Select your language

      ໃນຕອນເຊົ້າວັນທີ 10 ພະຈິກ 2023 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດງານບຸນວິທະຍາສາດ, ສະເຫຼີມ-ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 27 ປີ(5 ພະຈິກ 1996 -2023) ຂຶ້ນຢ່າງເປັນທາງການ ທີ່ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ, ອະທິການບໍດິ ມະຫາວິທະຍາໄລແຫ່ຊາດ, ມີອະທິການບໍດີ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ.ຈີນ, ອະທິການບໍດີ ມະຫາວິທະຍາໄລ ມະຫິດົນ ຣາຊະອານາຈັກໄທ, ມີທ່ານຮັກສາການອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ, ມີບັນດາ ທ່ານຮອງອະທິການບໍດີ, ຫົວໜ້າກົມ, ຄະນະບໍດີ, ຫົວໜ້າສະຖາບັນ, ຫົວໜ້າຫ້ອງການ, ຫົວໜ້າສູນ, ບັນດາພະນັກງານການນຳ, ຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາເຂົ້າຮ່ວມ.

       ກ່ອນການເປີດພິທີຢ່າງເປັນທາງການ, ທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ໄດ້ຂຶ້ນກ່າວຕ້ອນຮັບ ບັນດາແຂກທີ່ເຂົ້າຮ່ວມປະຊຸມ ພ້ອມທັງລາຍງານ ກ່ຽວກັບສະພາບລວມຂອງການພັດທະນາ ມຊ ວ່າ: ພັກ ແລະ ລັດຖະບານໄດ້ວາງ ນະໂຍບາຍ, ວິໄສທັດ ແລະ ຍຸດທະສາດຢ່າງຈະຈະແຈ້ງແລ້ວວ່າ: ສ້າງ ມຊ ໃຫ້ກາຍເປັນສູນກາງການສຶກສາ, ສູນກາງ ການຄົ້ນຄວ້າວິທະຍາສາດ, ການສ້າງນະວັດຕະກຳ ແລະໃຫ້ການບໍລິຫານວິຊາການ ທີ່ມີຄຸນນະພາບ ໄດ້ມາດຕະຖານພາກພື້ນ ແລະສາກົນ. ໂດຍອີງຕາມສິໄສທັດ ແລະຍຸດທະສາດດັ່ງກ່າວ: ໃນໄລຍະຜ່ານມາ, ມຊ ກໍສາມາດຍາດໄດ້ຜົນສຳເລັດ ໃນຫຼາຍດ້ານ ທັງໃນເວທີລະດັບຊາດ ແລະສາກົນ, ໂດຍສະເພາະ ໄດ້ຮ່ວມມື ແລະ ຍາດແຍ່ງໄດ້ຫຼາຍແຫຼ່ງທຶນໃນການຄົ້ນຄວ້າ, ໄດ້ສົ່ງບົດຄົ້ນຄວ້າລົງວາລະສານລະດັບສາກົນເປັນຈຳນວນຫຼວງຫຼາຍ, ໄດ້ຈັດກອງປະຊຸມລະດັບຊາດ ແລະລະດັບສາກົນໄດ້ຫຼາຍຄັ້ງ; ພິເສດ ມຊ ໄດ້ຈັດກອງປະຊຸມການນຳລະດັບສູງ ພົບນັກຄົ້ນຄວ້າ; ໄດ້ຈັດໂຄງການ ແລະເປີດກອງປະຊຸມຮ່ວມກັບ ຄະນະຈັດຕັ້ງສູນກາງພັກ, ສະພາແຫ່ງຊາດ, ກະຊວງທີ່ກ່ຽວຂ້ອງ ແລະຢູ່ທ້ອງຖິ່ນຕ່າງໆ, ເພື່ອຄົ້ນຄວ້າ ແລະຫາວິທີແກ້ໄຂ 2 ວາລະແຫ່ງຊາດ; ສົ່ງນັກວິທະຍາສາດໄປຊ່ວຍພັດທະນາຊຸມຊົນ ແລະແກ້ໄຂບັນຫາສິ່ງແວດລ້ອມໃຫ້ຫຼາຍພາກສ່ວນ. ສາມາດຍາດແຍ່ງທຶນຄົ້ນຄວ້າວິທະຍາສາດຈາກກອງທຶນຕ່າງໄດ້ຫຼາຍສົມຄວນ,ໂດຍສະເພາະກອງທຶນປົກປັນຮັກສາສິ່ວແວດລ້ອມ, ຈາກກອງທຶນພັດທະນາວິທະຍາສາດ ແລະເຕັກໂນໂລຊີ 18 ບົດ ແລະ ທຶນຮ່ວມແຂ່ງຂັນຈາກ ໂຄງການ SSHEP ໄດ້ 22 ບົດ; ພິເສດ, ນັກສຶກສາ ມຊ ສາມາດຍາດໄດ້ຫຼາຍຜົນສຳເລັດໃນການແຂ່ງຂັນລະດັບສາກົນເຊັ່ນ: ການແຂ່ງຂັນແຜນທຸລະກິດ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ນັກສຶກສາ ມຊ ກໍສາມາດຍາດໄດ້ລາງວັນຊະນະເລີດຕະຫຼອດມາຫຼາຍຄັ້ງ, ສາມາດຍາດໄດ້ລາງວັນຊະນະເລີດໃນການແຂ່ງຂັນເວົ້າພາສາຈີນລະດັບສາກົນ, ນອກນັ້ນ ຍັງມີນັກສຶກສາຄະນະວິຊາຕ່າງໆກໍສາມາດແຂ່ງຂັນໄດ້ລາງວັນທີ່ກ່ຽວກັບເລື່ອງວິທະຍາສາດ, ເຕັກໂນໂລຊີ ແລະນະວັດຕະກຳຕ່າງໆ.

      ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ໄດ້ໃຫ້ກຽດກ່າວເປີດພິທີ ພ້ອມທັງກ່າວຊີ້ນໍາ, ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ການພັດທະນາ ມຊ ໃນໄລຍະ 27 ປີ ເຫັນວ່າ ມີຜົນສໍາເລັດໃນຫຼາຍໆດ້ານ, ທ່ານກ່າວບາງຕອນວ່າ: ວຽກງານການສຶກສາ, ກີລາ-ກາຍະກຳ, ວິທະຍາສາດ ເປັນວຽກໜຶ່ງທີ່ສຳຄັນຫຼາຍ ໃນການພັດທະນາເສດຖະກິດ-ສັງຄົມ ແລະປະເທດຊາດ ໃຫ້ກ້າວໜ້າ, ທັນສະໄໝ. ບັນດປະເທດທີ່ພັດທະນາແລ້ວໄດ້ເອົາໃຈໃສ່ ແລະລົງທຶນໃສ່ການຄົ້ນຄວ້າວິທະຍາສາດ; ໃນໄລຍະ 27 ປີ ຜ່ານມາ, ມຊ ໄດ້ປະກອບສ່ວນອັນສຳຄັນໃນຫຼາຍດ້ານໃນວຽກງານການຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ, ເຊິ່ງແມ່ນໜຶ່ງໃນໃນພາລະບົດບາດທີ່ສຳຄັນ ທີ່ຕິດພັນກັບການສຶກສາ ແລະພັດທະນາຊັບພະຍາກອນມະນຸດ. ມຊ ໄດ້ເອົາໃຈໃສ່ ເນັ້ນໜັກປັບປຸງ ເເລະເສີມຂະຫຍາຍວຽກງານການຄົ້ນຄວ້າວິທະຍາສາດ ເເລະບໍລິການວິຊາການໃຫ້ທັງສູນກາງພັກ, ສະພາແຫ່ງຊາດ, ກະຊວງຕ່າງໆ, ອົງການສາກົນ, ຊຸມຊົນ ແລະ ພາກທຸລະກິດທັງພາຍໃນ ແລະຕ່າງປະເທດ ໃຫ້ມີຄວາມຈະເລີນກ້າວໜ້າ ທັນສະໄໝ, ເພື່ອໃຫ້ມີການຂະຫຍາຍຕົວເເບບຍືນຍົງ ແລະເປັນມິດຕໍ່ສິ່ງແວດ

ລ້ອມ. ມຊ ແມ່ນມີຄວາມພ້ອມຫຼາຍດ້ານ, ໂດຍສະເພາະທາງດ້ານຊັບພະຍາກອນມະນຸດ, ສະຖານທີ່ ແລະ ບັນດາຫ້ອງທົດລອງ, ຖືວ່າເອື້ອອໍານວຍໃຫ້ການຄົ້ນຄວ້າ ວິທະຍາສາດພໍສົມຄວນ. ແຕ່ເຖິງຢ່າງໃດກໍຕາມ, ມຊ ກໍຍັງພົບບັນຫາ ແລະສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປັບປຸງຫຼັກສູດໃຫ້ແທດເໝາະກັບທ່າອ່ຽງຂອງສາກົນ, ທ່າອ່ຽງຄວາມກ້າວໜ້າຂອງຍຸກສະໄໝ ແລະທ່າອ່ຽງຄວາມຕ້ອງການຂອງຊາດ ແລະສັງຄົມ. ຕອ້ງປັບປຸງຫຼັກສູດໃຫ້ແທດເໝາະກັບການຄົ້ນຄວ້າວິທະຍາສາດ ແລະການບໍລິການສັງຄົມ, ເພື່ອເຮັດໃຫ້ການຄົ້ນຄວ້າວິທະຍາສາດ ສາມາດດໍາເນີນໄປໄດ້ຢ່າງມີປະສິດທິພາບ ແລະປະສິດທິຜົນ;  ສິ່ງທ້າທາຍອີກອັນໜຶ່ງແມ່ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະງົບປະມານ; ຈຳນວນພະນັກງານ, ຄູ-ອາຈານ ຫຼຸດລົງ ແລະຄວາມກະຕືລືລົ້ນໃນການປະກອບສ່ວນວຽກງານການຄົ້ນຄວ້າວິທະຍາສາດ ຍັງບໍ່ສູງເທົ່າທີ່ຄວນ; ການຈັດສັນຈຳນວນງົບປະມານ, ຄົນ ແລະຊັບພະຍາກອນ ຍັງບໍ່ມີຈຸກສຸມ, ຍັງເນັ້ນໃສ່ວຽກງານບໍລິຫານຫຼາຍເກີນໄປ.

      ເພື່ອຢາກພັດທະນາ ກິີລາ-ກາຍະກຳ, ວິທະຍາສາດ, ເຕັກນິກ, ນະວັດຕະກຳ ແລະ ຜະລິດຕະພັນ, ຕ້ອງໄດ້ສຸມໃສ່ການພັດທະນາຄົນ, ໂດຍໃຫ້ການສຶກສາ, ພັດທະນາຄວາມຮູ້-ຄວາມສາມາດ ແລະທັກສະຕ່າງໆ. ພ້ອມກັນສ້າງວັດທະນະທຳຮັກການອ່ານ, ຮັກການຮຽນ, ຮັກການຂີດຂຽນ, ຮັການຄົ້ນຄວ້າ ແລະການເຜີຍແຜ່ຄວາມຮູ້.  ມຊ ຍັງຕ້ອງເສີມຂະຫຍາຍການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງ, ມະຫາວິທະຍາໄລ, ສະຖາບັນ ແລະພາກສ່ວນເອກະຊົນ ທີ່ກ່ຽວຂ້ອງ ທັງພາຍໃນ ແລະຕ່າງປະເທດ ໃຫ້ມີປະສິດທິຜົນ, ເພື່ອຂົນຂວາຍຫາແຫຼ່ງທຶນຄົ້ນຄວ້າ ແລະຍົກລະດັບການຄົ້ນຄວ້າໃຫ້ເທົ່າທຽມກັບພາກພື້ນ ແລະສາກົນ; ສົ່ງເສີມ ແລະ ຍົກລະດັບໃຫ້ແກ່ນັກຄົ້ນຄວ້າໜຸ່ມ ແລະເພດຍິງໃຫ້ຫຼາຍຂຶ້ນ; ບັນດານັກຄົ້ນຄວ້າທີ່ຊ່ຽວຊານກໍຕ້ອງສ້າງກຸ່ມຄົ້ນຄວ້າ ຫຼື ສ້າງສະພາວິທະຍາສາດຂະແໜງການ, ເພື່ອຄົ້ນຄວ້າ ແລະແກ້ບັນຫາໃຫ້ເລິກເຊິ່ງ ແລະຕໍ່ເນື່ອງ, ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພັກ ແລະ ລັດຖະບານພວກເຮົາ ເຫັນໄດ້ຄວາມສຳຄັນ ແລະໄດ້ວາງແນວທາງອັນຖືກຕ້ອງ, ມີຍຸດທະສາດ, ເປົ້າໝາຍ ແລະແຜນການທີ່ຈະແຈ້ງ, ຖ້າພວກເຮົາມີຄວາມສາມັກຄີ, ເສຍສະຫຼະທຸ້ມເທ ແລະ ປະກອບສ່ວນຢ່າງຕັ້ງໜ້າ, ຈະເຮັດໃຫ້ພວກເຮົາສາມາດແກ້ບັນຫາ ແລະສິ່ງທ້າທາຍດັ່ງກ່າວນັ້ນໄດ້ ແລະຈຶ່ງຈະເຮັດໃຫ້ການສຶກສາ, ກີລາ-ກາຍະກຳ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງປະເທດພວກເຮົາມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

      ໃນທີ່ປະຊຸມຍັງໄດ້ຮັບຟັງການສະຫຼຸບວຽກງານການຄົ້ນຄວ້າທີ່ຜ່ານມາ ແລະແຜນຍຸດທະສາດການຄົ້ນຄວ້າວິທະຍາສາດຂອງ ມຊ, ຮັບຟັງການບັນຍາຍ ພິເສດ ຫົວຂໍ້: “ສະພາບການຈັດຕັ້ງປະຕິບັດແຜນການ ແລະຍຸດທະສາດການແກ້ໄຂບັນຫາເສດຖະກິດ-ສັງຄົມ ໃນປັດຈຸບັນ” ຈາກທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ, ຟັງການບັນຍາຍພິເສດ ຫົວຂໍ້ “ Role of Mahidol University for SDGs” ໂດຍທ່ານ ສຈ. ນາຍແພດ ບັນຈົງ ມະໄຫສະວະຣິຍະ ອະທິການບໍດີ ມະຫາວິທະຍາໄລ ມະຫິດົນ ຣາຊະອານາຈັກໄທ ແລະຟັງການບັນຍາຍພິເສດໃນຫົວຂໍ້ “ເທັກໂນໂລຊີ ແລະດີຈີຕ້ອນ ກໍາລັງມາແຮງ ປີ 2023” ຈາກ ທ່ານ ປອ. ພອນປະດິດ ພູມມະວົງ ຄະນະວິສະວະກໍາສາດ ມຊ; ຈາກນັ້ນ ຄະນະປະທານ ແລະແຂກເຂົ້າຮ່ວມປະຊຸມ ໄດ້ຮ່ວມເປີດພິທີ, ຊົມການວາງສະແດງ ແລະເຂົ້າຮ່ວມຟັງການເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດທີ່ສະໂມສອນໃຫຍ່ ມຊ, ສະໂມສອນຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ອີກດ້ວຍ.