Select your language

ໃນຕອນເຊົ້າວັນທີ 18 ຕຸລາ 2023 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ(ສລຍ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນຂອງຍີ່ປຸ່ນໄຈກາ(JLCA) ໄດ້ຈັດງານແຂ່ງຂັນແຜນທຸລະກິດ LJI SUSU Scale-Up (ຊຸດທີ 2) ຮ່ວມກັບ ອົງການສົ່ງເສີມການຄ້າຍີ່ປຸ່ນປະຈໍານະຄອນຫຼວງວຽງຈັນ (JETRO) ແລະກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ (ກສວ) ພາຍໃຕ້ການຊີ້ນໍາຂອງກະຊວງອຸດສາຫະກຳ ແລະການຄ້າ (MOIC) ຂຶ້ນທີ່ ຫ້ອງປະຊຸມ ໂຮງແຮມຄຣາວພຣາຊ່າ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະກາງ(ກສວ), ທ່ານ ອິໂຕະ ໂນຣິຢູກິ ຮອງຫົວໜ້າຫ້ອງການໄຈກາປະຈໍາລາວ(JICA) ແລະທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການສະຖາບັນ ພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ມີບັນດາຄະນະກໍາມະການ, ມີຕາງໜ້າບໍລິສັດທັງລາວ ແລະຍີ່ປຸ່ນ ພ້ອມດ້ວຍນັກລົງທຶນຈາກພາກສ່ວນຕ່າງໆເຂົ້າຮ່ວມແບບເຊິ່ງໜ້າ ແລະຜ່ານທາງອອນລາຍ.

            ສລຍ ໄດ້ເປີດໂຄງການ LJI SUSU (Scale-Up) ພາຍໃຕ້ໂຄງການພັດທະນາທຸລະກິດໃນ ເດືອນ ຕຸລາ 2021 ເພື່ອສົ່ງເສີມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມລາວ. ໂຄງການດັ່ງກ່າວນີ້ ມີຈຸດປະສົງເພື່ອສ້າງທ່າແຮງໃນການແຂ່ງຂັນ ແລະການສ້າງເຄື່ອຂ່າຍທາງທຸລະກິດໃຫ້ບັນດາຫົວໜ່ວຍທຸລະກິດ ເຊິ່ງຕິດພັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະຕ່າງປະເທດ ເປັນຕົ້ນແມ່ນປະເທດຍີ່ປຸ່ນ.

           ການແຂ່ງຂັນແຜນທຸລະກິດ ມີຈໍານວນນັກທຸລະກິດສະໝັກເຂົ້າຮ່ວມແຂ່ງຂັນທັງໝົດ 100 ກວ່າບໍລິສັດ ໃນນັ້ນ ມີ 13 ບໍລິສັດໄດ້ຮັບຄັດເລືອກໃຫ້ຜ່ານເຂົ້າຮ່ວມການແຂ່ງຂັນແຜນທຸລະກິດໃນຮອບທໍາອິດຂອງໂຄງການ LJI SUSU  ແລະຜ່ານການສະເໜີຜົນງານ ແລະແຜນທຸລະກິດ ເຊິ່ງບໍລິສັດທີ່ໄດ້ຮັບລາງວັນທີ 1 ມີ 2 ບໍລິສັດ ໄດ້ແກ່ບໍລິສັດ SYSTORY CO.LTD ແລະບໍລິສັດ COFARM CO. LTD ໄດ້ຮັບເງິນລາງວັນພາກສ່ວນລະ 20.000 ໂດລາສະຫະລັດ, ລາງວັນທີ 2 ໄດ້ແກ່ ບໍລິສັດ VENDEEX CO. LTD ໄດ້ຮັບລາງວັນ 10.000 ໂດລາສະຫະລັດ ແລະລາງວັນທີ 3 ມີ 2 ສອງ ບໍລິສັດ ໄດ້ແກ່ ບໍລິສັດຄື YORDYAM IN DIVIDUAL ENTE RPRLSE ແລະບໍລິສັດ SAYA ARTS AND CRAFTS ໄດ້ຮັບລາງວັນພາກສ່ວນລະ 5.000 ໂດລາສະຫະລັດ. ເພື່ອໃຫ້ແຕ່ລະພາກສ່ວນທີ່ໄດ້ຮັບລາງວັນນໍາເອົາເງິນທີ່ໄດ້ໄປພັດທະນາແຜນທຸລະກິດຂອງຕົນເອງໃນອະນາຄົດໃຫ້ດີຂຶ້ນ.

          ສລຍ ໄດ້ຂະຫຍາຍບໍລິການໃນການເຝິກອົບຮົມທາງທຸລະກິດໃຫ້ບໍລິສັດເອກະຊົນ ແລະອົງການລັດພ້ອມທັງສົ່ງເສີມໂອກາດໃນການແລກປ່ຽນທາງວິຊາການລະຫວ່າງມະຫາໄລນັບຕັ້ງແຕ່ ສລຍ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ພາຍໃຕ້ການຊີ້ນໍາຂອງ ມຊ. ນອກຈາກນີ້, ສລຍ ຍັງຈະສືບຕໍ່ພັດທະນາການບໍລິການໃຫ້ຄຽງຄູ່ກັບຄວາມຕ້ອງການຂອງສັງຄົມ ພ້ອມກັບປະກອບສ່ວນສ້າງສາພັດທະນາເສດຖະກິດ-ສັງຄົມໃນປະເທດລາວ. ຫຼັກສູດການບໍລິການຂອງ ສລຍ ປະກອບມີ ຫຼັກສູດປະລິນຍາໂທບໍລິຫານທຸລະກິດ (MBA), ຫຼັກສູດບໍລິຫານລະດັບສູງ Keiei-Juku (ການບໍລິຫານໃນແບບຂອງຍີ່ປຸ່ນ), ຫຼັກສູດພາສາຍີ່ປຸ່ນ ແລະງານສໍາລັບເຄື່ອຂ່າຍທາງທຸລະກິດ ແລະຫຼັກສູດທີ່ສ້າງຂຶ້ນຈາກຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິການຈົນກາຍມາເປັນຫຼັກສູດທີ່ສາມາດນໍາມາປະຕິບັດໄດ້ຈິງ.

ພາບບັນຍາກາດ