Select your language

ໃນວັນທີ 25 ພະຈິກ 2023 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ມີພິທີວາງສີລາລືກໂຄງການກໍ່ສ້າງ ສວນພຶກສາສາດ ມຊ (ທີ່ວິທະຍາເຂດດົງໂດກ) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນນັກສຶກສາເຂົ້າຮ່ວມ.

        ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ມີຄຳເຫັນຕໍ່ພິທີ, ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ການກໍ່ສ້າງສວນພຶກສາສາດ ມຊ ຖືເປັນອີກໂຄງການໜຶ່ງທີ່ສຳຄັນ, ເຊິ່ງໃນໄລຍະຜ່ານມາຄະນະນຳ ມຊ ໄດ້ພະຍາຍາມສົ່ງເສີມໃຫ້ເກີດໂຄງການນີ້ຂຶ້ນ ເປັນສູນຮຽນຮູ້ດ້ານຊີວະນາໆພັນ ຄຽງຄູ່ກັບການພັດທະນາຫຼັກສູດການຮຽນ-ການສອນໃຫ້ຕິດພັນກັບການລົງເຝິກປະຕິບັດຕົວຈິງ; ເຊິ່ງຄາດວ່າພາຍຫຼັງທີ່ກໍ່ສ້າງສຳເລັດ, ສວນດັ່ງກ່າວຈະກາຍເປັນບ່ອນຮຽນຮູ້ໃຫ້ແກ່ນັກສຶກສາ, ຄູ-ອາຈານ ແລະຜູ້ທີ່ມີຄວາມສົນໃຈໄດ້ເຂົ້າມາຊົມໃຊ້.

         ໂຄງການກໍ່ສ້າງສວນພຶກສາສາດ ມຊ ເປັນອີກໂຄງການໜຶ່ງທີ່ຢູ່ໃນແຜນຂອງການພັດທະນາ ມຊ ໃນໄລຍະ 5 ປີ ໃຫ້ກາຍເປັນວິທະຍາເຂດສີຂຽວ ແລະຍືນຍົງ, ພ້ອມນັ້ນ ສວນພຶກສາສາດດັ່ງກ່າວ ຈະກາຍເປັນແຫຼ່ງຮຽນຮູ້ກ່ຽວກັບພັນພືດຊະນິດຕ່າງໆທີ່ມີຄວາມຫຼາກຫຼາຍ ໃຫ້ຄູ-ອາຈານ, ນັກສຶກສາໄດ້ລອງເຝິກປະຕິບັດຕົວຈິງຄຽງຄູ່ກັບການຮຽນຮູ້ພາກທິດສະດີ. ພາຍໃຕ້ການພັດທະນາຂອງຕະຫຼາດເຂດດົງໂດກ ຮ່ວມກັບ ມະຫາວິທະຍາໄລແຫ່ງຊາດ  ຄາດວ່າຈະສາມາດເປີດນຳໃຊ້ຢ່າງເປັນທາງການໄດ້ໃນທ້າຍປີ 2024 ນີ້.

ພາບບັນຍາກາດ