Select your language

ໃນຕອນເຊົ້າ ວັນທີ 17 ພະຈິກ 2023 ນີ້, ໜ່ວຍພັັັັັັັກພາກວິຊາຄູພາສາລາວ-ວັນນະຄະດີ ຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມ ໃຫຍ່ຄັ້ງທີ IV ຂອງໜ່ວຍຕົນຂຶ້ນທີ່ຫ້ອງປະຊຸມ ຂອງ ຕຶກສຳນັກງານຄະນະບໍດີ ຄສສ, ໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານ ຂອງ ສະຫາຍ ຮສ.ປອ. ຄໍາແສງ ທະລັງສີ ຄະນະພັກຮາກຖານ ຄສສ, ມີບັນດາສະຫາຍ ຄະນະໜ່ວຍພັກພາກວິຊາຄູພາສາລາວ-ວັນນະຄະດີ, ມີບັນດາເລຂາໜ່ວຍພັກອ້ອມຂ້າງພາກວິຊາ, ມີສະມາຊິກພັກ ເຂົ້າຮ່ວມຢ່າງພ້ອມພຽງ.

         ໃນທີ່ປະຊຸມ ສະຫາຍ ອຈ.ປທ ພອນສະຫວັນ ກໍ່າກ້ຽງຍົມ ເລຂາໜ່ວຍພັກພາກວິຊາຄູພາສາລາວ-ວັນນະຄະດີ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງໜ່ວຍ 5 ປີ ຜ່າມາ ແລະຜ່ານທິດທາງແຜນການ 5 ປີ ຕໍ່ໜ້າຕໍ່ທີ່ປະຊຸມ, ເຊິ່ງ ສະຫາຍໄດ້ຍົກໃຫ້ເຫັນຜົນງານພົ້້ນເດັ່ນຫຼາຍດ້ານໂດຍສະເພາະແມ່ນວຽກງານດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ດ້ານວຽກງານກໍ່ສ້າງພັກ ແລະປ້ອງກັນພັກ, ດ້ານວຽກງານປັບປຸງ ແລະຂະຫຍາຍພັກ, ດ້ານວຽກງານວິຊາສະເພາະ, ດ້ານວຽກງານຊີ້ນຳອຳນາດການປົກຄອງ ແລະອົງການຈັດຕັ້ງມະຫາຊົນ, ດ້ານປ້ອງກັນຄວາມສະຫງົບ, ດ້ານການພົວພັນຮ່ວມມືສາກົນ, ວຽກງານກວດກາ  ແລະວຽກງານດ້ານອື່ນໆ; ນອກຈາກນັ້ນໄດ້ຮັບຟັງບົດສໍາຫຼວດການນໍາພາຂອງຄະນະພັກຊຸດເກົ່າ ແລະຍັງໄດ້ເປັນເອກະສັນຮັບຮອງເອົາທິດທາງແຜນການ 5 ປີ ນັບແຕ່ 2023-2028 ເຊິ່ງ ຄະນະໜ່ວຍພັກຈະສູ້ຊົນສຶກສາອົບຮົມແນວຄິດຂອງສະມາຊິກພັກໃຫ້ມີຄວາມຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ປະເທດຊາດ, ຊີ້ນໍາ - ນໍາພາ ສະມາຊິກພັກໂດຍການຮ່ວມຊີວິດການເມືອງຂອງຈຸພັກໃນທຸກໆເດືອນ, ຄະນະໜ່ວຍພັກ ແລະອົງການຈັດຕັ້ງຂອງລັດພາຍໃນພາກວິຊາຕ້ອງເຮັດວຽກໂດຍການປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຊີ້ນໍາ - ນໍາພາ ສະມາຊິກພັກຄູ - ອາຈານ ແລະນັກສຶກສາເຮັດວຽກມີການວາງແຜນ, ມີການສະຫຼຸບ, ມີການປະເມີນ ແລະມີການຖອດຖອນບົດຮຽນ, ຄະນະໜ່ວຍພັກພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຈະສຸ່ມໃສການປະຕິບັດໜ້າທີ່ ການເມືອງ, ວຽກງານວິຊາສະເພາະກໍຄື ວຽກງານການຮຽນ-ການສອນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.

         ຈາກນັ້ນ, ທີ່ປະຊຸມໄດ້ມີການປ່ອນບັດ-ຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ເພື່ອຊີ້ນໍາ-ນໍາພາໜ່ວຍພັກ ກໍຄືໜ່ວຍພັກພາກວິຊາຄູພາສາລາວ-ວັນນະຄະດີ; ເຊິ່ງມີຜູ້ສະໝັກທັງໝົດ 04 ສະຫາຍ, ເລືອກເອົາ 02 ສະຫາຍ; ຜ່ານການປ່ອນບັດຄັດເລືອກ, ທີ່ປະຊຸມໄດ້ໄດ້ເລືອກ ສະຫາຍ ອຈ. ປທ. ພອນສະຫວັນ ກໍ່ກ້ຽງຍົມ ເປັນເລຂາໜ່ວຍພັກ, ສະຫາຍ ຊອ. ປທ. ນາງ ແຫວນທອງ ນັນທະວົງ ເປັນຮອງເລຂາ ແລະເປັນປະທານກວດກາ ໜ່ວຍພັກ.

        ໃນຕອນທ້າຍ ທີ່ປະຊຸມໄດ້ຮັບຟັງການໂອ້ລົມຂອງ ຮສ. ປອ. ຄໍາແສງ ທະລັງສີ ຄະນະພັກຮາກຖານ ຄສສ ໄດ້ຂຶ້ນໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວໃນໄລຍະ 3 ປີທີ່ຜ່ານມາ ແລະທ່ານໄດ້ເນັ້ນໜັກບາງບັນຫາເຊັນ ຕໍ່ກັບສະພາບການຜັນແປຂອງພາກພື້ນ ແລະ ສາກົນ ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງມີການປັບຕົວໃຫ້ເຂົ້າກັບສະພາບການດ້ວຍຄວາມຮັບຜິດຊອບສູງ, ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງເປັນຕົ້ນແມ່ນດ້ານແນວຄິດການເມືອງ, ວຽກງານວິຊາສະເພາະ, ສືບຕໍ່ຜັນຂະຫຍາຍວຽກງານຕ່າງໆຢ່າງເປັນຮູປະທໍາ, ສ້າງໜ່ວຍພັກເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນ, ສືບຕໍ່ສຶກສາອົບຮົມແນວຄິດສະະມາຊິກພັກຄູອາຈານ, ນັກສຶກສາໃຫ້ມີຄຸນທາດການເມືອງໜັກແໜ້ນ, ຊີ້ນໍາ-ນໍາພາ ສາມອົງການຈັດຕັ້ງມະຫາຊົນ ຢ່າງເປັນປົກກະຕິ, ມີການແບ່ງໜ້າວຽກ, ມີແບບແຜນວິທີເຮັດວຽກໃຫ້ລະອຽດ, ມີການປະສານງານໂຄງການອັນລະອຽດ, ມີການສະຫຼຸບ, ປະເມີນ, ຕີລາຄາ ແລະຖອດຖອນບົດຮຽນການຈັດຕັ້ງປະຕິບັດໜ້າທີ່ວຽກງານ, ມີການປະຊຸມປະຈໍາເດືອນ, ສາມເດືອນ ແລະລາຍງານໃຫ້ຄະນະພັກຮັບຊາບ.

ພາບບັນຍາກາດ