Select your language

ໃນຕອນບ່າຍ ວັນທີ 11 ຕຸລາ 2023 ຜ່ານມານີ້, ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ໄດ້ລົງພົບປະ-ໂອ້ລົມ ຄະນະນຳ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະພະນັກງານ, ຄູ-ອາຈານ ມະຫາວິທະຍາໄລແຫ່ງຊາດ(ມຊ) ທີ່ຫ້ອງປະຊຸມ ສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ; ໂດຍການເປັນກຽດຕ້ອນຮັບ ຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີບັນດານັກຄົ້ນຄວ້າ, ນັກວິທະຍາສາດ ແລະພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ.  

        ໃນພິທີ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະລາຍງານສະພາບລວມໂດຍຫຍໍ້ຂອງ ມຊ ໃຫ້ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ເຊິ່ງທ່ານໄດ້ກ່າວເນັ້ນກ່ຽວກັບວິໄສທັດ ແລະແຜນພັດທະນາ ມຊ, ໃນອະນາຄົດ ຕ້ອງກາຍເປັນມະຫາວິທະຍາໄລ ທີ່ມີຄວາມທັນສະໄໝ ເທົ່າທຽມກັບພາກພື້ນ ແລະສາກົນ.

         ທ່ານ ປອ. ສຸລິອຸດົງ ສູນດາລາ ໄດ້ກ່າວເປີດກອງປະຊຸມ, ທ່ານກ່າວບາງຕອນວ່າ: ກອງປະຊຸມວິທະຍາສາດ ແລະ ງານວາງສະແດງຜົນການຄົ້ນຄວ້າວິທະຍາສາດ ແມ່ນມີຄວາມໝາຍ-ຄວາມຄວາມສຳຄັນ ຕໍ່ການສ້າງບົດບາດ ແລະ ນໍາໃຊ້ຜົນຂອງການຄົ້ນຄວ້າວິທະຍາສາດ, ການພັດທະນາເຕັກໂນໂລຊີ, ນະວັດຕະກຳ ແລະ ບໍລິການວິຊາການ ຂອງ ມຊ ແລະ ຂອງ ສປປລາວ ໃຫ້ສູງເດັ່ນຂຶ້ນ. ກອງປະຊຸມວິທະຍາສາດ ແລະ ງານບຸນວັນວິທະຍາສາດຄັ້ງນີ້, ຈະສ້າງໂອກາດໃຫ້ ມຊ ແລະ ພາກສ່ວນທີ່ກ່ຽວຂ້ອງໃນທົ່ວປະເທດໄດ້ມີໂອກາດມາເຜີຍແຜ່ຜົນການຄົ້ນຄວ້າ ແລະ ແລກປ່ຽນປະສົບການ ເຊິ່່ງກັນ ແລະກັນ; ຂະນະດຽວກັນທ່ານຍັງໄດ້ກ່າວເນັ້ນ ມຊ ສ້າງນັກຄົ້ນຄວ້າໃຫ້ມີຄວາມຫ້າວຫັນ, ມີຈັນຍາບັນ-ຈັນຍາທໍາສູງ, ມີຫົວຄິດປະດິດສ້າງ, ມີຄວາມກ້າ ເພື່ອພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ໃຫ້ປະໂຫຍດສຸງສຸດແກ່ທຸກຝ່າຍ.

         ຈາກນັ້ນ, ໃນພິທີຍັງໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າໃນຫົວຂໍ້ສຳຄັນຄື: "ການປົກປັກຮັກສາມໍລະດົກວັດທະນະທຳ ແລະທ່າອ່ຽງຜົນກະທົບຈາກໂຄງການພັດທະນາຢູ່ເມືອງປາກລາຍ ແຂວງໄຊຍະບູລີ" ນຳສະເໜີໂດຍ ທ່ານ ປອ. ນາງ ຈຳປາທອງ ໂພຈັນທິລາດ ຄສຄ; ຫົວຂໍ້: " ການສຳຫຼວດບູຮານຄະດີ ສິລະປະເທິງຫີນຢູ່ບ້ານແຄ ເມືອງປາກລາຍ ແຂວງໄຊຍະບູລີ" ໂດຍ ທ່ານ ປທ. ວັນນະເສິນ ໃຈຍາຫວາດ ຄສຄ; ຫົວຂໍ້: "ການຄົ້ນຄວ້າວິທະຍາສາດດ້ານຊີວະນາໆພັນ ແລະສິ່ງແວດລ້ອມໃນປ່າສະຫງວນ ເຂດພູຈອມວອຍ ເພື່ອການພັດທະນາແບບຍືນຍົງ " ໂດຍ ທ່ານ ປອ. ເພັງໄຊ ດີວັນໄຊ ຄວທ; ຫົວຂໍ້: " ການປ່ຽນແປງຄຸນສົມບັດຂອງດິນໃນນາ ໂດຍການປູກເຂົ້າຢ່າງຕໍ່ເນື່ອງ 3 ຄັ້ງຕໍ່ປີຄວບຄູ່ການປ່ອຍປາໃນນາເຂົ້າ " ໂດຍ ທ່ານ ອຈ. ວັນຄຳ ໂສລັດຕະນະວົງ ຄກສ; ແລະຫົວຂໍ້ " ສຶກສາຜົນກະທົບຈາກລາຄານໍ້າມັນ, ອັດຕາແລກປ່ຽນ ແລະການສະໜອງເງິນຕໍ່ອັດຕາເງິນເຟີ້ " ໂດຍ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຄສບ. ຫຼັງຈາກນັ້ນ ຍັງໄດ້ມີເວທີສົນທະນາແລກປ່ຽນກ່ຽວກັບຫົວຂໍ້ບົດຄົ້ນຄວ້າທີ່ນຳສະເໜີ ໂດຍການດຳເນີນລາຍການຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ແລະນັກຄົ້ນຄວ້າທີ່ໄດ້ນຳສະເໜີບົດ ເພື່ອແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນ.