Select your language

ໃນຕອນເຊົ້າວັນທີ 10 ພະຈິກ 2023 ຜ່ານມານີ້, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II . ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ. ທໍາ ນັນທະວົງສາ ຄະນະພັກຮາກຖານ ຄສຄ, ທ່ານ ປອ. ວິໄລສັກ ສີໂຄດວົງສາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ຮອງເລຂາຊາວໜຸ່ມ ມຊ, ທ່ານ ລິນທາ ຈັນທະມາລີ ເລຂາຊາວໜຸ່ມຮາກຖານ ຄສຄ, ທ່ານ ນາງ. ຈັນທະຈອນ ສິງຫາລາດ ປະທານສະຫະພັນແມ່ຍິງຮາກຖານ ຄສຄ ແລະທ່ານ ອໍາພອນ ວົງສຸພັນ ປະທານ ກໍາມະບານຮາກຖານ ຄສຄ, ມີບັນດາແຂກທີ່ຖືກເຊີນ, ສະມາຊິກ ຄຊປປລ ທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາ ຄສຄ ເຂົ້າຮ່ວມ.

          ໃນພິທີ ສະຫາຍ ລິນທາ ຈັນທະລີມາ ເລຂາຊາວໜຸ່ມ ຄະນະວິທະຍາສາດສັງຄົມ ໄດ້ຂຶ້ນຜ່ານບົດລາຍງານການເຄື່ຶອນໄຫວໃນໄລຍະ 5 ປີ (2019-2023 ) ຜ່ານມາ ແລະສະເໜີທິດທາງແຜນການ 5 ປີ ໃນຕໍ່ໜ້າ (2023-2028) ຂອງ ຄສຄ  ໃນການຈັດຕັ້ງປະຕິບັດວຽກງານຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມ ໂດຍຜ່ານຂະບວນການປະ​​ຕິບັດຂໍ້ແຂ່ງຂັນ 4 ບຸກໃນແຕ່ລະປີ ແລະສົມທົບກັບພຶດຕິກຳຕົວຈິງຂອງສະມາຊິກ ສາມາດຕີລາຄາໄດ້ວ່າ 80% ເຫັນວ່າມີຄະແນນສະເລ່ຍ 8,25% ຂອງຈຳນວນສະມາຊິກທັງໝົດ (ໃນເກນ ດີ-ດີເດັ່ນ). ສຳລັບການຈັດຕັ້ງເຊື່ອມຊືມເອກະສານເອກະສານສຳຄັນຕ່າງໆ ສາມາດຈັດຕັ້ງ​​ປະຕິບັດໄດ້​ 65% ຂອງແຜນການທີ່ໄດ້ກຳນົດໄວ້​​ໃນກອງປະຊຸມໃຫຍ່ໄວ້ 1-2 ຄັ້ງ/ປີ ເນື່ອງມາຈາກສະພາບໂຄວິດ-19 ແຜ່ລະບາດ. ປັບປຸງ ແລະກໍ່ສ້າງການຈັດຕັ້ງຊາວໜຸ່ມໄດ້ອະນຸມັດຮັບມະຫາຊົນເຂົ້າເປັນສະມາຊິກຊາວໜຸ່ມ ປລ ໄດ້ 3 ຄັ້ງ ມີສະມາຊິກ 16 ສະຫາຍ, ຊຸກຍູ້ສະມາຊິກຜູ້ມີເປົ້າໝາຍຂະຫຍາຍເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ໃຫ້ໄດ້ 11 ສະຫາຍ, ຍິງ 6 ສະຫາຍ, ສະມາຊິກພັກສຳຮອງ 3 ສະຫາຍ, ຍິງ 2 ສະຫາຍ. ປັບປຸງກົງຈັກການຈັດຕັ້ງຊາວໜຸ່ມ ໃຫ້ສອດຄ່ອງກັບແຜນກຳນົດພະນັກງານ​ (2021-2025) ສ້າງພະນັກງານສືບທອດ, ປ່ຽນແທນ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຕຳແໜ່ງງານຕ່າງໆ, ໄດ້ສ້າງຂະບວນການສິລະປະ ແລະກີລາ ໃນການສະເຫຼີມ-ສະຫຼອງວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ ປະຕິບັດໄດ້ເກີນແຜນທີກຳນົດໄວ້, ສຳລັບວຽກງານ 4 ບຸກ ແມ່ນສາມາດປະຕິບັດຂໍ້ແຂ່ງຂັນ 4 ບຸກໄດ້ປະເພດດີ-ດີເດັ່ນ 80% ຂຶ້ນໄປ, ໄດ້ນຳພາສະມາຊິກພະນັກງານ ແລະ ສະມາຊິກນັກສຶກສາບໍລິຈາກເລືອດທັງຢູ່ພາຍໃນ ແລະຢູ່ນອກໄດ້ທັງໝົດ 488 ເທື່ອຄົນ, ຍິງ 278 ເທື່ອຄົນ. ​ໄດ້ນຳພາສະມາຊິກປ້ອງກັນເວນຍາມ 24 ຊົ່ວໂມງ ໃນຂອບເຂດຄວາມຮັບຜິດຊອບຕົນ ເຫັນວ່າມີຄວາມເປັນລະບຽບດີ.

          ຈາກນັ້ນ ໃນພິທີຍັງໄດ້ມີການປ່ອນບັດ ຄັດເລືອກເອົາ  ຄຊປປລ ຄະນະວິທະຍາສາດສັງຄົມ ມຊ ຊຸດໃໝ່; ມີຜູ້ສະໝັກທັງໝົດ 11 ສະຫາຍ, ຄັດເລືອກເອົາ 7 ສະຫາຍ; ຜ່ານການຄັດເລືອກໃນທີ່ປະຊຸມ ໄດ້ເລືອກ ສະຫາຍ ງາມຕາ ວົງວິໄລທອງ ເປັນເລຂາ, ສະຫາຍ ສົມໃຈ ບູລິດຳ ເປັນຮອງ, ສະຫາຍ ກັນຫາ ແສງມະນີ ເປັນປະທານກວດກາ, ສະຫາຍ ບຸນນັດ ແກ້ວປັນຍາ, ສະຫາຍ ມາລາວັນ ຈັນທະວົງສິນ, ສະຫາຍ ບຸນຈັນ ແຈ່ມມາໄລ ແລະສະຫາຍ ຄໍາອົ້ນ ທໍາມະວົງ ເປັນຄະນະ.

ພາບບັນຍາກາດ