Select your language

ໃນວັນທີ 12 ທັນວາ 2023 ຜ່ານມາ, ຄະນະວິທະຍາສາດທຳມະຊາດ(ຄວທ) ມະຫາວິທະຍາໄລແຫ່ງຊາດ(ມຊ) ຮ່ວມກັບ ບໍລິສັດ ຊໍາຊຸງອີເລັກໂຕຣນິກ ໄດ້ຈັດພິທີມອບ-ຮັບ ໃບຢັ້ງຢືນການເຝິກອົບຮົມໃຫ້ຫຼັກສູດ Coding, Programming and Data Science (ຊຸດທີ 1) ທີ່ ຄວທ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ທ່ານ ນາງ ວໍລະວັນ ຕັ້ງກົມສະຖາພອນ ຫົວໜ້າພະແນກມືຖື ຕາງໜ້າບໍລິສັດ ຊໍາຊຸງອີເລັກໂຕຣນິກ ສາຂາປະເທດໄທ ປະຈໍາ ສປປ ລາວ ແລະ ທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ຄະນະບໍດີ ຄວທ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.

          ໃນພິທີ ທ່ານ ຮສ. ປອ. ແຫຼມທອງ ລັດດາວົງ ໄດ້ກ່າວໃນພິທີເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຫຼັກສູດ Coding, Programming and Data Science (ຊຸດທີ 1) ຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ຄວທ ແລະ ບໍລິສັດ ຊໍາຊຸງອີເລັກໂຕຣນິກ ເຊິ່ງໄດ້ມີການລົງນາມບົດບັນທຶກການຮ່ວມມືໃນ (MOA) ໃນວັນທີ 21 ມີນາ 2023 ທີ່ຜ່ານມາ ໂດຍມີການສ້າງສູນ SAMSUNG INNOVATION CAMPUS (SIC) ຂຶ້ນເພື່ອເປັນບ່ອນຮຽນຮູ້ດ້ານເຕັກໂນໂລຊີ ຂອງນັກສຶກສາ ມຊ ແລະຜູ້ທີ່ມີຄວາມສົນໃຈ ພ້ອມທັງເປັນການສະໜັບສະໜູນການເຝິກອົບຮົມໃຫ້ນັກສຶກສາ ແລະ ໄວໜຸ່ມລາວ ໃຫ້ມີຄວາມຮູ້, ພັດທະນາທັກສະ ແລະ ເຂົ້າໃຈເຖິງເທັກໂນໂລຊີ ພ້ອມທັງສາມາດນໍາໃຊ້ເທັກໂນໂລຊີເຂົ້າໃນຊີວິດຕົວຈິງໃຫ້ມີປະສິດທິພາບສູງຂຶ້ນ; ການຈັດຊຸດເຝິກອົບຮົມ Coding, Programming and Data Science (ຊຸດທີ 1) ແມ່ນ 1 ໃນກິດຈະກຳຂອງສູນເຊິ່ງໄດ້ເປີດຮັບສະໝັກຜູ້ທີ່ສົນໃຈເຂົ້າເຝິກອົບຮົມໃນຫຼັກສູດດັ່ງກ່າວຈຳນວນ 30 ຄົນ ຍິງ 07 ຄົນ (ໃນນີ້ເປັນນັກສຶກສາ ຄວທ ຈຳນວນ 17 ຄົນ) ມີບົດຮຽນທັງໝົດ 40 ບົດ ແບ່ງອອກເປັນ 3 ໂມດູນ (Coding, Programming and Data Science) ໃຊ້ເວລາຮຽນ 2 ວັນ/ອາທິດ ໃຊ້ເວລາທັງໝົດ 120 ຊົ່ວໂມງ (ໃນໄລຍະເວລາປະມານ 7 ເດືອນກວ່າ).

          ໃນໂອກາດນີ້, ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ກໍໄດ້ມີຄຳເຫັນຕໍ່ພິທີ ວ່າ: ໂຄງການ ເຝິກອົບຮົມໄລຍະສັ້ນ “Coding, programing & Data Science’’ ນີ້ໄດ້ດຳເນີນພາຍໃຕ້ສັນຍາຮ່ວມມື ລະຫວ່າງ ຄວທ ກັບ ບໍລິສັດຊໍາຊຸງເອເລັກໂຕຼນິກ ປະຈໍາ ສປປ ລາວ. ໃນຕົ້ນປີ ກໍຄື ວັນທີ 21 ມີນາ 2023 ທີ່ຜ່ານມາ. ໂຄງການດັ່ງກ່າວນີ້ ເປັນກິດຈະກຳໜຶ່ງໃນແຜນພັດທະນາການສຶກສາ ຂອງ ມຊ ໃນການສ້າງຊັບພະຍາກອນມະນຸດ ໃຫ້ມີຄວາມເຂັ້ມແຂງດ້ານວິຊາການ ໂດຍສະເພາະມີຄວາມນຳໜ້າໃນດ້ານການນໍາໃຊ້ເຕັກໂນໂລຊີ ແລະ ສ້າງນະວັດຕະກຳ.          

         ການມອບ-ຮັບໃບຢັ້ງຢືນການເຝິກອົບຮົມໃນມຄັ້ງນີ້ ເປັນການສະແດງເຖິງໝາກຜົນຂອງໂຄງການຮ່ວມມືລະຫວ່າງ ມຊ ກັບ ບໍລິສັດຊໍາຊຸງເອເລັກໂຕຼນິກ ປະຈໍາ ສປປ ລາວ,  ເຊິ່ງມີນັກສຳມະນາກອນໄດ້ສຳເລັດການເຝິກອົບຮົມໄລຍະສັ້ນໃນຫົວຂໍ້ “Coding, programing & Data Science’’ ຈໍານວນ 26 ຄົນ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຂໍໃຫ້ນັກສຳມະນາກອນດັ່ງກ່າວນີ້ເປັນຜູ້ສືບທອດ, ນໍາເອົາບົດຮຽນຈາກການເຝິກອົບຮົມໄປນໍາໃຊ້ໃນວຽກງານຕົວຈິງ ເພື່ອພັດທະນາວຽກງານໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ມີມາດຕະຖານທຽບເທົ່າກັບພາກພື້ນ ແລະ ສາກົນ.

ພາບບັນຍາກາດ