Select your language

ເພື່ອເປັນການແລກປ່ຽນທາງດ້ານວິຊາການ ລະຫວ່າງສອງມະຫາວິທະຍາໄລ ຄື ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລແມ່ໂຈ້ ປະເທດໄທ, ໃນວັນທີ 6 ທັນວາ 2023 ຜ່ານມາ ມະຫາວິທະຍາໄລແຫ່ງຊາດ (ຄະນະວິທະຍາສາດສັງຄົມ ແລະຄະນະກະເສດສາດ) ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາທາງວິຊາການ ລາວ-ໄທ ຄັ້ງທີ 2 ຂຶ້ນ ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍການເປັນປະທານຂອງທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮອງອະທິການບໍດີ ມຊ ແລະ ທ່ານ ດຣ. ນິຕິພູມທະນັດ ມິ່ງຣຸຈິລະໄຣ ປະທານບໍລິສັດ Healthy earth Co.,LDT ຈຳກັດ, ມີຄະນະອາຈານ ແລະນັກສຶກສາ ປະລິນຍາໂທ ຈາກມະຫາວິທະຍາໄລແມ່ໂຈ້, ມີແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ປະລິນຍາໂທຈາກ ຄສຄ ແລະ ຄກສ ເຂົ້າຮ່ວມ.

          ໃນໂອກາດນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວຈຸດປະສົງຂອງການຈັດງານ ພ້ອມທັງລາຍງານສະພາບລວມໂດຍຫຍໍ້ຂອງ ມຊ ຕໍ່ທີ່ປະຊຸມ ໂດຍທ່ານກ່າວວ່າ: ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເປັນກິດຈະກຳສຳຄັນໃນການພັດທະນາວິຊາການຂອງສອງມະຫາວິທະຍາໄລ, ເປັນການເປີດໂອກາດໃຫ້ນັກສຶກສາໃນລະດັບປະລິນຍາໂທ ແລະປະລິນຍາເອກ ໄດ້ນຳສະເໜີຜົນງານການຄົ້ນຄວ້າ, ພ້ອມນັ້ນ ໃນກອງປະຊຸມຍັງໄດ້ຮັບຟັງການນຳສະ

ເໜີບົດຄວາມຂອງນັກວິຊາການ, ນັກຊ່ຽວຊານ ທີ່ມາເປັນວິທະຍາກອນໃນງານຄັ້ງນີ້ອີກດ້ວຍ.

          ຈາກນັ້ນ ທີ່ປະຊຸມໄດ້ຮັບຟັງການນຳສະເໜີບົດຄວາມຈາກນັກຊ່ຽວຊານໃນ 3 ຫົວຂໍ້ຄື: 1. ການເຕີບໂຕທາງດ້ານທຸລະກິດກ່ຽວກັບການຜະລິດສິນຄ້າກະສິກຳຂອງປະເທດໄທ ທ່ານ ດຣ. ນິຕິພູມທະນັດ ມິ່ງຣຸຈິລະໄຣ ປະທານບໍລິສັດ Healthy earth Co.,LDT, 2. ສະຖານະພາບການຜະລິດກະສິກຳໃນປັດຈຸບັນ ແລະສິ່ງທ້າທາຍໃນອະນາຄົດ ຂອງ ສປປ ລາວ ນຳສະເໜີໂດຍ ທ່ານ ປອ. ບຸນທ່ຽງ ລັດຕະນະວົງ ປະທານສະພາອຸດສະຫະກຳ ແລະການຄ້ານະຄອນຫຼວງ ແລະ 3. ການອະນຸລັກຊັບພະຍາກອນທຳມະຊາດ ເພື່ອການພັດທະນາແບບຍືນຍົງ ນຳສະເໜີໂດຍ ທ່ານ ຮສ. ປອ. ນາງ ສົມຄິດ ບູລິດຳ ຮອງຄະນະບໍດີ ຄສຄ. ກອງປະຊຸມວິຊາການດັ່ງກ່າວນີ້ ມີນັກສຶກສາທັງສອງ ມະຫາວິທະຍາໄບເຂົ້າຮ່ວມ 200 ກວ່າຄົນ ແລະ ຈັດຂຶ້ນເປັນເວລາສອງວັນຄື ວັນທີ 6-7 ທັນວາ 2023.

ພາບບັນຍາກາດ