Select your language

ໃນຕອນບ່າຍວັນທີ 20 ຕຸລາ 2023 ຜ່ານມານີ້, ສະຫະພັນແມ່ຍິງຮາກຖານ ສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ຈັດກອງປະຊຸມໃຫຍ່ຄັ້ງທີ V  ຂຶ້ນ ທີ່ຫ້ອງປະຊຸມສະໂມສອນຊັ້ນ II. ໂດຍການເປັນປະທານຮ່ວມຂອງສະຫາຍ ຮສ. ຄໍາເຜີຍ ພົມມະຈັນ ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ, ສະຫາຍ ຮສ. ປທ. ນ. ສົມສະໜຸກ ສີລິບຸນທັນ ຮອງສະຫະພັນແມ່ຍິງ ມຊ, ສະຫາຍ ນາງ  ບົວຜັນ ບຸນລາວົງ ປະທານສະຫະພັນແມ່ຍິງຮາກຖານ ສໍານັກງານອະທິການບໍດີ ພ້ອມດ້ວຍປະທານສະຫະພັນກຳມະບານ ແລະເລຂາໝຸ່ມ ຮາກຖານສໍານັກງານອະທິການບໍດີ, ມີບັນດາແຂກທີ່ຖືກເຊີນ, ສະມາຊິກສະຫະພັນແມ່ຍິງ ທົ່ວສໍານັກງານ ອະທິການບໍດີເຂົ້າຮ່ວມ.

          ໃນພິທີ ສະຫາຍ ນາງ ບົວຜັນ ບຸນລາວົງ ປະທານສະຫະພັນແມ່ຍິງຮາກຖານ ສໍານັກງານອະທິການບໍດີ ໄດ້ຂຶ້ນຜ່ານບົດລາຍງານການເຄື່ຶອນໄຫວໄລຍະ 5 ປີ ( 2019-2023 )  ແລະສະເໜີທິດທາງແຜນການໄລຍະ 5 ປີ ໃນຕໍ່ໜ້າ (2023-2027) ຂອງສະຫະພັນແມ່ຍິງ ຮາກຖານສໍານັກງານອະທິການບໍດີ ຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ ການນໍາພາວຽກງານການສຶກສາອົບຮົມການເມືອງແນວຄິດ, ເຂົ້າຮ່ວມເຊື່ອມຊື່ມມະຕິກອງປະຊຸມໃຫ່ຍໃນຂັ້ນຕ່າງໆ, ກົດລະບຽບຂອງສະຫະພັນແມ່ຍິງລາວສະໄໝທີ່ VIII, ເຂົ້າຮ່ວມເຊື່ອມຊື່ມເອກະສານມະຕິຄໍາສັ່ງຕ່າງໆຂອງພັກ; ປະກອບດ້ວຍວຽກງານກວດກາ, ວຽກງານຈັດຕັ້ງ, ວຽກງານຕ້ານ ແລະສະກັດກັ້ນປະກົດການຫຍໍ້ທໍ້ ຕາມແຈ້ງການຂອງຄະນະພັກຮາກຖານ. ວຽກງານການປັບປຸງການຈັດຕັ້ງ, ວຽກຂະຫຍາຍສະມາຊິກສະຫະພັນແມ່ຍິງ ແລະບໍາລຸງສ້າງພະນັກງານເພດຍິງ ແມ່ນສໍາເລັດການປັບປຸງການຈັດຕັ້ງຂັ້ນຈຸມາເປັນຂັ້ນໜ່ວຍມີ 14 ໜ່ວຍ ເນື່ອງຈາກມີສະມາຊິກເພີ້ມຂຶ້ນ ແລະໃຫ້ໄປຕາມກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ VIII,  ລະດັບການສຶກສາຈົບ ປະລິນຍາເອກ 3 ສະຫາຍ, ປະລິນຍາໂທ 61 ສະຫາຍ, ປະລິນຍາຕີ 67 ສະຫາຍ, ຊັ້ນສູງ 2 ສະຫາຍ, ບໍ່ມີຊັ້ນ 1 ສະຫາຍ, ໄດ້ສໍາເລັດການຍົກລະດັບທິດສະດີການເມືອງການປົກຄອງ 45 ວັນ ໃນໄລຍະປີ 2019-2023 ຈໍານວນ 34  ສະຫາຍ; ນອກຈາກນັ້ນ ຍັງມີວຽກງານດ້ານອື່ນໆອີກເຊັ່ນ ວຽກງານນະໂຍບາຍ, ປົກປ້ອງສິດຜົນປະໂຫຍດ ຂອງແມ່ຍິງ ແລະເດັກນ້ອຍ, ວຽກງານຂະບວນການແຂ່ງຂັນ 3 ດີ, ວຽກງານປຸກລະດົມຂະບວນການແມ່ຍິງປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ແລະໜ້າທີ່ວິຊາສະເພາະ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຫາລາຍໄດ້ເພິ່ມໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ, ວຽກງານວັດທະນະທຳ, ການເຄື່ອນໄຫວສິລະປະ-ກີລາ, ການຍ້ອງຍໍ ແລະອອກແຮງງານຕ່າງໆ, ວຽກງານສ້າງຄັງ ແລະວຽກງານກວດກາ. ຈາກຜົນງານດັ່ງກ່າວ ມີສະມາຊິກສະຫະພັນແມ່ຍິງ ຮາກຖານສໍານັກງານອະທິການບໍດີ ມີຜົນງານດີເດັ່ນ ໄດ້ຮັບໃບຍ້ອງຍໍ ຂັ້ນສະຫະພັນແມ່ຍິງກະຊວງສຶກສາທິການ ແລະກີລາ ຈໍານວນ  137 ສະຫາຍ, ໄດ້ຮັບໃບຍ້ອງຍໍຂັ້ນສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ ຈໍານວນ  3 ສະຫາຍ.

        ຈາກນັ້ນ ໃນພິທີ ຍັງໄດ້ມີການປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ສຳນັກງານອະທິການບໍດີ ມຊ ຊຸດໃໝ່; ມີຜູ້ສະໝັກທັງໝົດ 7 ສະຫາຍ ຄັດເລືອກເອົາ 5 ສະຫາຍ; ຜ່ານການຄັດເລືອກໃນທີ່ປະຊຸມ ໄດ້ເລືອກ ສະຫາຍ ນາງ ບົວຜັນ ບຸນລາວົງ ເປັນປະທານ, ສະຫາຍ ນາງ ມະນີຍົມ ດອກດວງນາລີ ເປັນຮອງ, ສະຫາຍ ນາງ ບຸນລໍ່າ ໄຊສັກສີ ເປັນປະທານກວດກາ, ສະຫາຍ ນາງ ສີພະຈັນ ສີວິໄລ ແລະສະຫາຍ ນາງ ກິ່ມພອນ ວົງປັນຍາ ເປັນຄະນະ.

ພາບບັນຍາກາດ