Select your language

ໃນຕອນເຊົ້າວັນທີ 1 ທັນວາ 2023 ຜ່ານມານີ້, ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄະນະສຶກສາສາດ(ຄສສ) ມະຫາວິທະຍາໄລແຫ່ຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ VI ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II. ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ຄະ​ນະ​​ປະ​ຈຳ​ຊາວ​ໜຸ່ມ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກີ​ລາ, ຮອງເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ຊາວ​ໜຸ່ມ​ ມຊ, ສະ​ຫາຍ ອະນຸໄທ ສຸວັນດວນ  ຄະ​ນະ​ພັກ​ຮາກ​ຖານ ຄະ​ນະ​ສຶກ​ສາ​ສາດ ຜູ້​ຊີ້​ນຳ​ວຽກ​ງານ ​ສາມອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ຄະ​ນະ​ສຶກ​ສາ​ສາດ, ມີປະທານສະຫະພັນແມ່ຍິງ, ປະທານສະຫະພັນກຳມະບານ, ມີຕາງໜ້າຈາກຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບຮາກຖານອ້ອມຂ້າງ ຄສສ, ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມທີ່ເປັນພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມທັງໝົດ ຈໍານວນ 151 ສະ​ຫາຍ, ຍິງ 118 ສະ​ຫາຍ.

 ສະຫາຍ ບຸນຖ້າຍ ຄັດທະວົງ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນໄຫວໃນໄລຍະ 5 ປີ (2019- 2023)ຜ່ານມາ ແລະສະເໜີທິດທາງແຜນການ 5 ປີ (2023-2028) ໃນການຈັດຕັ້ງເຄື່ອນໄຫວວຽກງານຊາວໜຸ່ມ ຂອງ ຄສສ ຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ: ວຽກ​ງານ​ສຶກ​ສາ​ອົບ​ຮົມ​ແນວ​ຄິດ, ວຽກ​ງານ​ການ​ປັບ​ປຸງ-ກໍ່​ສ້າງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ-ເຍົ​າ​ວະ​ຊົນ, ວຽກ​ງານ​ຂະ​ບວນ​ການ ແລະກິດ​ຈ​ະ​ກຳ, ວຽກ​ງານກວດ​ກາ, ວຽກ​ງານ​ລະ​ບຽບ​ວິ​ໄນ, ການ​ຍ້ອງ​ຍໍ​ບຸກ​ຄົນ​ດີ​ເດັ່ນ, ວຽກ​ງານ​ຂະ​ຫຍາຍ​ສະ​ມາ​ຊິກ​ຊາວ​ໜຸ່ມ ແລະເຍົາ​ວະ​ຊົນ, ວຽກ​ງານ​ການ​ເງິນ ແລະວຽກງານອືື່ນໆ, ຈາກຜົນງານດັ່ງກ່າວ ສະມາຊິກຊາວໜຸ່ມ ຄສສ ໄດ້ຮັບໃນຍ້ອງຍໍຂັ້ນ ມຊ  ຈໍານວນ 104 ສະຫາຍ, ຍິງ 72 ສະຫາຍ. ເປັນ​ກຽດ​ມອບ​ໂດຍ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ.

ຈາກນັ້ນ ໃນພິທີ ໄດ້ມີການປ່ອນບັດ ຄັດເລືອກເອົາ  ຄຊປປລ ຄະນະສຶກສາສາດ ມຊ ຊຸດໃໝ່; ມີຜູ້ສະໝັກທັງໝົດ 11 ສະຫາຍ, ຄັດເລືອກເອົາ 7 ສະຫາຍ; ຜ່ານການຄັດເລືອກໃນທີ່ປະຊຸມ ໄດ້ເລືອກ  ສະ​ຫາຍ ບຸນຖ້າຍ ຄັດທະວົງ ເປັນເລຂາ, ສະ​ຫາຍ ສາຍຄໍາ ພົມມະທັດ ເປັນຮອງເລຂາ ແລະປະທານກວດກາ, ສະຫາຍ ນາງ ນາລີ ແພງບຸບຜາ  ເປັນ​ຮອງເລ​ຂາ, ສະ​ຫາຍ ສິງຄໍາ ເພັດສຸພັນ, ສະຫາຍ ນາງ ຈິດປະເສີດ ຜາພູເງິນ, ສະຫາຍ ໄພວອນ ນັນທະວົງ ແລະສະຫາຍ ປູນນາ ເພັດວັນສອນ ເປັນ​ຄະ​ນະ.

ໃນຕອນທ້າຍທີ່ປະຊຸມ ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ມຊ, ສະ​ຫາຍ ອະນຸໄທ ສຸວັນດວນ ຄະ​ນະ​ພັກ​ຮາກ​ຖານ​ ຄສສ, ຜູ້​ຊີ້​ນຳ​ວຽກ​ງານ​ສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ; ເຊິ່ງທັງ​ສອງ​ສະ​ຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາຂອງຄະນະບໍລິຫານງານຊາວໜຸ່ມຮາກຖານ ຄສສ ຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາພະນັກງານ, ສະມາຊິກຊາວໜຸ່ມ, ພະນັກງານ, ຄູ-ອາຈານ ແລະຊາວໜຸ່ມນັກສຶກສາ ປະຕິບັດໜ້າທີ່ການເມືອງຂອງຕົນ ຈົນຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມດຽວກັນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງເຊິ່ງໄດ້ຮຽກຮ້ອງໃຫ້ຄະນະຊາວໜຸ່ມຊຸດໃໝ່ ຕ້ອງສືບຕໍ່ປັບປຸງ, ແກ້ໄຂ, ເນັ້​ນ​ໜັກ​ໃສ່​ວຽກ​ງານ 4 ບຸກ​ຂອງ​ຊາວ​ໜຸ່ມ ແລະເຮັດ​ແນວ​ໃດ​ເພື່ອ​ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່ມ ກາຍ​ເປັນ​ແບບ​ຢ່າງ​ທີ່​ດີ, ເປັນ​ຜູ້​ສືບ​ທອດ​ຂອງ​ພັກ ພ້ອ​ມ​ທັງ​ເປັນ​ເຈົ້າ​ການ​ໃນ​ການ​ຕ້ານ ແລະສະ​ກັດ​ກັ້ນ ​ປະ​ກົດ​ການ​ຫຍໍ້ທໍ້ ​ທຸກ​ຮູບ​ແບບ​ທີ່​ຈະ​ເກີດ​ຂຶ້ນ, ເພີ່ມ​ທະ​ວີ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ພາຍ​ໃນ ແລະພາຍນອກ​ໃຫ້ຫຼາ​ຍ​ຂຶ້ນ.

ພາບບັນຍາກາດ