Select your language

          

ໃນລະຫວ່າງ ວັນທີ 14-15 ພະຈິກ 2023 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມປະເມີນກາງສະໄໝ ການຈັດຕັ້ງປະຕິບັດແຜນພັດທະນາດານສຶກສາໄລຍະ 5 ປີ ຂຶ້ນທີ່ຫ້ອງປະຊຸມໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ເຂົ້າຮ່ວມມີທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ, ມີບັນດາທ່ານ ຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອຳນວຍການສະຖາບັນ, ສູນ, ໂຮງຮຽນ, ໂຮງໝໍ, ຫໍສະໝຸດກາງ, ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ  ແລະຄະນະຮັບຜິດຊອບທີ່ກ່ຽວຂ້ອງເຂົ້າຮ່ວມ.

            ໃນກອງປະຊຸມ ທ່ານ ນາງ ຄໍາຜົງ ພະເມືອງ ຮອງຫົວໜ້າຫ້ອງການແຜນການ ການເງິນ ມຊ. ໄດ້ຂຶ້ນລາຍງານແຜນການຈັດຕັ້ງປະຕິບັດກາງສະໄໝ ແຜນການພັດທະນາການສຶກສາໄລຍະ 5 ປີ(2021-2025) ເຊິ່ງໄດ້ລາຍງານໃຫ້ຮູ້ວ່າ: ເພື່ອບັນລຸຈຸດໝາຍລວມຕາມພາລະບົດບາດ, ໜ້າທີ ແລະວິໄສທັດ ຂອງ ມຊ. ໃນການພັດທະນາຄຸນນະພາບການສຶກສານັ້ນ, ມຊ. ໄດ້ກໍານົດເປັນ 7 ແຜນງານຄື 1. ການສ້າງ ແລະພັດທະນາບຸກຄະລາກອນ, 2. ພັດທະນາ ມຊໃຫ້ເປັນສູນກາງການສຶກສາທີ່ມີຄຸນນະພາບ, 3. ພັດທະນາຄວາມເປັນສູນກາງ ດ້ານການຄົ້ນຄວ້າວິທະຍາສາດ ແລະການບໍລິການວິຊາການ, 4. ປັບປຸງ, ສ້າງ ແລະພັດທະນາກົນໄກຄຸ້ມຄອງ-ບໍລິຫານ, ການບໍລິການທີ່ດີ ແລະທັນສະໄໝ, 5. ປັບປຸງ, ຂະຫຍາຍ ແລະພັດທະນາພື້ນຖານໂຄງລ່າງສູ່ຄວາມເປັນສາກົນ, 6. ການສ້າງຄວາມເຂັ້ມແຂງທາງດ້ານການເງິນ ແລະ 7.ການສ້າງຄວາມເຂັ້ມແຂງວຽກງານພົວພັນຕ່າງປະເທດ.  ເຊິ່ງໃນນັ້ນແມ່ນໄດ້ມີຜົນສໍາເລັດຫຼາຍດ້ານ ໂດຍສະເພາະແມ່ນວຽກງານຍົກລະດັບວິຊາສະເພາະຂອງພະນັກງານ ໃນລະດັບປະລິນຍາໂທຢູ່ພາຍໃນ ຈໍານວນ 35 ທ່ານ, ຍິງ 18 ທ່ານ, ຕ່າງປະເທດ 13 ທ່ານ, ຍິງ 6 ທ່ານ, ວຽກງານພັດທະນາຫຼັກສູດແມ່ນໄດ້ພັດທະນາ ແລະປັບປຸງຫຼັກສູດໃນລະດັບປະລິນຍາໂທ ໄດ້ 9 ຫຼັກສູດ, ສໍໍາເລັດການສ້າງຫຼັກສູດປະລິນຍາເອກ ໄດ້ 1 ຫຼັກສູດ; ນອກຈາກນັ້ນ ຍັງມີຜົນສໍາເລັດຫຼາຍໆດ້ານເຊັນ: ວຽກຄົ້ນຄວ້າວິທະຍາສາດ, ວຽກພັດທະນາການຄຸ້ມຄອງລະບົບການບໍລິຫານ, ວຽກພັດທະນາພື້ນຖ່ານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆ, ວຽກຄວາມເຂັ້ມແຂງທາງດ້ານການເງິນ, ວຽກພົວພັນຕ່າງປະເທດ ແລະວຽກງານອື່ນໆ.

            ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ຜ່ານແຜນວຽກງານຈຸດສຸມໄລຍະທ້າຍສະໄໝ 2024-2025 ແລະໄດ້ຜ່ານນິຕິກໍາຕ່າງໆຂອງ ມຊ. ໂດຍສະເພາະແມ່ນ ຜ່ານຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັງານ-ລັດຖະກອນທີ່ເສຍຊີວິດພາຍໃນ ມຊ, ຜ່ານຂໍ້ຕົກລົງວ່າດ້ວຍກົດລະບຽບຂອງນັກສຶກສາ ມຊ, ຜ່ານຂໍ້ຕົກລົງວ່າດ້ວຍລະບຽບການໃຫ້ທຶນ, ການບໍລິຫານ ແລະການຄຸ້ມທຶນມູນນິທິການສຶກສາ ມຊ, ຂໍ້ຕົກລົງວ່າດ້ວຍກອງທຶນສະຫວັດດີການນັກສຶກສາ ມຊ, ຂໍ້ຕົກລົງວ່າດ້ວຍການໃຫ້ຄໍາປຶກສາ ແລະແນະແນວນັກສຶກສາ ມຊ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ-ບໍລິຫານສະ

ໜາມກີລາກາງ ມຊ, ຂໍ້ຕົກລົງວ່າດ້ວຍສະໂມສອນກີລາ ມຊ, ຂໍ້ຕົກລົງເສຍສະຕິເງິນພັນທະກິດຈະກຳຂອງນັກສຶກສາ ມຊ, ຂໍ້ຕົກລົງວ່າດ້ວຍສະໂມສອນສິລະປະ-ວັນນະຄະດີ ແລະອາສາສະໜັກ ມຊ ແລະຂໍ້ຕົກລົງວ່າດ້ວຍລະບຽບການປະຕິບັດນະໂຍບາຍດ້ານການສຶກສາຂອງນັກສຶກສາຕ່າງປະເທດທີ່ຮຽນຢູ່ໃນ ມຊ. ຂະນະດຽວກັນ, ໃນກອງປະຊຸມໄດ້ມີການສົນທະນາແລກປ່ຽນຄໍາຄິດເຫັນເພື່ອປັບປຸງໃສ່ບົດລາຍງານໃຫ້ສົມບູນ ແລະປະກອບຄໍາຄິດເຫັນໃສ່ນິຕິກໍາຕ່າງໆໂດຍສະເພາະແມ່ນປັບປຸງໂຄງຮ່າງ, ການໃຊ້ຄໍາສັບ ແລະບັນຫາຕ່າງໆຄືນໃໝ່ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງໃນປັດຈຸບັນ. ກອງປະຊຸມໄດ້ດໍາເນີນເປັນເວລາ 2 ວັນເຕັມ (ວັນທີ 14-15 ພະຈິກ 2023) ຈຶ່ງໄດ້ປິດລົງດ້ວຍຜົນສໍາເລັດ.

ພາບບັນຍາກາດ