Select your language

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 19 ປີ ໃນຫົວຂໍ້ ຮັດແໜ້ນສາຍສຳພັນ-ເຊື່ອມຕໍ່ຄວາມຝັນ ແລະ ເປີດສົກຮຽນໃໝ່ ປະຈໍາສົກຮຽນ 2023-2024 ໃນວັນທີ 9 ພະຈິກ 2023 ທີສະຖາບັນຂົງຈື, ໂດຍການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ທ່ານ ຫຼຽງຕ້າຈົງ ຕາງໜ້າສະຖານທູດ ສປ ຈີນປະຈຳລາວ ພ້ອມດ້ວຍຜູ້ຄະນະອຳນວຍການສະຖາບັນຂົງຈືຝ່າຍຈີນ ຝ່າຍລາວ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶືກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄຳຮຸ່ງ ຈັນທະວົງ ກໍຂຶ້ນໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາສົກສຶກສາ 2022-2023 ແລະ ແຜນການເຄື່ອນໄຫວປະຈໍາສົກສຶກສາປີ 2023-2024 ເຊິ່ງໃຫ້ຮູ້ວ່າ ສະຖາບັນຂົງຈື (ສຂຈ) ມີສໍານັກງານຕັ້ງຢູ່ວິທະຍາເຂດດົງໂດກ ໄດ້ສ້າງຕັ້ງຂື້ນໃນປີ 2010 ໂດຍແມ່ນການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ປັດຈຸບັນ ສຂຈ ມີຫ້ອງຮຽນຂົງຈືທີ່ຂຶ້ນກັບຈໍານວນ 5 ແຫ່ງຄື ຫ້ອງຮຽນຂົງຈື ມສ ສາທິດ, ມສ ວຽງຈັນ, ໂຮງຮຽນຊົນເຜົ່າກິນນອນວັງວຽງ, ສະຖາບັນການເມືອງການປົກຄອງແຫ່ງຊາດ ແລະ ວິທະຍຸກະຈາຍສຽງແຫ່ງຊາດລາວ. ສຂຈ ມີພາລະບົດບາດສົ່ງເສີມການຮ່ວມມື ແລະ ການແລກປ່ຽນທາງດ້ານການສຶກສາ ການສ້າງຫຼັກສູດ ການເຝິກອົບຮົມ ວັດທະນະທໍາ ແລະ ວິທະຍາສາດລະຫວ່າງ ສປປ ລາວ ກັບ ສປ ຈີນ ໂດຍສະເພາະແມ່ນລະຫວ່າງມະຫາວິທະຍາໄລແຫ່ງຊາດລາວ ກັບ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ແລະ ບັນດາສະຖາບັນຂົງຈືຂອງ ສປ ຈີນ ເພື່ອພັດທະນາຊັບພະຍາກອນມະນຸດຢູ່ພາຍໃນ ແລະ ພາຍນອກ ມຊ ດ້ວຍການຈັດຕັ້ງການຮຽນ- ການສອນເພື່ອກໍ່ສ້າງນັກວິຊາການ ນັກຄົ້ນຄວ້າ ນັກວິທະຍາສາດ ແລະ ໃຫ້ການບໍລິການທາງດ້ານວິຊາການໃຫ້ແກ່ສັງຄົມໃນສາຂາພາສາຈີນ ການບໍລິຫານທຸລະກິດ ແລະ ເຕັກໂນໂລຊີ ຈັດຕັ້ງການຄົ້ນຄວ້າວິທະຍາສາດ ແລະ ເປັນເສນາທິການໃຫ້ມະຫາວິທະຍາໄລແຫ່ງຊາດໃນການລະດົມທຶນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອດ້ານເຕັກນິກວິຊາການ ດ້ານທຶນຮອນໃນການກໍ່ສ້າງໂຄງລ່າງພື້ນຖານ ແລະ ການພັດທະນາບຸກຄະລາກອນດ້ານພາສາຈີນ ແລະ ອື່ນໆ ສຂຈ ເປັນສະຖາບັນແຫ່ງທໍາອິດຂອງໂລກໃນການເປີດສິດສອນໃນລະດັບປະລິນຍາຕີສາຂາຄູພາສາຈີນ ສົກປີ 2023 ຮັບນັກສຶກສາ 99 ຄົນ ສົກປີ 2023-2024 ມີນັກສຶກສາ ປີ 1 - ປີ 3 ມີ 196 ຄົນ ຍິງ 103 ຄົນ ສໍາເລັດການສົ່ງນັກສຶກສາຫຼັກສູດປະລິນຍາຕີຄູພາສາຈີນປີ 2 ໄປສືບຕໍ່ສຶກສາ ປີ 3-4 ທີ່ ສປ ຈີນ ມີ 53 ຄົນ ນອກຈາກນັ້ນຍັງໄດ້ນຳພານັກຮຽນເຂົ້າຮ່ວມກິດຈະກຳຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

ແຜນການໃນສົກຮຽນ 2023-2024 ຈະສືບຕໍ່ເປັນເສນາທິການໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ຍາດແຍ່ງການຮ່ວມມື ແລະ ຊ່ວຍເຫຼືອຈາກຄູ່ຮ່ວມມື ກໍຄືມະຫາວິທະຍາໄລຊົນເຜົ່າກວາງຊີ ກໍຄືສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນ ສືບຕໍ່ບັນດາວຽກງານທີ່ມີການຕໍ່ເນື່ອງໃນປີທີ່ຜ່ານມາ ປະຕິບັດແຜນກິດຈະກໍາປະຈໍາປີ ແລະ ວຽກງານການຮຽນການສອນຂອງຝ່າຍຈີນວາງອອກໃຫ້ສໍາເລັດ ກະກຽມແຜນການພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຫຼາກຫຼາຍ ໂດຍສະເພາະການເຈລະຈາ ແລະ ປຶກສາຫາລືນໍາມະຫາວິທະຍາໄລຊົນເຜົ່າກວາງຊີໃນການເປີດຫຼັກສູດລະດັບປະລິນຍາຕີ ແລະ ລະດັບປະລິນຍາໂທ ທີ່ສິດສອນດ້ວຍພາສາຈີນ.

ໂອກາດນີ້ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ໂອ້ລົມຕໍ່ພິທີ ໂດຍທ່ານໄດ້ກ່າວວ່າ: ທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ພວມອອກແຮງ ຈັດຕັ້ງຜັນຂະຫຍາຍ ການສ້າງຄູ່ຮ່ວມຍຸດທະສາດ ຮອບດ້ານ, ຫມັ້ນຄົງຍາວນານ ຕາມທິດ 04 ດີ ກໍຄື ການເປັນຄູ່ຊະຕາກໍາ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ, ພ້ອມນັ້ນ, ສຂຈ ໄດ້ກາຍເປັນຂົວຕໍ່ ແຫ່ງ ມິດຕະພາບ ແລະ ເຊື່ອມໂຍງວັດທະນະທໍາຂອງປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ມີການຮຽນຮູ້ ແລະ ມີຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ຢ່າງເລິກເຊິງ ແລະມີບົດບາດສໍາຄັນ ແລະ ມີການປະກອບສ່ວນຢ່າງຫຼວງຫຼາຍ ໃນການກໍ່ສ້າງບຸກຄະລາກອນດ້ານພາສາຈີນ ເພື່ອ ປະກອບສ່ວນເຂົ້າໃນພາລະກິດ ສ້າງສາ ແລະ ພັດທະນາປະເທດຊາດ.

ນອກນັ້ນ, ພາຍໃນງານຍັງໄດ້ຈັດໃຫ້ມີເທສະການອາຫານພື້ນບ້ານ ຈີນ-ລາວ ໂດຍແມ່ນນັກສຶກສາຂອງສະຖາບັນເປັນຜູ້ປຸງແຕ່ງເພື່ອໃຫ້ແຂກເຂົ້າຮ່ວມງານໄດ້ລອງຊີມ ແລະຮ່ວມຮັບຊົມການສະແດງສິລະປະອີກດ້ວຍ.

ພາບບັນຍາກາດ