Select your language

ພິທີວາງສິລາລືກໂຄງການກໍ່ສ້າງປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນການທົດລອງ ໃນຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດຂຶ້ນວັນທີ 9 ພະຈິກ 2023 ທີ່ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫຼວງ) ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ,  ທ່ານ Toshimichi KOGA ເລຂາເອກ ເອກອັກຄະ ຣາຊະທູດ ຜູ້ມີອໍານາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ,  ທ່ານ Toshio NAGASE ຫົວໜ້າ ອົງການຮ່ວມມືສາກົນ ແຫ່ງປະເທດຍີ່ປຸ່ນ (JICA) ປະຈຳສປປ ລາວ,  ທ່ານ ສຈ.ປອ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມຫົວໜ້າກົມ ຮອງຄະນະບໍດີ ຫົວໜ້າພາກວິຊາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

           ທ່ານ ຮສ.ປອ ສຸລິພັນ ກັນນິຖາ ຄະນະບໍດີ ຄະນະວິສະວະກຳສາດ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການ ດັ່ງກ່າວນີ້ວ່າ: ພິທີລົງນາມໃນສັນຍາຊ່ວຍເຫຼືອລ້າ ລະຫວ່າງ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ປະຈໍາລາວ ກັບລັດຖະບານ ແຫ່ງ ສປປ ລາວ ຈັດຂຶ້ນໃນວັນທີ 25 ມີນາ 2021 ໄດ້ມອບທຶນຊ່ວຍເຫຼືອລ້າ ຈຳ ນວນ 2.5 ຕື້ເຢນ ໃຫ້ແກ່ “ໂຄງການກໍ່ສ້າງປັບປຸງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນການທົດລອງ ໃນຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ” ຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອປັບປຸງ ແລະ ຍົກລະດັບສິ່ງອໍານວຍຄວາມສະດວກ ແລະ ອຸປະກອນທົດລອງທາງດ້ານການສຶກສາ ແລະ ການຄົ້ນຄວ້າທາງດ້ານວິສະວະກຳສາດ ຂອງອາຈານ ແລະ ນັກສຶກສາ ພາຍໃນ ມຊ, ໂຄງການດັ່ງກ່າວ ປະກອບສ່ວນໃນການປັບປຸງດ້ານຄຸນະພາບການສຶກສາ ຂອງຄະນະວິສະ ວະກຳສາດ ໂດຍຜ່ານການພັດທະນາພື້ນຖານໂຄງລ່າງ ແລະ ການສ້າງຂີດຄວາມສາມາດ.

           ພາຍຫຼັງທີ່ສໍາເລັດການສໍາຫຼວດ ແລະ ອອກແບບໂຄງການ ໂດຍບໍລິສັດທີ່ປຶກສາ MOHRI Architect & Associates ຮ່ວມກັບ INTEM Consulting ແລະ ໄດ້ຮັບໃບອະນຸຍາດປຸກສ້າງ ໃນວັນທີ 27 ມິຖຸນາ 2023 ຈາກພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໃນໄລຍະເວລາດຽວກັນ ທາງບໍລິສັດທີ່ປຶກສາ ກໍປະສົບຜົນສໍາເລັດໃນການຈັດການປະມູນໂຄງການດັ່ງກ່າວຂຶ້ນ ທີ່ນະ ຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນເດືອນກັນຍາ 2023 ແລະ ໄດ້ຄັດເລືອກເອົາບໍລິສັດ KUBOTA Construction (ບໍລິສັດຮັບເໝົາກໍ່ສ້າງຄູໂບຕາ) ເປັນບໍລິສັດທີ່ຊະນະການປະມູນຮັບເໝົາວຽກງານການກໍ່ສ້າງອາຄານທົດລອງ 2 ຫຼັງ ຄື: 

           ອາຄານທີ 1: ເປັນອາຄານຫ້ອງທົດລອງທາງດ້ານວິສະວະກຳ ເປັນອາຄານ 3 ຊັ້ນ ຂະໜາດພື້ນທີ່ນໍາໃຊ້ 2.159,56 ຕາແມັດ  ພາຍໃນຕຶກປະກອບມີຫ້ອງທົດລອງ,  ຫ້ອງເຮັດວຽກຂອງອາຈານ ພະນັກງານ ແລະ ນັກສຶກສາ ໃນ 6 ພາກວິຊາເປົ້າໝາຍຄື: ພາກວິຊາວິສະວະກຳໂຍທາ,  ພາກວິຊາວິສະວະກໍາ ຂົວທາງ,  ພາກວິຊາ ວິສະວະກຳຂົນສົ່ງ  ແລະ ພາລາທິການ,  ພາກວິຊາ ວິສະວະກຳກົນຈັກ, ພາກວິຊາ ວິສະວະກຳໄຟຟ້າ,  ພາກວິຊາ ວິສະວະກຳເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມ.

           ອາຄານທີ 2: ເປັນອາຄານສູນວິສະວະກຳ ເພື່ອການພັດທະນາແບບຍືນຍົງ ເປັນອາຄານ 2 ຊັ້ນ ຂະ ໜາດພື້ນທີ່ 1.454,40 ຕາແມັດ. ພາຍໃນຕຶກປະກອບດ້ວຍເຄື່ອງມືທົດລອງພິເສດຈໍານວນໜຶ່ງ ສໍາລັບການຄົ້ນຄວ້າວິໄຈໃຫ້ແກ່ຄູອາຈານ ແລະ ສຳລັບການຮ່ວມມືກັບພາກອຸດສາຫະກຳ, ຫ້ອງເຝິກອົບຮົມ, ຫ້ອງຄອມພິວເຕີ ແລະ ຫ້ອງປະຊຸມສໍາມະນາທາງວິຊາການ ເພື່ອຮອງຮັບວຽກງານການຄົ້ນຄວ້າ ແລະ ການ ບໍລິການວິຊາການຂອງຄະນະວິສະວະກຳສາດ.

ໂດຍພາຍໃນອາຄານທັງສອງ ໄດ້ມີການສະໜອງບັນດາອຸປະກອນເຄື່ອງມືທົດລອງ ທາງດ້ານວິສະວະກຳ ທີ່ທັນສະໄໝ ພ້ອມດ້ວຍລະບົບໄຟຟ້າ, ລະບົບປັບອາກາດ, ເຄື່ອງສຽງ ແລະ ເຄື່ອງສາຍ LCD, ສະໜອງໂຕະຕັ່ງ ແລະ ອຸປະກອນຮັບໃຊ້ຫ້ອງການອື່ນໆ.

          ໂຄງການນີ້ ມີໄລຍະດໍາເນີນການທັງໝົດ 15 ເດືອນ ເຊິ່ງໂຄງການແມ່ນໄດ້ເລີ່ມມາແຕ່ວັນທີ 30 ກັນ ຍາ 2023 ໃນໄລຍະຜ່ານມາ ແມ່ນໄດ້ເລີ່ມລົງມືກະກຽມສະຖານທີ່ຍົກຍ້າຍສິ່ງກີດຂວາງເຊັ່ນ: ສາຍໄຟຟ້າ,  ສາຍສື່ສານ ແລະ ລະບົບທໍ່ນໍ້າປະປາທີ່ເດີນຜ່ານບໍລິເວນໂຄງການ ຄາດວ່າໂຄງການຈະສໍາເລັດການກໍ່ສ້າງວຽກອາຄານໃນວັນທີ 30 ພະຈິກ 2024 ແລະ ສຳເລັດການຕິດຕັ້ງເຄື່ອງມືທົດລອງພາຍໃນວັນທີ 31 ທັນວາ 2024.