Select your language

         ໃນຕອນເຊົ້າ ວັນທີ 16 ພະຈິກ 2023 ນີ້, ໜ່ວຍພັກຫ້ອງການ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ໃຫຍ່ຄັ້ງທີ IV ຂອງໜ່ວຍຕົນຂຶ້ນທີ່ຫ້ອງປະຊຸມ ຂອງຫ້ອງການເຄຫະ ແລະບໍລິການ ມຊ, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານ ຂອງ ສະຫາຍ ຮສ. ຄໍາເຜີຍ ພົມມະຈັນ ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ, ມີສະຫາຍ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ເລຂາຄະນະໜ່ວຍພັກ ຫ້ອງການ ມຊ, ມີບັນດາສະຫາຍ ຄະນະໜ່ວຍພັກ, ບັນດາເລຂາ, ຮອງເລຂາຄະນະໜ່ວຍພັກຫ້ອງການຕ່າງໆອ້ອມຂ້າງສໍານັກງານອະທິການບໍດີ, ມີສະມາຊິກພັກຫ້ອງການ ມຊ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນທີ່ປະຊຸມ ສະຫາຍ ຮສ.ປອ ບົວດໍາ ແສງຄໍາຄຸດລາວົງ ເລຂາຄະນະໜ່ວຍພັກ ຫ້ອງການ ມຊ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍ 5 ປີ ຜ່າມາ ແລະຜ່ານທິດທາງແຜນການ 5 ປີ ຕໍ່ໜ້າຕໍ່ທີ່ປະຊຸມ, ເຊິ່ງ ສະຫາຍໃຫ້ຮູ້ວ່າ: ໜ່ວຍພັກຫ້ອງການ ມຊ ເປັນໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ສໍານັກງານອະທິການບໍດີ ແລະເປັນເສນາທິການຫຼັກ ໃຫ້ແກ່ຄະນະນໍາ ມຊ ໃນການຄຸ້ມຄອງ ແລະ ບໍລິຫານ ມຊ; ມີຄະນະໜ່ວຍພັກທັງໝົດ 03 ສະຫາຍ, ຍິງ 01 ສະຫາຍ, ປະກອບມີ ເລຂາໜ່ວຍພັກ 01 ສະຫາຍ, ຮອງເລຂາໜ່ວຍພັກ 01 ສະຫາຍ ແລະປະທານກວດກາພັກ 01 ສະຫາຍ; ມີສະມາຊິກພັກທັງໝົດ 25 ສະຫາຍ, ຍິງ 12 ສະຫາຍ, ສະມາຊິກພັກບໍານານ 09 ສະຫາຍ, ຍິງ 03 ສະຫາຍ. ດ້ານການເມືອງ-ແນວຄິດ ໜ່ວຍພັກຫ້ອງການ ມຊ ຍາມໃດກໍໄດ້ຖືເອົາວຽກງານນໍາພາສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກ, ພະນັກງານ ດ້ວຍຫຼາຍຮູບ-ຫຼາຍສີ, ຫຼາຍເນື້ອໃນ ໃຫ້ສອດຄ່ອງແຕ່ລະເປົ້າໝາຍ, ໄດ້ຄົ້ນຄວ້າ-ເຊື່ອມຊຶມມະຕິກອງປະຊຸມໃຫຍ່, ເອກະສານທີ່ເປັນມູນເຊື້ອຂອງຊາດ-ຂອງພັກ ແລະໄດ້ຍົກໃຫ້ເຫັນດ້ານວຽກງານອື່ນໆເຊັ່ນ: ວຽກງານປັບປຸງກໍ່ສ້າງພັກ ແລະຂະຫຍາຍພັກ, ດ້ານການຈັດຕັ້ງ ແລະນະໂຍບາຍ, ວຽກງານວິຊາສະເພາະ, ວຽກງານນໍາພາອົງການຈັດຕັ້ງມະຫາຊົນ, ວຽກງານຕິດຕາມ-ກວດກາ, ວຽກງານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ ແລະວຽກງານພົວພັນຕ່າງປະເທດ.

         ຈາກນັ້ນ, ທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ເພື່ອຊີ້ນໍາ-ນໍາພາໜ່ວຍພັກ ກໍຄືຫ້ອງການ ມຊ; ເຊິ່ງມີຜູ້ສະໝັກທັງໝົດ 05 ສະຫາຍ, ເລືອກເອົາ 03 ສະຫາຍ; ຜ່ານການປ່ອນບັດຄັດເລືອກ, ທີ່ປະຊຸມໄດ້ໄດ້ເລືອກ ສະຫາຍ ສູນທະລີ ບົວສີສະຫວັດ ເປັນເລຂາຄະນະໜ່ວຍພັກຫ້ອງການ ມຊ, ສະຫາຍ ນາງ ວຽງສຸກ ແພງບຸບຜາ ເປັນຮອງເລຂາຄະນະໜ່ວຍພັກ ແລະສະຫາຍ ພູວຽງ ແສນສົມບັດ ເປັນປະທານກວດກາໜ່ວຍພັກ.

        ໃນຕອນທ້າຍ ທີ່ປະຊຸມໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄໍາເຜີຍ ພົມມະຈັນ ເລຂາຄະນະພັກຮາກຖານ ສໍານັກງານອະທິການບໍດີ ມຊ, ເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍ-ຊົມເຊີຍ ຜົນງານທີ່ທາງຄະນະໜ່ວຍພັກ ຫ້ອງການ ມຊ ຍາດມາໄດ້ໃນ 05 ປີ ຜ່ານມາ,  ຂະນະດຽວກັນ ສະຫາຍໄດ້ກ່າວເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່ ໃຫ້ຢຶດໝັ້ນແນວທາງນະໂຍບາຍຂອງພັກເວົ້າລວມ; ເວົ້າສະເພາະກໍແມ່ນທິດທາງແຜນການຂອງຄະນະພັກ ມຊ ກໍຄື ຄະນະພັກຮາກຖານ ສໍານັກງານອະທິການບໍດີ ມາເປັນທິດທາງໃນການເຄື່ອນໄຫວຊີ້ນໍາ-ນໍາພາໜ່ວຍພັກ; ຄະນະໜ່ວຍພັກຕ້ອງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກດ້ວຍຄວາມໜັກແໜ້ນ, ອົດທົນ, ເສຍສະຫຼະ ເພື່ອໃຫ້ປະກົດຜົນງານເປັນຮູບປະທໍາ ເພື່ອສ່ວນລວມ ແລະນໍາພາໜ່ວຍພັກຂອງຕົນກ້າວໄປສູ່ຜົນສໍາເລັດໃນວຽກງານແຕ່ລະດ້ານຕາມແຜນການທີ່ວາງໄວ້ໃຫ້ປະກົດຜົນເປັນຈິງ.

ພາບບັນຍາກາດ