Select your language

ໃນຕອນເຊົ້າວັນທີ 1 ພະຈິກ 2023 ນີ້, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ (ຄຊປປລ) ຮາກຖານຄະນະວິທະຍາສາດທຳມະຊາດ(ຄວທ), ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IX ຂອງຕົນຂຶ້ນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງ ສະຫາຍ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍລິຫານງານພັກ ມຊ, ເລຂາຄະນະພັກຮາກຖານ, ຄະນະບໍດີ ຄວທ, ສະຫາຍ ສີສຸພັນ ພົມມະນີວົງ ເລຂາຄະນະບໍລິຫານຊາວໜຸ່ມ ມຊ, ມີປະທານ ສະຫະພັນແມ່ຍິງ ແລະປະທານສະຫະພັນ ກຳມະບານ,ບັນດາແຂກຖືກເຊີນ, ພະນັການ, ຄູ-ອາຈານ ແລະຊາວໜຸ່ມນັກສຶກສາເຂົ້າຮ່ວມ.

         ໃນພິທີ, ສະຫາຍ ນາງ ຈິດນາວັນ ພອນຄຳມາ ເລຂາຄະນະບໍລິຫານງານຊາວໜຸ່ມ ຮາກຖານ ຄວທ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວ ຂອງຄະນະບໍລິຫານງານຊາວໜຸ່ມ ຄວທ ຊຸດທີ VIII ໃນ 5 ປີ ຜ່ານມາ ຕໍ່ທີ່ປະຊຸມ;  ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຫຼາຍຜົນງານທີ່ພົ້ນເດັ່ນເຊັ່ນ: ດ້ານແນວຄິດການເມືອງເຫັນວ່າ ສະມາຊິກຊາວໜຸ່ມ ສ່ວນໃຫຍ່ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ສົມທົບເຫື່ອແຮງເຂົ້າໃນວຽກງານກິດຈະກຳຕ່າງໆທີ່ຖືກມອບໝາຍສຳເລັດຫນ້າທີ່, ວຽກງານຊ່ວຍເຫຼືອສັງຄົມ ຊາວໜຸ່ມຮາກຖານ ຄວທ ໄດ້ຈັດຕັ້ງທີມຊາວໜຸ່ມວິທະຍາອາສາ ໃນການເຮັດວຽກເພື່ອສັງຄົມຄື: ການລົງໄປບໍລິຈາກເຄື່ອງ, ອຸກອນການສຶກສາ, ການຊ່ວຍເຫຼືອຜູ້ທີ່ປະສົບໄພນໍ້າຖ້ວມທີ່ແຂວງອັດຕະປື, ຮັບບໍລິຈາກ-ຊ່ວຍ ນັກສຶກສາທີ່ໄດ້ຮັບຜົນກະທົບຈາກການແພ່ລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນ.

        ໂອກາດດຽວກັນໃນພິທີ, ຍັງໄດ້ຮັບຟັງການໂອ້ລົມາຈາກ ສະຫາຍ ຮສ. ປອ. ແຫຼມທອງ ລັດດາວົງ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຊາວໜຸ່ມ ຄວທ ຍາດມາໄດ້, ຂະບວນການເຄື່ອນໄຫວຂອງຊາວໜຸ່ມ ແມ່ນເປັນກຳລັງແຮງຫຼັກ ເປັນແຂນຂວາຂອງພັກ ໃນວຽກງານການພັດທະນາ ແລະສ້າງສາປະເທດຊາດ; ພ້ອມນັ້ນ ສະຫາຍ ຍັງໄດ້ກ່າວເນັ້ນໃຫ້ ຄະນະບໍລິຫານງານຊາວໜຸ່ມ ຄວທ ຊຸດໃຫມ່ ຈົ່ງເອົາໃຈໃສ່ ຖຸ່ມເທເຫື່ອແຮງ ທັງກາຍ ແລະສະຕິປັນຍາ ປະກອບສ່ວນເຂົ້າໃນການປະຕິບັດວຽກງານຕ່າງໆຢ່າງຕັ້ງຫນ້າ, ສານຕໍ່ພາລະກິດໃນໂຄງການຊາວໜຸ່ມ ວິທະຍາອາສາ ໃຫ້ເກີດດອກອອກຜົນ ໂດຍປຸກລະດົມໃຫ້ນັກສຶກສາມີສ່ວນຮ່ວມໃຫ້ຫຼາຍຂື້ນ. ຈາກນັ້ນ, ໃນພິທີ ຍັງໄດ້ມີການມອບ-ຮັບການຍ້ອງຍໍໃຫ້ ສະມາຊິກຊາວໜຸ່ມ ແລະ ໜ່ວຍຊາວຫນຸ່ມທີ່ມີຜົນງານດີເດັ່ນຕະຫຼອດໄລຍະເວລາ 5 ປີ (2019-2023) ຂັ້ນກະຊວງສຶກສາທິການ ແລະກີລາມີທັງໝົດ 7 ໜ່ວຍ ແລະ 70 ສະຫາຍ, ຂັ້ນ ມຊ  ທັງຫມົດ 248 ສະຫາຍ,  ຍິງ 115 ສະຫາຍ.

         ໃນທີ່ປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານຊາວໜຸ່ມ ຮາກຖານ ຄວທ ຊຸດໃຫມ່ເຊິ່ງມີຜູ້ສະໝັກທັງໝົດ 9 ສະຫາຍ ເລືອກເອົາ 7 ສະຫາຍ, ເຊິ່ງຜ່ານການປ່ອນບັດຄັດເລືອກໃນທີ່ປະຊຸມໄດ້ຮັບຮອງເອົາ ສະຫາຍ ແສງທອງ ບຸນຍາວົງ ເປັນເລຂາ ຄະນະບໍລິຫານງານຊາວໜຸ່ມຮາກຖານ, ສະຫາຍ ປອ. ນາງ ບຸນສະໜອງ ສູນວໍລະວົງ ເປັນຮອງເລຂາຊາວໜຸ່ມ ແລະປະທານກວດກາ, ສະຫາຍ ສົມສະຫວາດ ເລື່ອງຕະກຸນ ເປັນຮອງເລຂາຊາວໜຸ່ມ, ສະຫາຍ ຄຳກອນ ແສງອາໄພ, ສະຫາຍ ແສງວິໄລ ແຊ່ເຕິນ  ແລະ ສະຫາຍ ລີພອນ ໜໍ່ປະເສີດ ເປັນຄະນະ.

        ໃນຕອນທ້າຍພິທີ ທີ່ປະຊຸມຍັງໄດ້ຮັບຟັງການປະກອບຄຳເຫັນຈາກ ສະຫາຍ ສີສຸພັນ ພົມມະນີວົງ ເຊິ່ງສະຫາຍໄດ້ເນັ້ນວ່າ: 1. ໃຫ້ຊາວໜຸ່ມ ເພີ່ມທະວີ ໃນການລະດົມວຽກງານແນວຄິດໃນຖັນແຖວພະນັການ, ຄູ-ອາຈານ ແລະນັກສຶກສາ ໃຫ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່;  2. ໃຫ້ມີການຈັດແບ່ງໜ້າທີ່ໃນການເຄື່ອນໄຫວວຽກງານ, ຮ່ວມກັນເຮັດວຽກເປັນໝູ່ຄະນະ, ມີລະບຽບແບບແຜນວິທີເຮັດວຽກ, ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຮຸ່ນສືບທອດ ແລະ 3. ການສຶກາສາຄົ້ນຄວ້າຮໍ່າຮຽນ ແມ່ນໃຫ້ມີຄວາມເສຍສະຫຼະເພື່ອສ່ວນລວມ.

ພາບບັນຍາກາດ