Select your language

ໃນວັນທີ 14 ພະຈິກ 2023, ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການແຂ່ງຂັນການອອກແບບສະຖາປັດຕະຍະກຳ ທີ່ຄະນະຂອງຕົນ, ໂດຍມີທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຮັກສາການຄະນະບໍດີ ຄສປ,  ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກ ຄສປ ເຂົ້າຮ່ວມແບບເຊິ່ງໜ້າ ແລະອອນລາຍ.

          ການແຂ່ງຂັນອອກແບບສະຖາປັດຕະຍະກຳໃນຄັ້ງນີ້ ຈັດຂຶ້ນເພື່ອຄັດເລືອກເອົານັກສຶກສາ ຜູ້ທີ່ມີຜົນງານດີເດັ່ນ ເປັນຕົວແທນຂອງປະເທດລາວ ໄປເຂົ້າຮ່ວມການແຂ່ງຂັນໃນລະດັບອາຊີ ທີ່ໄທເປ ສປ ຈີນ; The 12th ACARA ເປັນໂຄງການຮ່ວມມືກັນລະຫວາ່ງ 3 ມະຫາວິທະຍາໄລຄື: ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ ແລະມະຫາວິທະຍາໄລຈຳປາສັກ (ໂດຍສະເພາະແມ່ນສະສາຂາສະຖາປັດຕະຍະກຳສາດ).

 ການແຂ່ງຂັນຄັ້ງນີ້, ມີນັກສຶກສາສົ່ງຜົນງານເຂົ້າຮ່ວມການແຂ່ງຂັນທັງໝົດ 12 ຜົນງານ ໂດຍພາຍໃຕ້ຫົວຂໍ້ ເສດຖະກິດໜູນວຽນທີ່ຕິດພັນກັບການພັດທະນາແບບຍືນຍົງ Naturally Circular” ສາມາດຜ່ານເຂົ້າຮອບສຸດທ້າຍໄດ້ 5 ຜົນງານ; ເຊິ່ງໃນຮອບນີ້ ນັກສຶກສາໄດ້ນຳສະເໜີຜົນງານຂອງຕົນເອງໃຫ້ກັບຄະນະກຳມະການໂດຍແມ່ນອາຈານ ຈາກ 3 ມະຫາວິທະຍາໄລເຂົ້າຮ່ວມຕັດສິນຄື: ທ່ານ ຮສ. ປອ. ສຸກັນ ຈິດປັນຍາ ຈາກ ມຊ, ທ່ານ ນາງ ສຸກສາທິດ ແສນແສງພົມ ຈາກມະຫາວິທະຍາໄລສຸພານຸວົງ ແລະທ່ານ ທົງໄຊ ເທບພະລັກສາ ຈາກມະຫາວິທະຍາໄລຈຳປາສັກ; ຜ່ານການແຂ່ງຂັນຜົນປະກົດວ່າ: ທ້າວ ພະໂນສອນ ປິວແກ້ວປະເສີດ ນັກສຶກສາປີທີ 4 ສາຂາ ສະພາບແວດລ້ອມ ແລະຜັງເມືອງ ຄສປ. ມຊ  ສາມາດຄວ້າລາງວັນຊະນະເລີດ ພ້ອມທັງເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມການແຂ່ງໃນລະດັບອາຊີ ທີ່ ໄຕ້ຫວັນ ສປ. ຈີນ  ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-9 ທັນວາ 2023 ນີ້; ສ່ວນລາງວັນທີ 2 ແມ່ນ Mr. Vichet DOEURNG ນັກສຶກສາປີທີ 4 ສາຂາ ສະຖາປັດຕະຍະກຳສາດ ຄສປ ມຊ; ສ່ວນອັບດັບທີ 3 ແມ່ນ ທ້າວ ພິສອດ ທຳມະວົງ ນັກສຶກສາປີທີ 4 ສາຂາ ສະຖາປັດຕະຍະກຳສາດ ມະຫາວິທະຍາໄລສຸພານຸວົງ.

ພາບບັນຍາກາດ