Select your language

ໃນຕອນເຊົ້າ ວັນທີ 12 ຕຸລາ 2023 ນີ້, ກະຊວງສຶກສາທິການ ແລະກິລາ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ເປັນກຽດຕ້ອນຮັບການມາພົບປະ-ໂອ້ລົມ ຕໍ່ນັກວິທະຍາສາດ ມຊ ໃນໂອກາດສະເຫຼີມ-ສະຫຼອງ ວັນວິທະຍາສາດແຫ່ງຊາດຄົບຮອບ 36 ປີ (12 ຕຸລາ 1987 – 12 ຕຸລາ 2023) ຂອງພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ໂດຍການຕ້ອນຮັບນຳໂດຍທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກາສາທິການ ແລະກີລາ, ທ່ານ ປອ. ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ພ້ອມດ້ວຍຄະນະ, ມີບັນດານັກຄົ້ນຄວ້າ, ທ່ານຜູ້ຊົງຄຸນວຸດທິ, ປະທານສະພາ ມຊ, ແຂກຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະພະນັກງານ, ຄູ-ອາຈານ ທົ່ວ ມຊ ເຂົ້າຮ່ວມ.

ໃນທີ່ປະຊຸມ, ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ຂຶ້ນລາຍງານເນື່ອງໃນ ພິທີສະເຫຼີມ-ສະຫຼອງ ວັນວິທະຍາສາດແຫ່ງຊາດ ເຊິ່ງທ່ານກ່າວວ່າ: ເນື່ອງໃນໂອກາດສະເຫຼີມ-ສະຫຼອງ ວັນວິທະຍາສາດແຫ່ງຊາດປີນີ້ ຂ້າພະເຈົ້າຂໍສະແດງຄວາມຮູູ້ບຸນຄຸນຢ່າງສູງມາຍັງ ບັນດາທ່ານຜູູ້ນໍາ ພັກ-ລັດ, ບັນດານັກປະຕິວັດ ແລະ ນັກວິທະຍາສາດ ອາວຸໂສ ທີ່ຍາມໃດກໍໍໄດ້ໃຫ້ຄວາມສໍາຄັນ, ເອົາໃຈໃສ່ ນໍາພາ-ຊີ້ນໍາ ແລະ ຊຸກຍູູ້ສົ່ງເສີມການຄົ້ນຄວ້າ-ພັດທະນາ ແລະ ການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອພັດທະນາປະເທດເຮົາ ໃຫ້ມີການຂະຫຍາຍຕົວຢ່າງຕໍໍ່ເນື່ອງຕະຫຼອດມາ. ຜົນຈາກການພັດທະນາວຽກງານວິທະຍາສາດໃນໄລຍະຜ່ານມາເຫັນວ່າ ໄດ້ຮັບໝາກຜົນ ໃນຫຼາຍດ້ານດັ່ງນີ້: (1) ໄດ້ສ້າງ ແລະ ປັບປຸງລະບົບການຄຸູ້ມຄອງ ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັັ້ມແຂງຂຶ້ນ, (2) ກໍໍ່ສ້າງນັກຄົ້ນຄວ້າ, ນັກວິທະຍາສາດ ທີເປັນມືອາຊີບໄດ້ຈໍານວນໜຶື່ງ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງວຽກງານຄົ້ນຄວ້າວິທະຍາສາດໃ ນໄລຍະໃໝ່; (3) ໄດ້ຕອບສະໜອງ ສິ່ງອໍານວຍຄວາມສະດວກທີ່ຈໍາເປັນແກ່ການຄົ້ນຄວ້າວິທະຍາສາດ ເຊັັ່ນ: ພື້ນຖານໂຄງລ່າງ, ສ້າງຫ້ອງທົດລອງທີ່ທັນສະໄໝ, ສ້າງສູນຂໍໍ້ມູນເອເລັກໂຕຼນິກ, ເຄື່ອງທົດລອງ; (4) ສ້າງ ຄວາມເຂັັ້ມແຂງໃຫ້ວຽກງານໃຫ້ການບໍລິການວິທະຍາສາດ ແລະ ເຕັກໂນໂລຊີແກ່ສັງຄົມ, ໂຄສະນາເຜີຍແຜ່ ວຽກງານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ສັງຄົມຮັບຮູູ້ ແລະປະກອບສ່ວນເຂົ້າ ໃນວຽກງານດັັ່ງກ່າວ; (5) ໄດ້ຂະຫຍາຍການພົວພັນ ແລະ ຮ່ວມມື ທາງດ້ານວິທະຍາສາດ ແລະ  ເຕັກໂນໂລຊີ ກັບພາກອຸດສະຫະກໍາ ແລະ ສາກົນໂດຍຜ່ານຂອບການຮ່ວມມື ສອງຝ່າຍ ແລະ ຫຼາຍຝ່າຍ ຊຶື່ງນັບມື້ນັບກວ້າງຂວາງອອກ, ແລະ (6) ໄດ້ມີຜົນການຄົ້ນຄວ້າຈໍານວນໜຶື່ງເພື່ອ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດພວກເຮົາ.

         ໃນໂອກາດສໍາຄັນນີ້ ພິປະຊຸມ ໄດ້ຮັບຟັງການໂອ້ລົມ ຂອງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ; ເຊິ່ງທ່ານໄດ້ກ່າວເຖິງຄວາມໝາຍ-ຄວາມສຳຄັນ ຂອງການຄົ້ນຄວ້າວິທະຍາສາດ ແລະໄດ້ກ່າວເນັ້ນ ເພື່ອເປັນທິດທາງ ແລະຂໍ້ຄິດໃຫ້ແກ່ການພັດທະນາວຽກງານການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳ ເຊິ່ງທ່ານກ່າວບາງຕອນວ່າ: ໜຶ່ງ: ເອົາໃຈໃສ່ສ້າງເວທີ ເພື່ອແລກປ່ຽນຄຳຕິດເຫັນ, ແລກປ່ຽນຜົນງານການຄົ້ນຄວ້າ, ການສ້າງເຄື່ອຂ່າຍນັກຄົ້ນຄວ້າ; ສອງ: ໃຫ່ນັກຄົ້ນຄວ້າ ແລະບູກຄະລາກອນທາງດ້ານວິທະຍາສາດ ແລະເຕັກໂນໂລຊີ ຈົ່ງຍົກສູງສະຕິຊາດ. ເປັນເຈົ້າຕົນເອງ, ມີຄວາມອົດທົນເສຍສະຫຼະ ແລະມີຄວາມຮັບຜິດຊອບສູງ ເປັນແບບຢ່າງໃຫ້ແກ່ອະນຸຊົນຄົນຮູ່ນຫຼັງ, ເຮັດການຄົ້ນຄວ້າໃຫ້ເປັນມູນເຊື້ອ, ເປັນການເປີດກວ້າງສະຕິປັນຍາ, ພູມປັນຍາທາງວັດທະນະທຳໜື່ງຂອງຊາດ; ສາມ: ສືບຕໍ່ພັດທະນາຊັບພະຍາກອນມະນຸດໃນຖັນແຖວນັກຄົ້ນຄວ້າ, ນັກຮຽນຮູ້-ປັນຍາຊົນ; ສີ່: ຕັ້ງໜ້າຜັນຂະຫຍາຍຜົນສຳເລັດຂອງການປະຕິຮູບການສຶກສາແຫ່ງຊາດສູ່ລວງເລິກ; ຫ້າ: ຜູ້ບໍລິຫານການສຶກສາ, ສະຖາບັນຄົ້ນຄວ້າ ຕ້ອງສຶກສາ ແລະກຳແໜ້ນແນວທາງ, ນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ແລະຫັນເປັນຍຸດທະສາດ, ເປັນໂຄງການ ແລະເປັນແຜນດຳເນີນງານ ແລະຫົວຂໍ້ຄົ້ນຄວ້າຂອງຕົນ; ຫົກ: ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີ ຢູ່ມະຫາວິທະຍາໄລ ແລະສະຖາບັນຄົ້ນຄວ້າຕ່າງໆດ້ວຍການປະກອບບຸກຄະລາກອນ, ພື້ນຖານໂຄງລ່າງ, ເຄື່ອງມືຮັບໃຊ້ ແລະທຶນຮອນ; ເຈັດ: ສືບຕໍ່ດຳເນີນການສ້າງໃໝ່ ແລະປັບປຸງນິຕິກຳ ເພື່ອຄຸ້ມຄອງວຽກງານວິທະຍາສາດ ແລະເຕັກໂນໂລຊີເປັນຕົ້ນ; ແປດ: ບຳລຸງ ແລະກໍ່ສ້າງນັກວິທະຍາສາດໃນຂົງເຂດ ແລະຂະແໜງການຕ່າງໆໃນອັດຕາສ່ວນທີ່ເໜາະສົມ, ສ້າງນັກວິທະຍາສາດ ແລະບຸກຄະລາກອນດ້ານວິທະຍາສາດໄປຄຽງຄູ່ກັນ; ໃນນັ້ນ ໃຫ້ເນັ້ນສ້າງບຸກຄະລາກອນວິທະຍາສາດໃນຂະແໜງການ ທີ່ສາມາດນຳໄປສູ່ການຜະລິດໂດຍກົງໄດ້ໃຫ້ຫຼາຍຂຶ້ນ;  ເກົ້າ: ສ້າງຄວາມເຂັ້ມແຂງ ແລະຄຸນະພາບຂອງວຽກງານໂດຍສະເພາະດ້ານບຸກຄະລາກອນ; ສິບ: ການຄົ້ນຄວ້າວິທະຍາສາດຕ້ອງດຳເນີນໄປ 3 ຮູບແບບຄື: ການຄົ້ນຄວ້າວິທະຍາສາດພື້ນຖານ, ການຄົ້ນຄວ້າຄວບຄູ່ກັນເປັນທັງວິທະຍາສາດພື້ນຖານ ແລະນຳໃຊ້ ແລະການຄົ້ນຄວ້ານຳໃຊ້; ສິບເອັດ: ນຳໃຊ້ກອງທຶນພັດທະນາວິທະຍາສາດດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ, ນຳໃຊ້ໃຫ້ສອດຄ່ອງກັບໂຄງການທີ່ຄົ້ນຄວ້າເປັນບູລິມະສິດແທ້ໆ ແລະ ສິບສອງ: ສືບຕໍ່ເພີ່ມທະວີການຮ່ວມມື ກັບປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງທຶນຮອນ ແລະການຮ່ວມມືດ້ານເຕັກນິກສະໜອງໃຫ້ແກ່ການຄົ້ນຄວ້າ ແລະສ້າງເປັນນະວັດຕະກຳພາຍໃນປະເທດ.

        ຈາກນັ້ນ ພະນະທ່ານ ທອງລຸນ ສີສຸລິດ ແລະ ການນໍາກະຊວງສຶກສາທິການ ແລະກີລາ, ຄະນະນໍາ ມຊ ພ້ອມດ້ວຍແຂກ ຍັງໄດ້ຊົມບູດວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ ແລະນະວັດຕະກຳຈາກ ຄະນະວິຊາ, ສະຖາບັນ, ກົມກອງທີ່ກ່ຽວຂ້ອງ ແລະອື່ນໆຈຳນວນ 24 ພາກສ່ວນ

ພາບບັນຍາກາດ