Select your language

ໃນຕອນບ່າຍ ວັນທີ 19 ຕຸລາ 2023 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ)ໄດ້ຈັດພິທີສະຫຼຸບຊຸດຮຽນປະຈຳສົກສຶກສາ 2020-2023 ແລະເປີດສົກຮຽນໃໝ່ 2023-2024 ຂຶ້ນທີ່ຫ້ອງປະຊຸມສະໂມ

ສອນຊັ້ນ 2 ມຊ,ໂດຍການໃຫ້ກຽດເປັນປະທານຂອງທ່ານນາງ ຂັນທະລີ ສີຣີພົງພັນ ຮອງລັດຖະມົນ

ຕີ ກະຊວງສຶກສາທິການ ແລະກີລາ, ມີທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ມີບັນດາຮອງອະທິການບໍດີ, ຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຜູ້ອໍນວຍການ

ຫໍສະໝຸດກງ, ໂຮງໝໍ, ໂຮງຮຽນ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ

ເຂົ້າຮ່ວມ.

      ໃນໂອກາດນີ້, ທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບປະຈຳສົກສຶກສາ 2022-2023, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໃນສົກສຶກສາ 2022-2023 ມຊ ມີພະນັກ

ງານ, ຄູ-ອາຈານທັງໝົດ 1.704 ທ່ານ, ຍິງ 821 ທ່ານ; ພະນັກງານບໍລິຫານ 311 ທ່ານ, ຍິງ 196 ທ່ານ; ອາຈານສອນ 1.393 ທ່ານ, ຍິງ 625 ທ່ານ; ດ້ານວຸດທິການສຶກສາ ລະດັບ ປະລິນຍາເອກ ຈໍານວນ 204 ທ່ານ, ຍິງ 44 ທ່ານ; ປະລິນຍາໂທ 952 ທ່ານ, ຍິງ 430 ທ່ານ; ເໜືອປະລິນ

ຍາຕີ 2 ທ່ານ, ຍິງ 0 ທ່ານ; ປະລິນຍາຕີ 500 ທ່ານ, ຍິງ 315 ທ່ານ; ອະນຸປະລິນຍາ 46 ທ່ານ, ຍິງ 32 ທ່ານ; ໃນນັ້ນ ມີຜູ້ໄດ້ຮັບວິທະຍານາມມະຍົດ(ຕໍາແໜ່ງວິຊາການ) ຂັ້ນສາດສະດາຈານ 6 ທ່ານ, ຍິງ 1 ທ່ານ; ຮອງສາດສະດາຈານ 86 ທ່ານ, ຍິງ 10 ທ່ານ; ອາຈານ 307 ທ່ານ, ຍິງ 119 ທ່ານ; ຜູ້ຊ່ວຍອາຈານ 283, ຍິງ 220 ທ່ານ ແລະເປັນຄູວິຊາການບໍ່ທັນໄດ້ວຸດທິ 349 ທ່ານ, ຍິງ 179 ທ່ານ. ປັດຈຸບັນ ມຊ ໄດ້ສຸມໃສ່ ສ້າງແຜນພັດທະນາ 7 ແຜນງານ, 37 ໂຄງການ ໃຫ້ເປັນແຜນຈັດຕັ້ງປະຕິບັດລະອຽດ(ແຜນປີ) ແລະໄດ້ຈັດປະຕິບັດຢ່າງຕັ້ງໜ້າ: ດ້ານວຽກງານການເມືອງແນວຄິດ ແລະຈັດຕັ້ງ ຄະນະພັກ, ຄະນະນໍາ ມຊ ໄດ້ຖືສໍາຄັນ ວຽກການເມືອງແນວຄິດ ໃນຖັນແຖວພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຊິ່ງໄດ້ລົງໂອ້ລົມລະດົມແນວຄິດໃຫ້ມີສະຕິຕໍ່ການຈັດຕັ້ງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ເຄົາລົບກົດໝາຍຂອງລັດ, ປະຕິບັດລະບຽບລັດຖະກອນຢ່າງເຄັ່ງຄັດ, ມີຄວາມສາມັກຄີ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ.

       ວຽກງານວິຊາສະເພາະ ໃນຊຸດຮຽນ 2020-2023 ມຊ ໄດ້ດໍາເນີນການຮຽນ-ການສອນ ໃນຫຼາຍລະດັບ, ມີທັງໝົດ 166 ຫຼັກສູດ ຄື: ປະລິນຍາເອກ 8 ຫຼັກສູດ, ປະລິນຍາໂທ 67 ຫຼັກສູດ(ຫຼັກສູດນາໆຊາດປະລິນຍາໂທ 1 ຫຼັກສູດ), ປະລິນຍາຕີ 118 ຫຼັກສູດ, ຫຼັກສູດຕໍ່ເນື່ອງ ປະລິນຍາຕີ 44 ຫຼັກສູດ ແລະຫຼັກສູດອະນຸປະລິນຍາ 4 ຫຼັກສູດ ແລະໃນສົກຮຽນ 2022-2023 ນີ້ ມຊ ມີນັກສຶກສາທັງໝົດ 19,773 ຄົນ, ຍິງ 9,638 ຄົນ; ນັກສຶກສາທີ່ໄດ້ຮັບທຶນລັດຖະບານ ຈໍານວນ 768 ຄົນ, ຍິງ 347 ຄົນ, ນັກສຶກສາຕ່າງປະເທດໄດ້ຮັບທຶນລັດຖະບານ ຈໍານວນ 45 ຄົນ, ຍິງ 10 ຄົນ, ນັກສຶກສາໃຊ້ທຶນໂຕເອງ 4,149 ຄົນ, ຍິງ 1,808 ຄົນ, ນັກສຶກສາຕ່າງປະເທດໃຊ້ທຶນໂຕເອງ 41 ຄົນ, 17 ຄົນ; ໃນນັ້ນ ນັກສຶກສາປະລິນຍາເອກ 44 ຄົນ, ຍິງ17 ຄົນ, ນັກສຶກສາປະລິນຍາໂທ 651 ຄົນ, ຍິງ 266 ຄົນ ແລະມີນັກສຶກສາປີສຸດທ້າຍທັງໝົດ 5,007 ຄົນ, ຍິງ2,372 ຄົນ. ຂະນະດຽວກັນ ທ່ານຍັງໄດ້ຍົກເຫັນຜົນງານອັນພົ້ນເດັ່ນ ໃນການເຄື່ອນໄຫວຕ່າງໆ ທັງພາຍໃນ ແລະຕ່າງປະເທດ ຂອງພະນັກງານ, ຄູ-ອຈານ ແລະນັກສຶກສາ ເຊັ່ນ ການເຂົ້າຮ່ວມງານມະຫາກໍາລີລາມະຫາວິທະຍາ

ໄລອາຊຽນ, ເຂົ້າຮ່ວມແຂ່ງຂັນອອກແບບສວນນົກກວາງຊູ ໜານຊາ ແລະອື່ນໆ. ຈາກຜົນງານການ

ເຄື່ອນໄຫວ ທີ່ ຄະນະນໍາ, ພະນັກງານ, ຄູ-ອາຈານ ມຊ ຍາດມາໄດ້ ໃນພິທີຍັງໄດ້ມີການມອບໃບຍ້ອງຍໍຂັ້ນກະຊວງສຶກສາທິການ ແລະກີລາ(ສສກ) ໃຫ້ບຸກຄົນດີເດັ່ນ 1.185 ຄົນ, ຍິງ 509 ຄົນ, ໃບຍ້ອງຍໍຂັ້ນ ມຊ ຈໍານວນ 327 ຄົນ, ຍິງ 150 ຄົນ ພ້ອມທັງໄດ້ຜ່ານແຜນການແຂ່ງຂັນຮັກຊາດ ແລະ ພັດທະນາໄລຍະ 5 ປີ (2021-2025) ຕື່ມອີກ.

       ໃນພິທີອັນມີຄວາມໝາຍສໍາຄັນນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ; ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ຜົນງານດ້ານຕ່າງໝໆ ທີ່ທາງ ມຊ ຍາດມາໄດ້; ທ່ານກ່າວບາງຕອນວ່າ: ຍຸກໂລກາພິວັດ ແມ່ນຍຸກແຫ່ງການແຂ່ງຂັນ ດ້ານສະຕິພູມປັນຍາ ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ຍ້ອນແນວນັ້ນຜູ້ນໍາພັກ ແລະລັດຖະບານໄດ້ເອົາໃຈໃສ່ຢ່າງຈົດຈໍ່ ແລະວາງແນວທາງນະໂຍບາຍ, ວາງແຜນຍຸດທະສາດໃນການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ເສດຖະກິດ-ສັງຄົມ ຢ່າງເປັນລະບົບ ໃນສະເພາະໜ້າ ແລະຍາວນານ ເພື່ອໃຫ້ປະເທດຊາດໄດ້ຮັບການພັດທະນາ ໄປສູ່ຄວາມຈະເລີນຮຸ່ງເຮືອງ; ເຊິ່ງໜຶ່ງໃນປັດໃຈສໍາຄັນດັ່ງກ່າວ ແມ່ນການພັດທະນາຊັບພະຍາກອນມະນຸດ ໂດຍສະເພາະແມ່ນການກໍ່ສ້າງ ແລະບໍາລຸງຍົກລະດັບ ຄວາມຮູ້-ຄວາມສາມາດໃນດ້ານຕ່າງໆ ແກ່ພະນັກງານໃຫ້ສົມຄູກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ. ດັ່ງນັ້ນ, ພື້ນຖານຂອງການພັດທະນາຄົນ ກໍແມ່ນການສຶກສາ ເຊິ່ງເລີ່ມຈາກຄອບຄົວ, ສະຖາບັນສຶກສາ ແລະສັງຄົມ ນັບທັງ ສະຖາບັນການສຶກສາພາກລັດ, ເອກະຊົນ; ມຊ ແມ່ນສະຖາບັນການສຶກສາແຫ່ງໜຶ່ງ ທີ່ໄດ້ກໍ່ສ້າງນັກວິຊາການ ເພື່ອຮັບໃຊ້ສັງຄົມ ຕາມຄວາມຮຽກຮ້ອງຕ້ອງການ ຂອງຂະແໜງການຕ່າງໆໃນທົ່ວປະເທດ.

       ທ່ານກ່າວຕື່ມວ່າ: ຄຽງຄູ່ກັບຜົນງານ ແລະໝາກຜົນໃນການປະຕິບັດໄດ້ດັ່ງກ່າວ ໃນຕໍ່ໜ້າ ມຊ ຍັງຕ້ອງໄດ້ເອົາໃຈໃສ່ໃນວຽກງານຈຸດສຸມດັ່ງນີ້:     

 - ເອົາໃຈໃສຄົ້ນຄວ້າວິທະຍາສາດ, ການຄົ້ນຄວ້າທີ່ຕິດພັນກັບຂະແໜງການ, ການແກ້ໄຂບັນຫາ,

ການພັດທະນາຊຸມຊົນ ແລະຮັບໃຊ້ໃຫ້ສັງຄົມຕົວຈິງ.

    - ຍົກສູງຄຸນນະພາບການສຶກສາ-ກີລາ ເພື່ອພັດທະນາຊັບພະຍາກອນມະນຸດທັງດ້ານປະສິດທິ

ພາບ ປະສິດທິຜົນ ຫຼິກລ້ຽງດ້ານປະລິມານ ທັງຮັບປະກັນສ້າງໃຫ້ນັກສຶກສາຮຽນວິຊາໃດກໍຕ້ອງຮັບປະກັນຄວາມຮູ້ດ້ານວິຊານັ້ນແທ້ໆ ບໍ່ແມ່ນຈະຮຽນໃຫ້ໃດ້ແຕ່ ປະກາສະນີຍະບັດເທົ່ານັ້ນ.

    - ສຶກສາອົບຮົມຄົນຮຸ່ນໜຸ່ມຜູ້ສືບທອດພາລະກິດຂອງພັກຕັ້ງໜ້າຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດ ຈາກຄູ ຈາກຜູ້ອາວຸໂສບຳນານ ສ້າງຕົນໃຫ້ກາຍເປັນຜູ້ທີ່ມີຄຸນທາດດ້ານການເມືອງໜັກ 

ແໜ້ນ ຄຽງຄູ່ກັບດ້ານວິຊາການເກັ່ງ.

   - ຍົກລະດັບຄູສອນໃຫ້ເກັ່ງຮອບດ້ານໂດຍສະເພາະພາສາອັງກິດແນໃສ່ຮັບໃຊ້ການສິດສອນພາສາອັງກິດກາຍເປັນພາສາທີສອງຈຶ່ງສາມາດຮັບປະກັນທຽບເທົ່າສາກົນ.

   - ເອົາໃຈໃສ່ສ້າງຄ່ານິຍົມໃໝ່ຕໍ່ນັກສຶກສາເມື່ອສໍາເລັດການສຶກສາແລ້ວ ກໍໄປປະກອບການຕາມສາຂາອາຊີບທີ່ຮຽນມາ ບໍ່ແມ່ນວ່າລໍຖ້າແຕ່ເປັນພະນັກງານສັງກັດລັດເທົ່ານັ້ນ.

   - ເອົາໃຈໃສ່ວຽກງານພົວພັນຕ່າງປະເທດ ຮູບແບບເປີດກ້ວາງ ຕາມນະໂຍບາຍພົວພັນການຕ່າງປະເທດຂອງລັດຖະບານ ແລະຮັບປະກັນຄວາມປອດໄພຂອງກຸ່ມຄົນທີ່ບໍ່ຫວັງດີຕໍ່ສະຖາບັນຕົນ.

    - ການກໍ່ສ້າງຊັບພະຍາກອນມະນຸດໃຫ້ເລັ່ງໃສ່ສາຂາວິຊາທີ່ປະເທດເຮົາຕ້ອງການພັດທະນາ ເປັນຕົ້ນແມ່ນ: ພາສາອັງກິດ, ການກະເສດ, ວິທະຍາສາດທຳມະຊາດ, ຄະນະຊັບພະຍາກອນນໍ້າ, ຄະນະສິ່ງແວດລ້ອມ ແລະຄະນະອື່ນໆ.

    - ສືບຕໍ່ປະຕິບັດແຜນພັດທະນາ ມຊ ແຕ່ປີ 2021 ຮອດປີ 2025 ຕາມສະພາວະ ແລະທ່າແຮງໃຫ້ມີທ່າກ້າວກວ່າຊຸມປີຜ່ານມາ.

    - ເອົາໃຈໃສສະກັດກັ້ນ ແລະຕ້ານປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນຂົງເຂດການສຶກສາ ຕິດພັນກັບການອານຸຮັກວັດທະນະທໍາຂອງຊາດ.

ພາບບັນຍາກາດ