Select your language

ນັກສຶກສາຈາກ ມະຫາວິທະຍາໄລແຫ່ງຊາດ ຈໍານວນ 15 ຄົນ ເຂົ້າຮ່ວມການແຂ່ງຂັນນໍາສະເໜີແຜນພັດທະນາແບບຍືນຍົງສໍາລັບຊາວໜຸ່ມນັກສຶກສາອາຊຽນ ທີ່ປະເທດສິງກະໂປ ໃນລະຫວ່າງວັນທີ 28 ຕຸລາ ຫາ 4 ພະຈິກ 2023 ຜ່ານມາ, ເຊິ່ງໂຄງການດັ່ງກ່າວ ເປັນການຮ່ວມມືກັນລະຫວ່າງ ມະຫາວິທະຍາ​ໄລ​ແຫ່ງ​ຊາດລາວ ກັບ ອົງກອນເຄືອຂ່າຍຊາວໜຸ່ມໂອເອັດສ໌ຈີ (OSG Youth Alliance) ແລະ ໄດ້ມີການຄັດເລືອກຕົວແທນນັກສຶກສາລາວໄປເຂົ້າຮ່ວມ ການແຂ່ງຂັນລະດັບອາຊຽນ “1st Annual ASEAN-China-India : ACI – Youth Leadership Summit 2023” (ພາຍໃຕ້ຫົວຂໍ້: ‘Sustainability’).

ພາຍໃນງານການແຂ່ງຂັນລະດັບອາຊຽນ “1st Annual ASEAN-China-India : ACI – Youth Leadership Summit 2023” ແມ່ນມີນັກສຶກສາຈາກ 12 ປະເທດໂດຍມີ 10 ປະເທດຈາກອາຊຽນ, ສອງປະເທດຄູ່ຮ່ວມຄື: ສປ. ຈີນ ແລະ ອິນເດຍ ໂດຍແຕ່ລະປະເທດໄດ້ນໍາສົ່ງຕົວແທນນັກສືກສາຂອງຕົນ ຈໍານວນ 15 ຄົນ,  ລວມແລ້ວມີນັກສຶກສາເຂົ້າຮ່ວມການແຂ່ງຂັນທັງໝົດ 180 ຄົນ; ໂຄງການນີ້ ມີຈຸດປະສົງເພື່ອໃຫ້ນັກສຶກສາທີ່ເຂົ້າຮ່ວມໄດ້ມີໂອກາດປະກອບສ່ວນແນວຄວາມຄິດ ໃນການສ້າງແບບແຜນກ່ຽວກັບ ການພັດທະນາແບບຍືນຍົງໃຫ້ແກ່ສັງຄົມສະໄໝໃໝ່ ໂດຍແນໃສ່ການພັດນາແບບຍືນຍົງ ເປົ້າໝາຍທີ 11 (ສ້າງຕົວເມືອງ ແລະ ທີ່ພັກອາໄສໃຫ້ທົ່ວເຖິງ, ປອດໄພ ແລະ ໝັ້ນຄົງທົນທານ) ແລະ ເປົ້າໝາຍທີ 12 (ຮັບປະກັນຮູບແບບອຸປະໂພກບໍລິໂພກ ແລະ ການຜະລິດໃຫ້ມີຄວາມຍືນຍົງ) ເປັນຫຼັກ. ນັກສຶກສາທີ່ເຂົ້າຮ່ວມກິດຈະກໍາແມ່ນຈະຖືກແບ່ງອອກເປັນກຸ່ມເພື່ອທໍາການແຂ່ງຂັນໂດຍ ກຸ່ມ 1 ປະກອບມີ 6 ຄົນ ໂດຍມາຈາກຄົນລະປະເທດກັນ. ໃນນັ້ນ, ທີມທີ່ໄດ້ລາງວັນ ອັນດັບທີ 2 (ໄດ້ຮັບທຶນການສຶກສາ 5,000 ໂດລາສິງກະໂປ ພ້ອມໂລ່ກຽດຕິຄຸນ) ໄດ້ມີນັກສຶກສາ ມຊ 1 ຄົນ ເປັນສະມາຊິກ ພາຍໃນທີມ ໂດຍມີຊື່ວ່າ: ນ. ອັກສອນຄຳ ວົງໄຊ, ນັກສຶກສາ ຊັ້ນປີທີ4 ສາຂາ ສັງຄົມສົງເຄາະ, ຄະນະວິທະຍາສາດສັງຄົມ ແລະ ທີມທີ່ໄດ້ລາງວັນ ອັນດັບທີ 6 (ໄດ້ຮັບຫຼຽນກຽດຕິຄຸນ) ໄດ້ມີນັກສຶກສາ ມຊ 1 ຄົນ ເປັນສະມາຊິກ ພາຍໃນທີມ ໂດຍມີຊື່ວ່າ: ນ. ປ່າເຍຍ ຢ່າງເຊົາເຢ້, ນັກສຶກສາ ຊັ້ນປີທີ 4 ສາຂາ ສັງຄົມສົງເຄາະ, ຄະນະວິທະຍາສາດສັງຄົມ.

ພາບບັນຍາກາດ