Select your language

       ໃນຕອນບ່າຍ ວັນທີ 16 ພະຈິກ 2023 ຜ່ານມານີ້, ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີ ເປີດສູນເຝິກອົບຮົມ ແລະສອບເສັງວັດລະດັບພາສາ ທີ່ຫ້ອງປະຊຸມ ພາກວິຊາພາສາຫວຽດນາມ ຄອສ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ, ທ່ານ ມີໄຊ ສຸກຈະເລີນ ຮອງຄະະບໍດີ ຄອສ ພ້ອມດ້ວຍແຂກຖືກເຊີນ, ທ່ານຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານຄະນະດັ່ງກ່າວ ເຂົ້າຮ່ວມ.

          ໃນພິທີ ທ່ານ ນາງ ຈັນທະຈອນ ຈັນທະປັນຍາ ຫົວໜ້າສູນເຝິກອົບຮົມ ແລະ ສອບເສັງວັດລະດັບພາສາ ໄດ້ຂຶ້ນລາຍງານສະພາບຄວາມເປັນມາ ແລະ ຈຸດປະສົງຂອງການສ້າງຕັ້ງສູນ, ເຊິ່ງທ່ານໄດ້ກ່າວວ່າ: ສູນເຝິກອົບຮົມ ແລະ ສອບເສັງວັດລະດັບພາສາ ແມ່ນຂຶ້ນກັບ ຄອສ ຊຶ່ງມີພາລະບົດບາດໃນການສ້າງຫຼັກສູດເຝິອົບຮົມພາສາລາວ ແລະພາສາຕ່າງປະເທດ, ການວັດ ແລະປະເມີນຜົນ ທີ່ເນັ້ນໃສ່ເສີມສ້າງເຕັກນິກການກະກຽມຄວາມພ້ອມໃນການວັດລະດັບພາສາ ທັງໄລຍະສັ້ນ ແລະໄລຍະຍາວ ຄຽງຄູ່ກັບການຈັດຕັ້ງການສອບເສັງວັດລະດັບພາສາລາວ ແລະພາສາຕ່າງປະເທດ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງນັກສອບເສັງລວມທັງຄົນລາວ ແລະຄົນຕ່າງປະເທດ ທີ່ມີຈຸດປະສົງຢາກວັດລະດັບພາສາ; ພ້ອມນັ້ນ ຍັງມີວຽກງານສຳຄັນຢູ່ 5 ກຸ່ມຄື: 1. ກຸ່ມວຽກສະຖິຕິ ແລະປະເມີນຜົນ, 2. ກຸ່ມວຽກຄຸ້ມຄອງສື່ ແລະ ອຸປະກອນການວັດ ແລະປະເມີນຜົນ, 3. ກຸ່ມວຽກປະກັນຄຸນນະພາບ, 4. ກຸ່ມວຽກພັດທະນາສື່ ແລະເຄື່ອງມືການວັດ ແລະປະເມີນຜົນ ແລະ 5. ກຸ່ມວຽກຄຸ້ມຄອງການຮຽນ, ການສອບເສັງ ແລະການປະເມີນຜົນ.

          ໃນເບື້ອງຕົ້ນ ສູນດັ່ງກ່າວແມ່ນຕັ້ງຢູ່ພາກວິຊາ ພາສາຫວຽດນາມ ຄອສ ເຊິ່ງມີພະນັກງານທັງໝົດ 3 ທ່ານ ແລະຄາດວ່າພາຍຫຼັງການສ້າງຕັ້ງສູນນີ້ຂຶ້ນ ແມ່ນຈະສາມາດຕອບສະໜອງດ້ານການສອບເສັງວັດລະດັບພາສາລາວ ແລະພາສາອັງກິດ, ສ່ວນພາສາອື່ນໆແມ່ນຈະສືບຕໍ່ພັດທະນາໃນຕໍ່ໜ້າ.

ພາບບັນຍາກາດ