Select your language

ໃນຕອນບ່າຍ ວັນທີ 25 ພະຈິກ 2023 ຜ່ານມາ, ກຳມະບານຮາກຖານ ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການການອອກແຮງງານລວມເນື່ອງໃນໂອກາດຕ້ອນຮັບວັນຊາດ ທີ 2 ທັນວາ ແລະສ້າງຂະບວນການຕ້ອນຮັບກອງປະຊຸມສາມຂັ້ນຂອງອົງຄະນະພັກ ມຊ ຢູ່ທີ່ຄະນະ ແລະ ສ້ອມແປງເສັ້ນທາງດ້ານ ໂຮງຮຽນມັດທະຍົມສົມບູນສາທິດ ແລະ ເສັ້ນທາງຂ້າງຮົ້ວ ມຊ  ທີ່ເປ່ເພ່ເປັນຂຸມ, ໂດຍການນຳພາຂອງ ທ່ານ ພິສິດ ສີຫາລາດ ຄະນະພັກຮາກຖານ,  ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະບໍລິການວິຊາການ ຄສປ, ມີພະນັການ, ຄູ-ອາຈານ ແລະນັກສຶກສາ 200 ກວ່າຄົນເຂົ້າຮ່ວມ.

        ການອອກແຮງງານໃນຄັ້ງນີ້ ແມ່ນໄດ້ຈັດອອກເປັນສອງຈຸຄື: ຈຸທີ 1 ອະນາໄມຂອບເຂດອາຄານຮຽນ, ຕຶກສຳນັກງານຄະນະບໍດີ ແລະບໍລິເວນສວນດອກໄມ້ອ້ອມຂ້າງຕຶກ, ສ່ວນຈຸທີ 2 ແມ່ນລົງພື້ນທີ່ສ້ອມແປງເສັ້ນທາງທີ່ເປ່ເພ່ເປັນຂຸມ ດ້ວຍການເທຊິມັງເພື່ອປົກຂຸມ ເພື່ອໃຫ້ ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະພໍ່ແມ່ປະຊາຊົນ ທີ່ສັນຈອນໄປມາຕາມເສັ້ນທາງບໍລິເວນດັ່ງກ່າວມີຄວາມສະດວກຫຼາຍຂຶ້ນ

ພາບບັນຍາກາດ