Select your language

            ໃນວັນທີ 13 ພະຈິກ 2023 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຮັບຟັງການບັນຍາຍພິເສດ ຈາກທ່ານ ສຈ. ປອ. ຊິອິຈິ ຄິຕະໂອກະ ທີ່ປຶກສາພິເສດ (ອະດີດປະທານອົງການໄຈກາ) ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະທີ່ຫ້ອງປະຊຸມ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ໂດຍການຕ້ອນຮັບ ແລະເຂົ້າຮ່ວມຮັບຟັງຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ, ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ມີທ່ານຄະນະບໍດີ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກ , ຄະນະເສດຖະສາດ ແລະບໍລິຫານທຸລະກິດ ແລະຄະນະວິທະຍາສາດທໍາມະຊາດເຂົ້າຮ່ວມ.

           ທ່ານ ສຈ. ປອ. ຊິອິຈິ ຄິຕະໂອກະ ໄດ້ບັນຍາຍໃນຫົວຂໍ້ ການສ້າງປະເທດຍີ່ປຸ່ນສະໄໝ ແລະການປະກອບສ່ວນ ຂອງປະເທດຍີ່ປຸ່ນຕໍ່ກັບປະເທດລາວ ໂດຍທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການສ້າງປະເທດຍີ່ປຸ່ນແຕ່ສະໄໝເອໂດະ (ປີ 1603-1868), ຈົນມາຮອດການປະຕິຮູບຍຸກເມຈິ (ປີ 1868-1878) ແລະການສ້າງລັດສະໄໝໃໝ່; ພ້ອມນັ້ນ ທ່ານຍັງໄດ້ຍົກໃຫ້ເຫັນການຮ່ວມມືລະຫວ່າງ ລາວ-ຍີ່ປຸ່ນ ທີ່ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເຊັ່ນ ດ້ານການສຶກສາ, ພະລັງງານ, ການກໍ່ສ້າງ-ບູລະນະ ໂຄງລ່າງພື້ນຖານ ແລະການປົກຄອງດ້ວຍກົດໝາຍ ແລະສາທາລະນະສຸກເປັນຕົ້ນ.

          ຫຼັງຈາກສຳເລັດການບັນຍາຍ ໃນພິທີຍັງໄດ້ມີການສົນທະນາແລກປ່ຽນກັນໃນທີ່ປະຊຸມເຊິ່ງມີນັກສຶກສາຫຼາຍຄົນໃຫ້ຄວາມສົນໃຈໃນຫົວຂໍ້ການບັນຍາຍໃນຄັ້ງນີ້.

ພາບບັນຍາກາດ