Select your language

ໃນວັນພຸດ ວັນທີ 15 ພະຈິກ 2023 ຜ່ານມາ, ໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ (ຮພຊ) ໄດ້ຈັດງານແຂ່ງຂັນກີລານັກຮຽນ ໂດຍການເປັນປະທານຂອງ ທ່ານ ອາຈານ ຄໍາຫອງ ສີບຸນເຮືອງ ຮອງຜູ້ອຳນວຍການໂຮງຮຽນ ຮພຊ, ມີພະນັກງານ, ຄູ-ອາຈານ ແລະນ້ອງໆນັກຮຽນແຕ່ຊັ້ນ ມ1 - ມ7 ເຂົ້າຮ່ວມ.

ທ່ານ ຄໍາຫອງ ສີບຸນເຮືອງ ໄດ້ກ່າວມີຄຳເຫັນໃນທີ່ປະຊຸມ ເຊິ່ງບາງຕອນທ່ານໄດ້ກ່າວວ່າ: ຮພຊ ສ້າງຕັ້ງຂຶ້ນໃນວັນທີ 26 ກຸມພາ 2007; ເມື່ອຫວນຄືນ 16 ປີຄືນຫຼັງໂຮງຮຽນມີຄູ-ອາຈານ ພຽງແຕ່ 7 ຄົນ ແລະ ນັກຮຽນ 40 ຄົນ, ມາຮອດປັດຈຸບັນ ໂຮງຮຽນພວກເຮົາມີຄູ 46 ຄົນ, ນັກຮຽນ 500 ກວ່າຄົນ. ໃນທຸກໆປີ ຮພຊ ໄດ້ຈັດກິດຈະກໍາການແຂ່ງຂັນກີລາປະຈຳປີ ເຊິ່ງກິດຈະກຳນີ້ ເປັນ 1 ໃນ 5 ຫຼັກມູນການສຶກສາ ຄື: ປັນຍາສຶກສາ, ຄຸນສົມບັດສຶກສາ, ພາລະສຶກສາ, ສິລະປະສຶກສາ ແລະ ແຮງງານສຶກສາ; ໂດຍມີຈຸດປະສົງເພື່ອໃຫ້ນັກຮຽນໄດ້ໃຊ້ເວລາວ່າງໃຫ້ເກີດປະໂຫຍດ, ມີຄວາມສາມັກຄີ, ມີນໍ້າໃຈນັກກີລາ ພ້ອມທັງເປັນການສະແດງຄວາມສາມາດດ້ານກີລາປະເພດຕ່າງໆອີກດ້ວຍ.

ການແຂ່ງຂັນດັ່ງກ່າວແມ່ນໄດ້ຈັດໃນຊົ່ວໂມງກິດຈະກໍາຂອງໂຮງຮຽນ ແລະ ຈະດໍາເນີນໄປຈົນຮອດທ້າຍເດືອນ ເມສາ ປີ 2024 ຈຶ່ງສະຫຼຸບຜົນ.