Select your language

ໃນຕອນເຊົ້າວັນທີ 25 ຕຸລາ 2023 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ(ສລຍ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານພົບປະເພືື່ອການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2023 ຂຶ້ນ ທີ່ຫ້ອງປະຊຸມ ຂອງສະຖາບັນຂອງຕົນ, ໂດຍການເປັນປະທານຂອງ ທ່ານ ຮສ. ປອ. ບົວດໍາ ແສງຄໍາຄຸດລາວົງ ຫົວໜ້າຫ້ອງການ ມຊ, ມີທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການ ສລຍ, ທ່ານ Okawa naoto  ທີ່ປຶກສາໂຄງການໄຈກາ ປະຈໍາ ສລຍ, ທ່ານ yoneyama yoshiharu ວ່າທີ່ ທີ່ປຶກສາໂຄງການໄຈກາ ປະຈໍາ ສລຍ, ທ່ານຜູ້ຕາງໜ້າຈາກກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະກີລາ, ມີບັນດາຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ, ຕາງໜ້າຈາກ 6 ມະຫາວິທະຍາໄລຍີ່ປຸ່ນ, ອົງການ JASSO, ມີບັນດາຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ, ນັກສຶກສາຈາກຄະນະວິຊາຕ່າງໆ ໃນ ມຊ ແລະບັນດາວິທະຍາໄລເອກະຊົນ, ມີຕົວແທນ ນ້ອງນັກຮຽນໂຮງຮຽນມັດທະຍົມສົມບູນ(ຕອນປາຍ) ໃນ ຕະຄອນຫຼວງວຽງຈັນເຂົ້າຮ່ວມ ຫຼາຍກວ່າ 200 ຄົນ.

           ຈຸູດປະສົງການຈັດງານ ແມ່ນເພື່ອເປັນການແລກປ່ຽນບົດຮຽນ ລະຫວ່າງ ມະຫາວິທະຍາໄລຍີ່ປຸ່ນ ແລະ ມຊ. ພ້ອມດຽວກັນນີ້ ກໍເພື່ອແຈ້ງຂໍ້ມູນຂ່າວສານໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາລາວ ທີ່ຕ້ອງການໄປຮຽນຕໍ່ ປະລິນຍາຕີ, ປະລິນຍາໂທ ແລະປະລິນຍາເອກ ຢູ່ທີ່ປະເທດຍີ່ປຸ່ນ ໃຫ້ຮູ້ຂໍ້ມູນ ແລະເງື່ອນໄຂຕ່າງໆ ຂອງມະຫາວິທະຍາໄລໃນປະເທດຍີ່ປຸ່ນ ທີ່ສາມາດຮັບເອົານັກສຶກສາລາວເຂົ້າຮຽນໄດ້; ນອກຈາກນີ້, ກໍໄດ້ແນະນໍາທຶນການສຶກສາຈາກລັດຖະບານຍີ່ປຸ່ນ ແລະທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນເພື່ອໃຫ້ ຄູ-ອາຈານ ແລະນັກສຶກສາ ກຽມຄວາມພ້ອມໃນການສະໝັກທຶນ. ປີນີ້ງານດັ່ງກ່າວແມ່ນໄດ້ຈັດເປັນ 2 ຮູບແບບຄື: ແບບຊຶ່ງໜ້າ ແລະແບບອອນລາຍ ເພື່ອໃຫ້ທຸກທ່ານໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະສາມາດສອບຖາມໄດ້ໃນໄລຍະການດໍາເນີນງານ.

          ຜ່ານການຈັດງານພົບປະດັ່ງກ່າວ ໃນປີຜ່ານມາໄດ້ມີຜູ້ສົນໃຈເຂົ້າຮ່ວມ ແລະສອບຖາມຂໍ້ມູນເປັນຈໍານວນຫຼວງຫຼາຍ ດັ່ງນັ້ນ, ໃນປີນີ້ ຈຶ່ງມີບັນດາມະຫາວິທະຍາໄລຍີ່ປຸ່ນ ຈໍານວນ 6 ມະຫາວິທະຍາໄລເຂົ້າຮ່ວມ ແລະອົງກອນການສຶກສາຍີ່ປຸ່ນເຊັ່ນ Osaka Christian College, Toyo University, The University of Tokyo,  Musashino University,  Ritsummeikan Asia Pacific University, Okayama University ແລະ ນອກຈາກນີ້ ກໍມີອົງການ JASSO ມາໃຫ້ຂໍ້ມູນຂ່າວສານກ່ຽວກັບການສຶກສາຢູ່ປະເທດຍີ່ປຸ່ນຕື່ມອີກ.

             ຕອນທ້າຍທີ່ປະຊຸມ ຍັງໄດ້ຮັບຟັງປະສົບການ ແລະສະພາບການສຶກສາຢູ່ປະເທດຍີ່ປຸ່ນ ຈາກສະມາຄົມອະດີດນັກສຶກສາລາວ ທີ່ຮຽນຈົບຈາກປະເທດຍີ່ປຸ່ນ ແລະໃນຕອນບ່າຍ ຂອງວັນດຽວກັນ ໄດ້ມີການວາງສະແດງ ແລະເປີດການພົບປະລະຫວ່າງ ຜູ້ຕາງໜ້າຈາກມະຫາວິທະຍາໄລ ແລະຜູ້ທີ່ສົນໃຈຈະໄປສຶກສາຢູ່ທີ່ປະເທດຍີ່ປຸ່ນອີກດ້ວຍ.

ພາບບັນຍາກາດ