Select your language

ໃນຕອນເຊົ້າວັນທີ 17 ຕຸລາ 2023 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ລົງນາມບົດບັນທຶກການຮ່ວມມື (MOU) ຮ່ວມກັບ ມະຫາວິທະຍາໄລຕ້າລີ ສປ. ຈີນ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ, ເຊິ່ງຕາງໜ້າລົງນາມຝ່າຍ ມຊ ໂດຍທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ແລະ ຕາງໜ້າລົງນາມຝ່າຍ ມະຫາວິທະຍາໄລຕ້າລີ ສປ. ຈີນ ນຳໂດຍ ທ່ານ ສຈ. ລີ ທ່າວ (Prof. LI Tao) ປະທານ ມະຫາວິທະຍາໄລຕ້າລີ, ໂດຍມີທ່ານຫົວໜ້າຫ້ອງການ, ຮອງຄະນະບໍດີ ແລະພະນັກງານ, ຄູ-ອາຈານ ເຂົ້າຮ່ວມເປັນສັກຂີພະຍານ.

          ໃນພິທີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ກໍໄດ້ກ່າວຕ້ອນຮັບ ແລະລາຍງານສະພາບລວມຂອງ ມຊ ໂດຍຫຍໍ້ໃຫ້ກັບຄະນະອາຈານ ຈາກມະຫາວິທະຍາໄລ ຕ້າລີ ສປ. ຈີນ ພ້ອມທັງໄດ້ກ່າວຍໍ້າເຖິງຄວາມສຳພັນການຮ່ວມມືຂອງ ສອງມະຫາວິທະຍາໄລທີ່ມີມາແຕ່ຍາວນານ ແລະໄດ້ອຳນວຍຄວາມສະດວກ ເປັນຕົ້ນແມ່ນການໃຫ້ທຶນ ກັບບັນດາພະນັກງານ ຄູ-ອາຈານ ຂອງ ມຊ ໄດ້ໄປສຶກສາຕໍ່ຍົກລະດັບໃນຫຼັກສູດປະລິນຍາໂທ ແລະປະລິນາຍາເອກ, ພ້ອມນັ້ນ ຍັງໄດ້ມີການຮ່ວມມືກັນໃນດ້ານອື່ນໆເຊັ່ນ: ການແລກປ່ຽນວິຊາການ, ການແລກປ່ຽນນັກສຶກສາ ແລະດ້ານການຄົ້ນຄວ້າວິທະຍາສາດ ອີກດ້ວຍ.

          ສຳລັບການລົງນາມການຮ່ວມໃນຄັ້ງນີ້ທັງສອງຝ່າຍແມ່ນຈະສືບຕໍ່ການຮ່ວມມືໃນໃນການແລກປ່ຽນພະນັກງານ, ຄູ-ອາຈານ, ແລກປ່ຽນວັດທະນະທຳ, ການຄົ້ນຄວ້າວິທະຍາສາດ, ການຮ່ວມໃນການເຮັດການຄົ້ນຄ້ວາ ແລະເດີນທາງໄປແລກປ່ຽນ ລາວ-ຈີນ, ຈີນ-ລາວ ໃນໄລຍະສັ້ນ.

ພາບບັນຍາກາດ