່ງ 2 ຫຼັກສູດ (ສາຂາກົດໝາຍປົກຄອງ ແລະ ສາຂາພົວພັນສາກົນ) ແມ່ນໄດ້ຜ່ານມາດຕະຖານອາຊຽນ ASEAN ແລະ ໄດ້ຮັບໃບຢັ້ງຢືນເປັນທີ່ຮຽບຮ້ອຍແລ້ວ. ສ່ວນອີກ 3 ຫຼັກສູດ ຄັ້ງທີ 249 ແມ່ນໄດ້ຜ່ານ ແລະ ກໍາລັງສົ່ງແບບຟອມປະເມີນໃຫ້ກອງເລຂາ AUN ເພື່ອຂໍຮັບໃບຢັ້ງຢືນ ຂອງ AUN – QA ແລະໃນຕໍ່ໜ້າ ຄນລ ຍັງຈະສືບຕໍ່ຜັນຂະຫຍາຍວຽກງານ QA AUN ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢ່າງເປັນຮູບປະທຳ, ການຍາດແຍ່ງການຊ່ວຍເຫຼືອຈາກໂຄງການ ລາວ/037, ໂຄງການ JROL ແລະ ການຮ່ວມມືທາງດ້ານວິຊາການກັບ ມະຫາວິທະຍາໄລ ຕ່າງປະເທດໃນຂົງເຂດ ASEAN, ພາກພື້ນ ແລະ ສາກົນ, ການພັດທະນາຫຼັກສູດໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ມີມາດຕະຖານພາກພື້ນ ແລະ ສາກົນ.

        ໃນພິທີ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການສຶກສາຂອງບັນດິດໃໝ່, ພ້ອມທັງກ່າວເນັ້ນໜັກໃຫ້ບັນດິດໃໝ່ທຸກຄົນຈົ່ງນຳໃຊ້ຄວາມຮູ້-ຄວາມສາມາດໃນການປະກອບອາຊີບ-ວຽກງານຢ່າງເຕັມສ່ວນ, ພ້ອມທັງເນັ້ນຢໍ່້າໃຫ້ພະນັກງານ, ຄູ-ອາຈານ ໝົດທຸກທ່ານ ຈົ່ງສູມທຸກກຳລັງແຮງເຂົ້າໃນການກໍ່ສ້າງບຸກຄາລາກອນໃຫ້ມີຄວາມຮູ້-ຄວາມສາມາດ ແລະພັດທະນາຫຼັກສູດການຮຽນ-ການສອນໃຫ້ຖືກຕ້ອງ ແລະສອດຄ່ອງກັບສະພາບປັດຈຸບັນ.

ພາບບັນຍາກາດ