Select your language

ທ້າວ ຈັນທະພອນ ແສງອ່ອນແກ້ວ (ຈາກພາກວິຊາວິສະວກໍາໂຍທາ ຄະນະວິສະວະກຳສາດ) ແລະນາງ ເພັດໄພລິນ ໝື່ນດວງ (ຈາກພາກວິຊາຄອມພິວເຕີ ແລະຂໍ້ມູນຂ່າວສານ ຄະນະວິສະວະກໍາສາດ)ໄດ້ຮັບຫຼຽນລາງວັນຮອນດາ ສຳລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ຢູ່ ສປປ ລາວ ປະຈຳປີ 2023 ແລະ ເງິນສົດ ​ຄົນ​ລະ 3.000 ໂດລາ. ພິທີມອບ-ຮັບລາງວັນດັ່ງກ່າວ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 22 ພະຈິກ 2023 ນີ້ ທີ່ສະຖາບັນພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ລາວ-ຍີ່ປຸ່ນ ເຂົ້າຮ່ວມມີ ທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ Kenichi KOBAYASHI ເອກອັກຄະຣາຊທູດຍີ່ປຸ່ນ ປະຈຳ ສປປລາວ, ທ່ານ Dr. Kazuko MATSUMOTO ຮອງປະທານມູນນິທິຮອນດາ, ທ່ານ ນ. ດອກແກ້ວ ພົນທະຈິດ ຮອງຫົວໜ້າກົມກິດຈະການນັກສຶກສາກະຊວງສຶກສາທິການ ແລະກີລາ, ທ່ານ Toshio NAGASE ຜູ້ຕາງໜ້າອົງການ ໄຈກາ ປະຈໍາລາວ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີປຸ່ນ ມີບັນດາແຂກທີ່ຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.

          ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໄດ້ຕາງ​ໜ້າ​ຄະ​ນະ​ບໍ​ລິ​ຫານ​ໂຄງ​ການ​ລາງວັນຮອນດາ ສຳລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ຢູ່ ສປປ ລາວ ປະຈຳປີ 2023 ຂຶ້ນ​​ລາຍ​ງານ​ໂດຍ​ຫຍໍ້​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ດັ່ງ​ກ່າວ​ໃນ​ໄລ​ຍະ​ໜຶ່ງ​ປີ​ຜ່ານ​ມາ​ວ່າ: ມູນນິທິຮອນດາ​ດັ່ງ​ກ່າວ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ ແນໃສ່ປູກຈິດສຳນຶກໃຫ້ໄວຊາວໜຸ່ມໃນຂອບເຂດທົ່ວໂລກ ມີວິໄສທັດກວ້າງໄກ ມີແນວຄິດສັງສັນ ອົດທົນຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດບັນລຸຄວາມຝັນຂອງຕົນໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງໂດຍຜ່ານການຈັດຕັ້ງປະຕິບັດພາລະກິດຂອງການຈັດຕັ້ງທີ່ຕົນສ້າງຂຶ້ນ ຫຼື ສັງກັດຢູ່. ພ້ອມດຽວກັນນັ້ນ ຜູ້ທີ່ໄດ້ຮັບລາງວັນຮອນດາສໍາລັບນັກວິທະຍາສາດ ແລະວິສະວະກອນໜຸ່ມ ກໍຕ້ອງປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ດີ ແລະ ສົ່ງເສີມການແລກປ່ຽນວັດທະນະທຳຂອງສອງຊາດ ລາວ-ຍີ່ປຸ່ນ.

          ຄະນະກໍາມະການຄັດເລືອກນັກສຶກສາເພື່ອຮັບລາງວັນ ໄດ້ແຈ້ງໃຫ້ນັກ​ສຶກ​ສາຮູ້​ກ່ຽວ​ກັບການສອບເສັງຄັດເລືອກດ້ວຍການຂຽນບົດຄວາມໃນຫົວຂໍ້ສະເພາະໃດໜຶ່ງເປັນພາສາລາວ ແລະ ພາສາອັງກິດ ພ້ອມທັງໄດ້ດໍາເນີນການສຳພາດເປັນພາສາອັງກິດ ເພື່ອສາມາດຄັດເລືອກໄດ້ນັກສຶກສາສອງຄົນທີ່ຈະໄດ້ຮັບລາງວັນ ການສອບເສັງຂຽນບົດຄວາມເປັນພາສາລາວ ຄັ້ງທີ 1 ມີນັກສຶກສາເຂົ້າສອບເສັງທັງໝົດ 35 ຄົນ ຍິງ 20 ຄົນ, ໃນນັ້ນມາຈາກ ​ຄະ​ນະ​ວິ​ສະ​ວະ​ກຳ​ສາດ (ຄວສ) 15 ຄົນ ຍິງ 9 ຄົນ, ຄະ​ນະ​ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ (ຄວທ) 13 ຄົນ ຍິງ 7 ຄົນ ແລະ ຄະ​ນະ​ຊັບ​ພະ​ຍາ​ກອນ​ນ້ຳ (ຄຊນ) 7 ຄົນ ຍິງ 4 ຄົນ, ການສອບເສັງຂຽນບົດຄວາມເປັນພາສາອັງກິດ ຄັ້ງທີ 2, ມີນັກສຶກສາເຂົ້າຮ່ວມ 20 ຄົນ ຍິງ 11 ຄົນ, ໃນນັ້ນມາຈາກ ຄວສ 10 ຄົນ (ຍິງ 5 ຄົນ) ຄວທ 9 ຄົນຍິງ 5 ຄົນ, ແລະ ຄຊນ 0 ຄົນ, ການສອບເສັງສໍາພາດ ຄັ້ງທີ 3 ມີຜູ້ເຂົ້າຮ່ວມ 10 ຄົນຍິງ 5 ຄົນ.

          ທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ໄດ້​ເວົ້າ​ວ່າ: ມະຫາວິທະຍາໄລແຫ່ງຊາດໄດ້ຮັບການສະໜັບສະໜູນ ແລະຮ່ວມມືຈາກມູນນິທິຮອນດາທີ່ປະເທດຍີ່ປຸ່ນໃນການຄັດເລືອກ ແລະໃຫ້ລາງວັນຮອນດາເພື່ອນັກວິທະຍາສາດ ແລະວິສະວະກອນໜຸ່ມ ຢູ່ ສປປ ລາວ ສຳລັບນັກສຶກສາດີເດັ່ນມາເປັນເວລາ 16 ປີ ແລ້ວ ເຮັດໃຫ້ນັກສຶກສາທີ່ໄດ້ຮັບລາງວັນມີໂອກາດພັດທະນາຕົນເອງ ເພື່ອກາຍເປັນບຸກຄະລາກອນທີ່ດີເດັ່ນ ແລະກຽມພ້ອມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງໄດ້ກາຍເປັນຂົວຕໍ່ຮັດແໜ້ນສາຍສໍາພັນ ແລະ ການຮ່ວມມືທີ່ດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໄດ້ດີຕະຫຼອດມາ. ມາຮອດປັດຈຸບັນ ມີນັກສຶກສາທີ່ໄດ້ຮັບລາງວັນຮອນດາແລ້ວຈຳນວນ 32 ຄົນ, ເປັນຍິງ 15 ຄົນ ແລະໄດ້ໄປປະເທດຍີ່ປຸ່ນ ເພື່ອການສຶກສາຄົ້ນຄວ້າໄລຍະສັ້ນ ຈຳນວນ 8 ຄົນ ເປັນຍິງ 4 ຄົນ, ໄປຮຽນຕໍ່ປະລິນຍາໂທ ແລະປະລິນຍາເອກ ຈໍານວນ 5 ຄົນ ເປັນຍິງ 4 ຄົນ

ໃນ​ໂອ​ກາດນີ້ ທ່ານ ຄາສຶໂກະ ມິສຶໂມະໂຕະ (Kazuko MATSUMOTO)  ແລະທ່ານ ຮສ.ປອ. ອຸດົມ ພອນຄຳເພັງ ກໍ່ໄດ້​ໃຫ້​ກຽດ​ຂຶ້ນມອບຫຼຽນ​ລາງວັນພ້ອມ​ດ້ວຍ​ເງິນ​​ສົດໃຫ້ຜູ້ທີ່ໄດ້ຮັບລາງວັນ​ຄົນ​ລະ 3.000 ໂດ​ລາ.

ພາບບັນຍາກາດ