Select your language

ກອງປະຊຸມສຳມະນາກ່ຽວກັບ ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການເຊື່ອມໂຍງກັນ, ເຂົ້າໃຈກັນ ແລະ ຈັບມືກັນສ້າງສັນຄູ່ຮ່ວມຊະຕາກຳລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2023 ທີ່ຜ່ານມາ, ທີ່ສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ ( ມຊ ) ແບບເຊິ່ງໜ້າ ແລະ ອອນລາຍ; ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ສ ປປ ລາວ, ມີທ່ານ ຫວາງຊາງ ອຸປະທູດ ສະຖານທູດ ສປ ຈີນ ປະຈຳລາວ, ທ່ານ ພິນິດ ຈາຣຸສົມບັດ ອະດີດຮອງນາຍົກລັດຖະມົນຕີ ປະເທດໄທ, ທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ທ່ານ ວິຣຸນ ພິໄຊວົງພັກດີ ຜູ້ອຳນວຍການສູນຄົ້ນຄວ້າໜຶ່ງແລວ-ໜຶ່ງເສັ້ນທາງ ໄທ-ຈີນ ແລະ ສະຫະພັນນັກຄິດແຫ່ງອາຊີປາຊີຟິກ ພ້ອມດ້ວຍແຂກຖຶກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ: ກອງປະຊຸມສໍາມະນາກ່ຽວກັບໜຶ່ງທົດສະວັດແຫ່ງຂໍ້ລິເລີ່ມໜຶ່ງແລວ -ໜຶ່ງເສັ້ນທາງ ກັບການເຊື່ອມໂຍງຊຶ່ງກັນ ແລະ ກັນ ພ້ອມທັງຈັບມືກັນ ສ້າງປະຊາຄົມຮ່ວມຊະຕາກໍາລາວ-ຈີນ ອັນມີຄວາມໝາຍສໍາຄັນ. ດັ່ງທີ່ພວກເຮົາໄດ້ຮັບຊາບນໍາກັນແລ້ວວ່າໃນປີ 2013 ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປຈີນ ໄດ້ສະເໜີຂໍ້ລິເລີ່ມທີ່ສໍາຄັນຍິ່ງ ວ່າດ້ວຍແລວທາງເສດຖະກິດສາຍໃໝ ແລະ ເສັ້ນທາງສາຍໃໝ ທາງທະເລແຫ່ງສະຕະວັດທີ 21 ເຫັນໄດ້ວ່າ: ຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງນີ້ ແມ່ນຜະລິດຕະພັນຮ່ວມກັນຂອງໂລກທີ່ຊຸກຍູ້ການເຊື່ອມໂຍງເຊື່ອມຈອດຊຶ່ງກັນ ແລະ ກັນ ແລະ ເຮັດໃຫ້ໂລກມີການພັດທະນາຄັ້ງຍິ່ງໃຫຍ່ ໂດຍສະເພາະແມ່ນ ການສ້າງໂອກາດທີ່ດີ ເພື່ອສົ່ງເສີມການພັດທະນາ ເສດຖະກິດ ຂອງສັງຄົມມະນຸດ. ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈທີ່ເຫັນວ່າລົດໄຟລາວ-ຈີນ ໄດ້ກາຍເປັນໂຄງການແບບຢ່າງທີ່ສໍາຄັນຂອງຂໍ້ລິເລີ່ມໜຶ່ງແລວ- ໜຶ່ງເສັ້ນທາງໃນອາຊີອາຄະເນ ໂດຍເຮັດໃຫ້ພູເຂົາບໍ່ສູງ ແລະ ເສັ້ນທາງບໍ່ໄກອີກຕໍ່ໄປ ເຮັດໃຫ້ເຂດພື້ນທີ່ເສດຖະກິດ ຂອງປະເທດລາວ ມີຂະບວນຟົດຟື້ນໂດຍພາຍໃຕ້ຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດທະເລ ກາຍ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ. ອັນເປັນການຕອບສະໜອງຄວາມມຸ່ງຫວັງທີ່ມີມາແຕ່ດົນນານແລ້ວ ຂອງປະຊາຊົນລາວ ຍັງເປັນສ່ວນໜຶ່ງທີ່ສໍາຄັນໃນການສ້າງປະຊາຄົມຮ່ວມຊະຕາກໍາລາວ-ຈີນ.

ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: ສອງປະເທດຈີນ ແລະ ລາວຕ້ອງພະຍາຍາມຮ່ວມກັນໃນການບໍລີຫານ ທາງລົດໄຟ ແລະ ຮ່ວມກັນພັດທະນາພື້ນທີ່ລຽບຕາມເສັ້ນທາງລົດໄຟ ເພື່ອນໍາເອົາຄວາມຮັ່ງມີຜາສຸກ ມາໃຫ້ປະຊາຊົນ ທັງສອງຊາດຈີນ-ລາວ.

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວວ່າ: ເສັ້ນທາງລົດໄຟລາວ-ຈີນ ເປັນເສັ້ນທາງລົດໄຟສາຍທໍາອິດຢູ່ໃນອາຊີອາຄະເນ ທີ່ນໍາໃຊ້ມາດຕະຖານສາກົນໃນສະໄໝໃໝ່ ສະແດງໃຫ້ເຫັນເຖິງສະຕິປັນຍາ ແລະ ນະວັດຕະກໍາຂອງຈີນ ທັງເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການສົ່ງເສີມການຮ່ວມມື ພັດທະນາລະຫວ່າງບັນດາປະເທດໃນພາກພື້ນ ແລະ ສາກົນ.

ໃນພິທີໄດ້ມີການເຊັນບົດບັນທຶກຄວາມຮ່ວມມືວຽກງານການຄົ້ນຄວ້າການສຶກສາ ລະຫວ່າງສະຖາບັນຂົງຈຶ ມຊ, ຫ້ອງການຄົ້ນຄວ້າ ແລະ ບໍລິການວິຊາການ ມຊ, ສູນຄົ້ນຄວ້າໜຶ່ງແລວ-ໜຶ່ງເສັ້ນທາງໄທ-ຈີນ ຣາຊະອານາຈັກໄທ ແລະ ກິດຈະກຳມອບໜັງສືຂອງທ່ານ ສີຈິ້ນຜິງ ຍຸດທະສາດການບໍລິຫານປະເທດ, ກອງປະຊຸມໄດ້ມີການເສວະນາໃນຫົວຂໍ້ຕ່າງໆເຊັ່ນ: ການຮ່ວມມືດ້ານອາຊີວະສຶກສາ ເພື່ອສົ່ງເສີມການ​ສ້າງສາ​ປະຊາ​ຄົມ​ທີ່​ມີ​ອະນາຄົດ​ຮ່ວມ​ກັນ​ລະຫວ່າງ​​ລາວ-​ຈີນ, ການອະພິປາຍ: ໂຊກຊະຕາກຳ​ລະຫວ່າງ ລາວ-ຈີນ ເພື່ອສ້າງອະນາຄົດທີ່ເປັນມິດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຫົວຂໍ້ສຳຄັນອື່ນໆ.

ພາບບັນຍາກາດ