Select your language

ໃນລະຫວ່າງວັນທີ 2-5 ພະຈິກ 2023 ຜ່ານມາ, ສາມອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະກຳມະບານ) ຮາກຖານຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໄປມອບເຄື່ອງນຸ່ງຫົ່ມ ແລະອຸປະກອນການຮຽນ ໃຫ້ໂຮງຮຽນປະຖົມ ແລະມັດທະຍົມສຶກສາຕອນຕົ້ນທີ່ເມືອງໜອງແຮດ ແລະເມືອງແປກ ແຂວງຊຽງຂວາງ ໃນໂຄງການ ສາມອົງການຈັດຕັ້ງ ຄສບ ແບ່ງປັນປຶ້ມໃຫ້ນ້ອງອ່ານຄັ້ງທີ 9 ໂດຍມີທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ທ່ານ ຄຳພັນ ພົມມະຈັນ ຮອງຄະນະບໍດີ ຄສບ ພ້ອມດ້ວຍຄະນະ ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມເດີນທາງ.

ໂຄງການ ສາມອົງການຈັດຕັ້ງ ຄສບ ແບ່ງປັນປຶ້ມໃຫ້ນ້ອງອ່ານ ຈັດຕັ້ງຂຶ້ນໂດຍມີຈຸດປະສົງເພືຶ່ອລະດົມການຊ່ວຍເຫຼືອຈາກສັງຄົມ ເພື່ອນຳໄປມອບໃຫ້ ນ້ອງຮັກຮຽນ ໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫຼີກໃນຕ່າງແຂວງ ໂດຍສະເພາະແມ່ນໂຮງຮຽນທີມີຈຸດປະສົງ ຮັບການຊ່ວຍເຫຼືອຈາກໂຄງການ ເຊິ່ງໄດ້ລິເລີ່ມມາແຕ່ປີ 2010 ເປັນຕົ້ນມາ. ໂຄງການນີ້ດຳເນີນການເຄື່ອນໄຫວພາຍໃຕ້ການຊີ້ນຳຈາກຄະນະພັກຄະນະນຳ ຂອງ ຄສບ ແລະຈັດຕັ້ງປະຕິບັດໂດຍສາມອົງການຈັດຕັ້ງມະຫາຊົນຄື: ອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະກຳມະບານ ທີ່ຂຶ້ນກັບຮາກຖານ ຄສບ ໂດຍມີນັກສຶກສາ ພາຍໃນຄະນະເຂົ້າຮ່ວມເປັນອາສາສະໝັກຈຳນວນ 23 ຄົນ.

ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ປະກອບມີ: ປຶ້ມນິທານ, ເຈ້ຍ A4 , ປື້ມແຕ່ງບົດສອນ, ບິກ, ປື້ມຂຽນ, ແຜ່ນທີ , ບານເຕະ, ບານຕີ, ກະຕໍ້, ເຄື່ອງນຸ່ງຫົ່ມ ໃໝ່ ແລະ ມື2, ອຸປະກອນແຕ່ງກິນ, ໜອນນອນ, ປື້້ມແບບຮຽນ ແລະກະເປົາເປ້ນັກຮຽນ ໂດຍມອບໃຫ້ 5 ໂຮງຮຽນໃນສອງເມືອງ ຂອງແຂວງຊຽງຂວາງຄື: 1. ໂຮງຮຽນປະຖົມສົມບູນ ບໍເຍຍ (ບ້ານເຍຍ) ເມືອງໜອງແຮດ ມູນຄ່າ 26,030,000 ກີບ (ຊາວຫົກລ້ານສາມສິບພັນກີບ), 2. ໂຮງຮຽນປະຖົມສົມບູນ ຫ້ວຍດ່ານ ເມືອງໜອງແຮດ ມູນຄ່າ 22,760,000 ກີບ (ຊາວສອງລ້ານເຈັດແສນຫົກສິບພັນກີບ), 3. ໂຮງຮຽນປະຖົມສົມບູນ ບອກເສີ ເມືອງໜອງແຮດ ມູນຄ່າ 21,770,000 ກີບ (ຊາວເອັດລ້ານເຈັດແສນເຈັດສິບພັນກີບ), 4. ໂຮງຮຽນມັດທະຍົມຕົ້ນຫ້ວຍລົມ ເມືອງໜອງແຮດ ມູນຄ່າ 31,951,000 ກີບ (ສາມສິບເອັດລ້ານເກົ້າແສນຫ້າສິບເອັດພັນກີບ) ແລະ 5. ໂຮງຮຽນປະຖົມສົມບູນ ບ້ານລາວໂພນທອງ ເມືອງແປກ ມູນຄ່າ 17,890,000 ກີບ (ສິບເຈັດລ້ານແປດແສນເກົ້າສິບພັນກີບ) ລວມມູນຄ່າເຄື່ອງທີ່ນໍາໄປມອບທັງໝົດແມ່ນ 120,401,000 ກີບ (ໜຶ່ງຮ້ອຍຊາວລ້ານສີ່ແສນໜື່ງພັນກີບ).

ພິເສດການຂົນສົ່ງເຄື່ອງໃນຄັ້ງນີ້ ແມ່ນໄດ້ຮັບການອຳນວຍຄວາມສະດວກໃນການຂົນສົ່ງຈາກບໍລິສັດຮຸ່ງອາລຸນຂົນສົ່ງ (HAL Express Laos) ທີ່ນຳສົ່ງເຄື່ອງຈົນຮອດປາຍທາງໂດຍບໍ່ເສຍຄ່າອີກດ້ວຍ.

ພາບບັນຍາກາດ