Select your language

ໃນຕອນເຊົ້າວັນທີ 13 ພະຈິກ 2023 ນີ້, ຄະນະສະຖາປັດຕະຍະກໍາສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີແຂ່ງຂັນອອກແບບໂອນຊາ ຫຼືເຄື່ອງຫຼິ້ນທີ່ເຮັດຈາກໄມ້ໄຜ່ ຂຶ້ນທີ່ຫ້ອງປະຊຸມຂອງ ຄສປ. ໂດຍການເປັນປະທານ ແລະກ່າວເປີດພິທີຂອງທ່ານ ຮສ. ມະໂນລົດ ພິນິດ ຮອງຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ມຊ, ມີບັນດາຄະນະກໍາມະການຈາກ ຄະນະສະຖາປັດຕະຍະກຳສາດ ມຊ, ອາຈາຈາກມະຫາວິທະຍາໄລສຸພານຸວົງ ແລະອາຈານຈາກມະຫາວິທະຍາໄລຈໍາປາສັກ ແລະມີຄະນະກໍາມະການຈາກຝ່າຍ ສປຈ ທີ່ເຂົ້າຮ່ວມຜ່ານທາງອອນລາຍ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

          ຈຸດປະສົງໃນການຈັດງານດັ່ງກ່າວແມ່ນເພື່ອຄັດເລືອກເອົາຜົນງານນັກສຶກສາ ຜູ້ທີ່ມີຜົນງານການອອກແບບດີເດັ່ນ ເພື່ອເປັນຕົວແທນຂອງນັກສຶກສາ ສປປ ລາວ ເຂົ້າຮ່ວມການແຂ່ງຂັນໃນລະດັບນາໆຊາດ ທີ່ຈະຈັດຂຶ້ນທີ່ສວນນົກກວາງຊູ ເມືອງໜານຊາ ສປ ຈີນ ໃນວັນທີ 10 ທັນວາ 2023.

          ທ່ານ ຮສ. ມະໂນລົດ ພິນິດ ໄດ້ໃຫ້ຮູ້ວ່າ ການແຂ່ງຂັນໃນປະເທດລາວ ເປັນການແຂ່ງຂັນເພື່ອຄັດເລືອກເອົາຕົວແທນນັກສຶກສາ ຄະນະສະຖາປັດຕະຍະກຳສາດ ຈາກ 3 ມະຫາວິທະຍາໄລ ຄື ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈໍາປາສັກ. ການແຂ່ງຂັນດັ່ງກ່າວ ແມ່ນໄດ້ເລີ່ມມາ ແຕ່ປີ 2022 ເຊິ່ງໄດ້ຮັບຄວາມຮ່ວມມື ແລະມີຜົນສໍາເລັດເພາະນັກສຶກສາ 2 ທີມ ທີ່ເປັນຕົວແທນຂອງ ສປປ ລາວ ໄດ້ຖືກນໍາຜົນງານໄປກໍ່ສ້າງຈິງ ທີ່ສວນນົກກວາຊູ ເມືອງໜານຊາ ສປ. ຈີນ ແລະໄດ້ຮັບລາງວັນ Excellence Reward  ໃນຫົວຂໍ້ “Compaehensive Award”  ດັ່ງນັ້ນ, ຈຶ່ງໄດ້ສືບຕໍ່ດໍາເນີນຕໍ່ເນື່ອງມາໃນປີນີ້ ແລະຄາດໝາຍໃຫ້ມີການດໍາເນີນການແຂ່ງຂັນໃນທຸກໆປີ. ການແຂ່ງຂັນດັ່ງກ່າວນີ້ ເປັນກິດຈະກໍາວິຊາການທີ່ສົ່ງເສີມການຮຽນ-ການສອນ, ເປັນເວທີ ທີ່ໃຫ້ນັກສຶກສາ ໄດ້ມີໂອກາດສະແດງຜົນງານການອອກແບບສູ່ສາຍຕາຂອງສັງຄົມ ແລະນັກສຶກສາ ຍັງໄດ້ແລກປ່ຽນບົດຮຽນ ກັບນັກສຶກສາຂອງບັນດາມະຫາວິທະຍາໄລໃນເຂດອາຊີ.

          ໃນການແຂ່ງຂັນອອກແບບ ແມ່ນໄດ້ເລີ່ມມາແຕ່ ເດືອນກັນຍາ 2023 ເຊິ່ງທີມນັກສຶກສາສົ່ງຜົນງານເຂົ້າແຂ່ງຂັນທັງໝົດມີ 17 ທີມ; ໃນນັ້ນມີ 10 ທີມທີ່ຜ່ານການຄັດເລືອກໃຫ້ມາແຂ່ງຂັນໃນຮອບສຸດທ້າຍ ເພື່ອຄັດເລືອກເອົາພຽງ 2 ທີມ, 2 ຜົນງານດີເດັ່ນ ນໍາໄປກໍ່ສ້າງຈິງ ທີ່ ສວນນົກກວາງຊູ ເມືອງໜານຊາ ສປ ຈີນ ເຊິ່ງເປັນຮອບການແຂ່ງຂັນລະດັບນາໆຊາດ ແລະຮ່ວມງານວາງສະແດງຂອງ “Belt and Road International Bamboo Art Exhibition” ໃນງານ Guangzhou Garden Expo” ຄັ້ງທີ 31 ເຊິ່ງຈະຈັດຂຶ້ນໃນວັນທີ 10 ທັນວາ 2023 ທີ່ ສປ ຈີນ.

         ຜົນການແຂ່ງຂັນອອກແບບຄັ້ງນີ້ ອັນດັບທີ 1 ມີ 02 ທີມ ຄື: ທີມ Tensegrity  ແລະທີມ Project C ຈາກ ຄະນະສະຖາປັດຕະຍະກໍາສາດ ມຊ ໄດ້ຮັບເງິນລາງວັນ ທີມລະ 17.250.000 ກີບ ແລະທັງເປັນຕົວແທນໄປແຂ່ງຂັນຢູ່ ສປ ຈີນ,  ອັນດັບທີ 2 ມີ 2 ທີມ ຄື: ທີມ Khaen ຈາກມະຫາວິທະຍາໄລຈໍາປາສັກ ແລະທີມ V. R. G ຈາກຄະນະສະຖາປັດຕະຍະກໍາສາດ ມຊ  ແລະ ອັນດັບທີ 3 ມີ 2 ທີມຄື: ທີມ Alpha Tean ຈາກຄະນະສະຖາປັດຕະຍະກໍາສາດ ມຊ ແລະທີມ Champa Team ຈາກມະຫາວິທະຍາໄລຈໍາປາສັກ.