Select your language

ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປາຖະກະຖາວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີ (12 ຕຸລາ 1945-12 ຕຸລາ 2023) ຂຶ້ນໃນວັນທີ 24 ພະຈິກ ທີ່ສະໂມສອນໃຫຍ່ ມຊ, ໂດຍການໃຫ້ກຽດປາຖະກະຖາຂອງທ່ານນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄູ-ອາຈານ, ນັກສຶກສາເຂົ້າຮ່ວມ.

 ທ່ານນາງ ວິລະວອນ ພັນທະວົງ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງວັນປະກາດເອກະລາດ ຄົບຮອບ 78 ປີ ແລະ ວັນການທູດລາວ ຄົບຮອບ 78 ປີໂດຍສະເພາະບັນດາປັດໄຈສຳຄັນທີ່ສ້າງເງື່ອນໄຂໃຫ້ແກ່ການປະກາດເອກະລາດ 12 ຕຸລາ 1945 ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອວັນປະກາດເອກະລາດ 12 ຕຸລາ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່າຕໍ່ສູ້ບໍ່ຍອມໃຫ້ປະເທດອັນແສນຮັກຂອງຕົນຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຜູ້ຮຸກຮານຈຶ່ງພ້ອມກັນລຸກຂຶ້ນຕໍ່ສູ້ບໍ່ຍອມຈຳນົນ ຍອມຕາຍດີກວ່າເປັນຂ້ອຍຂ້າຂອງຊາດອື່ນ ໃນທີ່ສຸດກໍສາມາດປະກາດຄວາມເປັນເອກະລາດໃຫ້ໂລກໄດ້ຮັບຮູ້ຄວາມເປັນຊາດຂອງພວກເຮົາ. ສຳລັບວັນການທູດລາວ ເປັນວັນດຽວກັນກັບວັນປະກາດເອກະລາດ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດໃນປະຫວັດສາດຂອງຊາດລາວເຮົາ ເພາະເຮັດໃຫ້ປະຊາຄົມໂລກຮັບຮູ້ເຖິງຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ. 

 ການປາຖະກະຖາຄັ້ງນີ້ແນໃສ່ເພື່ອໃຫ້ຄູ-ອາຈານ, ນັກສຶກສາໄດ້ຮັບຮູ້ເຂົ້າໃຈຄວາມໝາຍ ຄວາມສຳຄັນມູນເຊື້ອການຕໍ່ສູ້ອັນພິລະອາດຫານ, ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າຜູ້ທີ່ຮັກຊາດ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ ເລີ່ມຈາກການນໍາພາຕໍ່ສູ້ປົດປ່ອຍຊາດ ຈົນສາມາດປະກາດຄວາມເປັນເອກະລາດຂອງຊາດລາວໃຫ້ຊາວໂລກໄດ້ຮັບຮູ້ເຖິງຜືນແຜ່ນດິນອັນຄົບຖ້ວນຂອງປະເທດລາວ, ເປັນວັນແຫ່ງຄວາມພາກພູມໃຈຂອງປະຊາຊົນລາວບັນດາເຜົ່າ ພ້ອມທັງເປັນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກຕໍ່ວຽກງານການຕ່າງປະເທດ ໃນການພົວພັນກັບບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ບົນພື້ນຖານຫຼັກການສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ”. ນັບຈາກນັ້ນມາວຽກງານການຕ່າງປະເທດ ກໍເປັນຂະແໜງການໜຶ່ງທີ່ມີບົດບາດສຳຄັນທີ່ໄດ້ຕິດພັນກັບຂະບວນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ພາບບັນຍາກາດ