Select your language

  ໃນຕອນເຊົ້າວັນທີ 31 ຕຸລາ 2023 ຜ່າມານີ້, ໄດ້ທີພິທີເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືດ້ານວິຊາການ ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະມະຫາວິທະຍາໄລສ້າງຄູ ຫູນານ ສປ. ຈີນ. ພິທີໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມຊ. ຝ່າຍ ມຊ ເຊັນໂດຍ ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ແລະ ຝ່າຍມະຫາວິທະຍາໄລສ້າງຄູຫູນານ ສປ. ຈີນ  ເຊັນໂດຍທ່ານ ສຈ. ຈ່ຽງ ຫົງຊິນ ເລຂາພັກ, ອະທິການບໍດີ ມະຫາວິທະຍາໄລສ້າງຄູຫູນານ ສປ. ຈີນ; ໃນພິທີມີ ມີບັນດາທ່ານຮອງຄະນະບໍດີ, ຫົວໜ້າຫ້ອງການ ພ້ອມດ້ວຍແຂກທີ່ຖືກເຊີນ ແລະພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້້າຮ່ວມ.

           ການເຊັນບົດບັນທຶກຄວາມເຂົ້າໃຈ (MOU)ຂອງທັງສອງຝ່າຍຄັ້ງນີ້, ແມ່ນເພື່ອເປັນການສືບຕໍ່ເຊັນສັນຍາການຮ່ວມມືດ້ານວິຊາການ ທີ່ເຄີຍມີມາແລ້ວ; ເຊິ່ງການເຊັນສັນຍາຄັ້ງນີ້ ມີຈຸດປະສົງ ເພື່ອສືບຕໍ່ການຮ່ວມມືດ້ານວິຊາການໂດຍສະເພາະແມ່ນການແລກປ່ຽນພະນັກງານ, ຄູ-ອາຈານ ແລະນັກສຶກສາ, ແລກປ່ຽນຂໍ້ມູນຂ່າວສານ ແລະຈັດກອງປະຊຸມສໍາມະນາໃນວຽກງານວິຊາການຮ່ວມກັນຮ່ວມກັນ.

ພາບບັນຍາກາດ