Select your language

ໃນວັນທີ 6 ທັນວາ 2023 ຜ່ານມານີ້, ຄະນະສຶຶກສາສາດ (ຄສສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານປະຖົມນິເທດນັກສຶກສາປີທີ 1 ປະຈຳສົກສຶກສາ 2023-2024 ຂຶ້ນທີ່ຫ້ອງປະຊຸມຕຶກຄະນະ, ໂດຍການເຂົ້າຮ່ວມຂອງທ່ານ ວິຊຽນ ທອງທະວີ ຮອງຄະນະບໍດີ ຄສສ ມີພະນັກງານ, ຄູ-ອາຈານ ແລະນັກສຶືກສາປີທີ 1 ເຂົ້າຮ່ວມ.

          ການຈັດປະຖົມນິເທດໃຫ້ແກ່ນັກສຶກສາປີທີ 1 ຂອງ ຄສສ ໃນຄັ້ງນີ້, ແມ່ນປະຕິບັດຕາມແຜນການ ກໍຄື ກິດຈະກໍາປະຈໍາປີ ຂອງ ຄສສ ທີ່ເຄີຍປະຕິບັດມາໃນແຕ່ລະສົກຮຽນ; ເພື່ອເຮັດໃຫ້ນັກສຶກສາຊັ້ນຮຽນ ປີທີ 1 ໄດ້ເຂົ້າໃຈກ່ຽວກັບສະພາບລວມ, ດ້ານວຽກງານວິຊາສະເພາະ ແລະການເຄື່ອນໄຫວກິດຈະກໍາຕ່າງໆ ພາຍໃນ ຄສສ; ທັງນີ້ ກໍເພື່ອໃຫ້ນັກສຶກສາຊັ້ນ ປີ ທີ 1 ທີ່ມາຈາກຫຼາຍໂຮງຮຽນ, ຫຼາຍທ້ອງຖິ່ນ ແລະຫຼາຍແຂວງ ໄດ້ມາຮຽນຮ່ວມກັນ ໃນ ຄສສ ໃຫ້ມີຄວາມເປັນເອກະພາບ ແລະປະຕິບັດຕົນໄປໃນທິດທາງດຽວກັນ.  ເຊິ່ງການປະຖົມນິເທດແມ່ນໄດ້ແບ່ງອອກເປັນ 2 ຕອນ; ຕອນເຊົ້ານັກສຶກສາ ໄດ້ຮຽນຮູ້ກ່ຽວກັບຄະນະວິຊາ, ສາຂາວິຊາຮຽນຕ່າງໆ, ກົດລະບຽບຂອງນັກສຶກສາ ແລະຕອນບ່າຍແມ່ນໄດ້ຮັບຟັງການນຳສະເໜີຮີດຄອງປະເພນີອັນດີງາມຂອງຊາດລາວ, ມາລະຍາດທາງສັງຄົມ ໂດຍການເປັນວິທະຍາກອນຂອງທ່ານ ຈິນດາ ສີພາລາ ອາຈານຈາກພາກພາສາ ແລະວັດທະນະທຳ ຄອສ.

ພາບບັນຍາກາດ