Select your language

ໃນລະຫວ່າງວັນທີ 21-24 ພະຈິກ 2023 ນີ້, ຄະນະກະເສດສາດ (ຄກສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມ ທາງດ້ານວິຊາການລະດັບສາກົນພາຍໃຕ້ຫົວຂໍ້ “ການກະສິກຳການລ້ຽງສັດແບບຍືນຍົງສໍາລັບປະເທດກຳລັງພັດທະນາ” ຢູ່ທີ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ  ໂດຍການເປັນປະທານຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ, ທ່ານ ສຈ. ປອ. ຈຸນບູຫຼຽງ ທີ່ປຶກສາອາວຸໂສດ້ານການຄົ້ນຄວ້າຂອງໂຄງການກະສິກໍາການລ້ຽງສັດແບບຍືນຍົງສໍາລັບປະເທດກຳລັງພັດທະນາ, ມີທ່ານ ຮສ. ປອ. ວັນນະພອນ ພຸດທະນາ ຮອງຄະນະບໍດີ ຄກສ, ມີບັນດາຜູ້ສະໜັບສະໜູນໂຄງການ, ບັນດາແຂກທີ່ຖືກເຊີນ ພ້ອມດ້ວຍບັນດານັກຄົ້ນຄວ້າຈາກມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລສຸພານຸວົງ, ມະຫາວິທະຍາໄລສະຫວັນນະເຂດ, ມະຫາວິທະຍາໄລຈໍາປາ ແລະນັກຄົ້ນຄວ້າຕ່າງປະເທດຈາກ 24 ປະເທດເຂົ້າຮ່ວມຈໍານວນ 182 ທ່ານ.

          ກອງປະຊຸມດ້ານວິຊາການລະດັບສາກົນພາຍໃຕ້ຫົວຂໍ້ “ການກະສິກຳການລ້ຽງສັດແບບຍືນຍົງສໍາລັບປະເທດກຳລັງພັດທະນາ” (Sustainable Animal Agriculture for Developing Countries) ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ 9 ເຊິ່ງຄັ້ງທີ 1 ແມ່ນຈັດຢູ່  ສປ. ຈີນ ໃນປີ 2007 ໂຄງການ SAADC ໄດ້ຖືກສ້າງຕັ້ງຂຶ້ນເພື່ອເປັນເວທີສໍາລັບນັກຄົ້ນຄວ້າ, ຜູ້ນະໂຍບາຍກະສິກໍາ, ຜູ້ຜະລິດສັດລ້ຽງ ແລະນັກສຶກສາເພື່ອຕອບສະໜອງ ແລະແລກປ່ຽນຄວາມຮູ້ກ່ຽວກັບການຜະລິດສັດແບບຍືນຍົງສໍາລັບປະເທດທີ່ກໍາລັງພັດທະນາ. ກອງປະຊຸມ SAADC ຄັ້ງທີ 1 ໄດ້ຈັດຂຶ້ນຢ່າງສໍາເລັດຜົນ ຢູ່ນະຄອນຄຸນໝິງ, ປະເທດຈີນ ໃນປີ 2007 ແລະ ກອງປະຊຸມຈະມີການຈັດຂຶ້ນໃນທຸກໆສອງປີ; ເຊິ່ງໄດ້ຖືກຈັດຂຶ້ນຢູ່ປະເທດຕ່າງໆ (ມາເລເຊຍ, ຈີນ, ໄທ ແລະອິນໂດເນເຊຍ, ເນປານ) ກອງປະຊຸມ SAADC ເປັນເວທີ ແລກປ່ຽນດ້ານວິຊາການທີ່ນັກຄົ້ນຄວ້າລະດັບສາກົນໃຫ້ຄວາມສົນໃຈ ໂດຍແຕ່ລະຄັ້ງຈະມີຜູ້ເຂົ້າຮ່ວມຈາກຫຼາຍທະວີບ ເຊັ່ນ ທະວີບອາຊີ, ອົດສະຕາລີ, ອາຟຣິກາ, ອາເມລິກາ ແລະເອີຣົບ. ເຊິ່ງກອງປະຊຸມດັ່ງກ່າວແມ່ນມີເປົ້າໝາຍເພື່ອ ພັດທະນານັກຄົ້ນຄວ້າໄວໜຸ່ມຈາກບັນດາປະເທດທີ່ກໍາລັງພັດທະນາ ໂດຍມີການສະໜອງທຶນການສຶກສາບາງສ່ວນເພື່ອສະໜັບສະໜູນການຍົກລະດັບ ແລະຄວາມເປັນອາຊີບຂອງນັກວິທະຍາສາດໄວໜຸ່ມ ຈາກປະເທດທີ່ກໍາລັງພັດທະນາເພື່ອເຂົ້າຮ່ວມກອງປະຊຸມ ແລະການບໍລິການຂອງ “ທິມງານບັນນາທິການພາຍໃນ SAADC”.  ປະກອບດ້ວຍນັກວິຊາການທີ່ມີປະສົບການ ແລະນັກຄົ້ນຄວ້າຈາກປະເທດຕ່າງໆ, ສໍາລັບນັກຄົ້ນຄວ້າໜຸ່ມທີ່ຈະຮ່ວມມື ແລະເຜີຍແຜ່ຜົນການຄົ້ນຄວ້າຂອງເຂົາເຈົ້າຮ່ວມກັນໃນວາລະສານທີ່ມີຊື່ສຽງລະດັບສາກົນ.

          ສໍາລັບກອງປະຊຸມ SAADC 2023 ຄັ້ງທີ 9 ທີ່ຄະນະກະເສດສາດ ມຊ. ເປັນເຈົ້າພາບໃນຄັ້ງນີ້, ພາຍໃຕ້ຫົວຂໍ້ “ການກະສິກໍາການລ້ຽງສັດແບບຍືນຍົງສໍາລັບປະເທດກໍາລັງພັດທະນາ (Sustainable Animal Agriculture for Developing Countries 2023) ມີບັນດານັກຄົ້ນຄວ້າເຂົ້າຮ່ວມ ຈໍານວນ 182 ຄົນ ຈາກ 24 ປະເທດ ແລະມີນັກຄົ້ນຄວ້າທັງພາຍໃນ ແລະສາກົນໄດ້ສົ່ງຫົວຂໍ້ເພື່ອເຂົ້ານໍາສະເໜີທັງໝົດ 192 ຫົວຂໍ້ໃນນີ້ມີຮູບແບບນໍາສະເໜີ(Oral presentation) ຈໍານວນ 133 ຫົວຂໍ້ ແລະຮູບແບບໂພສເຕີ(Poster presentation) ຈໍານວນ 59 ຫົວຂໍ້ ລວມທັງໝົດມີ 9 ສາຂາເຊັ່ນ ອາຫານສັດ ແລະເຕັກໂນໂລຢີ, ການປັບປຸງພັນສັດ, ການຂະຫຍາຍພັນສັດ, ສຸຂະພາບສັດ ແລະສັດຕະວະແພດ, ການຈັດການລະບົບການລ້ຽງສັດ, ການລ້ຽງສັດ ແລະສິ່ງແວດລ້ອມ, ການສົ່ງເສີມການລ້ຽງສັດ, ການຖ່າຍທອດເຕັກນິກທາງດ້ານການລ້ຽງສັດ ແລະສຸຂະພາບໜຶ່ງດຽວ ແລະຄວາມຢືນຍົງຂອງການລ້ຽງສັດ. ໃນນັ້ນມີນັກຄົ້ນຄວ້າຄົນລາວເຂົ້ານໍາສະເໜີ 19 ຫົວຂໍ້.

          ໃນກອງປະຊຸມ ໄດ້ມີການມອບໃບຍັງຍໍ ແລະໃບກຽດຕິຄຸນໃຫ້ບັນດາທ່ານຜູ້ຊ່ວຍສະໜັບ-ສະໜູນໂຄງການດັ່ງກ່າວ ໂດຍການມອບຂອງທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ແລະໃນກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີຫົວຂໍ້ “ລະບົບການລ້ຽງສັດປັດຈຸບັນໃນ ສປປ ລາວ; ນໍາສະເໜີໂດຍ ທ່ານ ປອ. ພັນທະວົງ ວົງສໍາພັນ ຮອງຫົວໜ້າກົມລ້ຽງສັດ ແລະການປະມົງ ກະຊວງກະສິກຳ ແລະປ່າໄມ້ ແລະໄດ້ຮັບຟັງການນໍາສະເໜີຫົວຂໍ້ຕ່າງໆທີ່ສໍາຄັນຈາກຜູ້ຊ່ຽວຊານ ຈາກບັດດາປະເທດອາເມລິກາ, ອົດສະຕາລີ ແລະ ສປ ຈີນ. ກອງປະຊຸມແມ່ນໄດ້ດໍາເນີນເປັນເວລາ 4 ວັນ ໃນນັ້ນມີການນໍາສະເໜີຢູ່ໃນກອງປະຊຸມ 3 ວັນ ແລະອີກ 1 ວັນ ແມ່ນລົງທັດສະນະສຶກສາກ່ຽວກັບການລ້ຽງສັດຂອງຊາວກະຊິກໍາ ແລະສະຖານທີ່ທອງທ່ຽວຢູ່ໃນເຂດນະຄອນຫຼວງວຽງຈັນອີກດ້ວຍ.

ພາບບັນຍາກາດ