Select your language

ໃນລະຫວ່າງວັນທີ 5-6 ທັນວາ 2023 ຜ່ານມານີ້, ມະຫາວິທະຍາໄລສະຫວັນນະເຂດ(ມຂ), ມະຫາວິທະຍາໄລແຫ່ງຊາດ(ມຊ), ອົງການອ໋ອກຟາມ(OXFAM) ແລະອົງການສະຫະພາບເອີລົບ(EU) ໄດ້ຮ່ວມກັນຈັດງານສົ່ງເສີມ ການລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ພາຍໃຕ້ຫົວຂໍ້ “ການຫຼຸດຜ່ອນຜົນກະທົບຂອງດິນຟ້າອາການທີ່ກໍໃຫ້ເກີດຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ” ຂຶ້ນທີ່ສະໂມສອນໃຫຍ່ຂອງມະຫາວິທະຍາໄລສະຫວັນນະເຂດ, ເມືອງໄກສອນພົມວິການ, ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງ ແຂວງສະຫັວນະເຂດ, ທ່ານ ຮສ. ປອ. ຄູນ ສັກບົວວົງ ຮັກສາການ ອະທິການບໍດີ ມຂ, ທ່ານ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດ ອີຢູ ປະຈຳລາວ, ທ່ານ ນາງ ໃຈປະເສີດ ພັນພູວັນນະ ຜູ້ຈັດການແຜນງານ ສົ່ງເສີມບົດບາດຍີງ-ຊາຍ ແລະການມີສ່ວນຮ່ວມຂອງການອົງການ ອ໋ອກສະຟາມ ປະຈໍາ ສປປ ລາວ, ທ່ານ ປທ. ນາງ ວຽງສຸກ ແພງບຸບຜາ ຮອງຫົວໜ້າຫ້ອງການ ມຊ, ມີນັກວິທະຍາກອນຈາກກົມປົກປ້ອງແຮງງານ, ສູນກາງສະຫະພັນກຳມະບານລາວ ແລະຈາກ ມຊ, ເຂົ້າຮ່ວມມີບັນດາທ່ານຕາງໜ້າຈາກພະແນກສຶກສາແຂວງ, ຈາກຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂອງເມືອງ, ຕາງໜ້າຈາກອົງການຕ່າງໆທີ່ກ່ຽວຂ້ອງ, ມີບັນດາທີມງານຈາກສູນເຝິກທັກສະ ນະຄອນຫຼວງວຽງຈັນ, ມີບັນດານັກສຶກສາຈາກ ມຂ ແລະນັກຮຽນຈາກ ມສ ອ້ອມຂ້າງ 500 ກວ່າຄົນເຂົ້າຮ່ວມ.

          ຈຸດປະສົງໃນການຈັດງານຄັ້ງນີ້ ແມ່ນເພື່ອເພີ່ມຄວາມເຂົ້າໃຈ ແລະໄດ້ແລກປ່ຽນບົດຮຽນກ່ຽວກັບ ການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ທີ່ຕິດພັນກັບການປ່ຽນແປງດິນຟ້າອາກາດ ທີ່ເປັນສາເຫດຂອງການເກີດຄວາມຮຸນແຮງ ໃຫ້ກັບບັນດານັກສືກສາ ແລະນັກຮຽນ ກວ່າ 500 ຄົນ.ໃຫ້ໄດ້ຮຽນຮູ້ ແລະເຂົ້າໃຈ ຫຼັກການ ເຄົາລົບ ແລະປົກປ້ອງສັງຄົມ ໃຫ້ມີຄວາມເຂັ້ມແຂງ ແລະນຳພາການປ່ຽນແປງ ພຶດຕິກຳຂອງຕົນ ເພື່ອຫຼຸດຜ່ອນຜົນກະທົບໃນການປ່ຽນແປງດິນຟ້າອາກາດ ແລະຄວາມບໍ່ຍຸດຕິທໍາທາງເພດໃນທຸກສະພາບການເປັນຕົ້ນ ເມື່ອເກີດວິກິດການດິນຟ້າອາກາດ ຫຼື ໄພພິບັດ ທີ່ເປັນປັດໃຈ ທີ່ກໍ່ໃຫ້ເກີດມີຄວາມຮຸນແຮງໃນສັງຄົມ.

ໃນພິທີທ່ານ ຮສ. ປອ. ຄູນ ສັກບົວວົງ ໄດ້ກ່າວເປີດພິທີເຊິ່ງທ່ານໄດ້ໃຫ້ຮູ້ວ່າ ການຈັດງານໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງວັນຢຸດຕິການໃຊ້ຄວາມຮຸນແຮງທີ່ມີຕໍ່ແມ່ຍິງ ແລະ ເດັກ (Ending Violence Against Women and Girls) EVAWG, ທັງເປັນການແລກປ່ຽນຄຳຄິດຄຳເຫັນ, ບົດຮຽນ ແລະປະສົບການກ່ຽວກັບການມີສ່ວນຮ່ວມໃນວຽກງານພັດທະນາ ແລະການເຂົ້າເຖິງການບໍລິການທາງສັງຄົມຂອງ ຍິງ-ຊາຍ, ຄົນພິການ ແລະກຸ່ມຄົນຫຼາກຫຼາຍທາງເພດ. ງານດັ່ງກ່າວນີ້ ເກີດຂຶ້ນໄດ້ກໍຍ້ອນມີການຮ່ວມມື ແລະ ການປະກອບສ່ວນຂອງຫຼາຍພາກສ່ວນ, ເປັນຕົ້ນແມ່ນຈາກ ສະຫະພາບເອີລົບປະຈໍາລາວ, ອົງການຈັດຕັ້ງທາງສັງຄົມ, ອົງການພັດທະນາສາກົນ, ຕາງໜ້າຈາກກົມກອງ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ໃນທົ່ວມະຫາວິທະຍາໄລສະຫວັນະເຂດ ແລະ ເມືອງໄກສອນພົມວິຫານ. ທ່ານຍັງກ່າວຕື່ມວ່າ ງານໃນຄັ້ງນີ້ຈະສົ່ງຜົນປະໂຫຍດຢ່າງຫຼວງຫຼາຍຕໍ່ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ນັກຮຽນ-ນັກສຶກສາ ໃຫ້ມີຄວາມເຂົ້າໃຈຢ່າງຖ່ອງແທ້ ກ່ຽວກັບຄວາມສຳຄັນຕໍ່ກັບການຕ້ານ ແລະ ລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ບົດບາດ ຍິງ-ຊາຍ, ບົດບາດຂອງກຸ່ມຄົນຕ່າງໆໃນສັງຄົມ, ຄວາມເທົ່າທຽມກັນ ແລະ ບົດບາດຂອງການມີສ່ວນຮ່ວມນຳກັນ ຕໍ່ກັບການພັດທະນາປະເທດຊາດ ພັດທະນາສັງຄົມ.

ໃນງານຍັງໄດ້ຮັບຟັງການບັນຍາຍໃນຫົວຂໍ້ຕ່າງໆເຊັ່ນ “ຜົນກະທົບການປ່ຽນແປງຂອງດິນຟ້າອາກາດກ່ຽວກັບແມ່ຍິງ ແລະເດັກນ້ອຍ”, ຄວາມໝາຍທົ່ວໄປຂອງ GBV ແລະນະໂຍບາຍການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ”, “ຄວາມຮຸນແຮງໃນສະຖານທີ່ເຮັດວຽກ ແລະການແກ້ໄຂຂໍ້ຂັດແຍ່ງ”, “ການເຮັດວຽກການດູແລທີ່ບໍ່ໄດ້ຮັບຄ່າຈ້າງ” ຮັບຟັງການສົນທະນາເປັນຄະນະກ່ຽວກັບ “ການຢຸດຕິຄວາມຮູນແຮງຍຸກ 4.0”, ຮັບຊົມການແຂ່ງຂັນໂຕ້ວາທີ ໃນຫົວຂໍ້ຕ່າງໆເຊັ່ນ “ການປ່ຽນແປງດິນຟ້າອາກາດທີ່ມີຜົນກະທົບຕໍ່ແມ່ຍິງ ແລະ ເດັກນ້ອຍ”, “ນະໂຍບາຍການປົກປ້ອງແມ່ຍິງໃນຄວາມບໍ່ເປັນທຳທາງເພດ ແລະການໄດ້ຮັບຜົນປະໂຫຍດຢ່າງເຕັມສ່ວນ”, ຮັບຊົມການສະແດງລະຄອນເທິງເວທີຂອງໄວໜຸ່ມໃນເລື່ອງ “ຟ້າຫຼັງຝົນ”, ການຮ້ອງເພງ, ການຟ້ອນ-ການເຕັ້ນ, ຮັບຊົມວີດີໂອຕ່າງໆກ່ຽວກັບການລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ທີ່ໄດ້ຮັບລາງວັນຈາກການປະກວດໃນງານຄັ້ງນີ້ ແລະໄດ້ຢ້ຽມຊົມບູດວາງສະແດງ ແລະໃຫ້ຄໍາປຶກສາແກ່ແມ່ຍິງ ແລະຜູ້ໄດ້ຮັບຄວາມຮຸນແຮງຈາກພາກສ່ວນຕ່າງໆ.

ນອກຈາກນັ້ນ, ໃນງານຍັງມີກິດຈະກຳຕ່າງໆ ເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບການຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ເຊັ່ນ ການແຕ້ມຮູບເພື່ອສື່ເຖິງການຢຸດໃຊ້ຄວາມຮຸນແຮງ, ການຫຼິ້ນເກມກາຮູດ ແລະມີກິດຈະກຳຖາມ-ຕອບຕະຫຼອດງານ ເພື່ອແຈກຂອງລາງວັນຕ່າງໆຢ່າງຫຼວງຫຼາຍ, ເຊິ່ງງານດັ່ງກ່າວແມ່ນໄດ້ດຳເນີນໄປຢ່າງຄຶກຄືນ ແລະມ່ວນຊື່ນຕະຫຼອດການດຳເນີນງານ.

ພາບບັນຍາກາດ