Select your language

ໃນຕອນບ່າຍ ວັນທີ 13 ທັນວາ 2023 ຜ່ານມານີ້, ຄະນະອັກສອນສາດ(ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານສະແດງສິລະປະ-ວັດທະນະທໍານານາຊາດ ຄັ້ງທີ I ພາຍໃຕ້ຄໍາຂວັນ “ຮ່ວມສ້າງສັນສາມັກຄີດ້ວຍພະລັງກາຍ-ໃຈ ຈາກຫຼາຍໃຫ້ກາຍເປັນໜຶ່ງ ຂອງນິສິດນັກສຶກສາລາວ ແລະຕ່າງປະເທດ”.   ຂຶ້ນທີ່ສະໂມສອນ ຄະນະເສດຖະສາດ ແລະບໍລິຫານທຸລະກິດ ມຊ. ໂດຍການເຂົ້າຮ່ວມຂອງ ທ່ານ ອຈ.ປທ. ທອງສຸກ ແກ້ວມະນີ ຄະນະບໍດີ ຄອສ, ທ່ານ ອຈ. ປທ. ນາງ ໄມພອນ ດວງພະສີ ຫົວໜ້າພາກວິຊາ ພາສາ-ວັດທະນະທໍາລາວ, ມີບັນດາທ່ານທູດ, ຫົວໜ້າໜ້າພາກວິຊາ, ພະນັກງານ, ຄູອາຈານ ພ້ອມດ້ວຍນັກສຶກສາລາວ ແລະນັກສຶກສາຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ.

        ຈຸດປະສົງໃນການຈັດງານຄັ້ງນີ້, ແມ່ນເພື່ອສ້າງຄວາມສາມັກຄີຮັກແພງເຊິ່ງກັນ ແລະກັນລະຫວ່າງນັກສຶກສາລາວ ແລະນັກສຶກສາຕ່າງປະເທດທີ່ມາສຶກສາ ຢູ່ ມຊ ເວົ້າລວມ; ເວົ້າສະເພາະແມ່ນນັກສຶກສາຢູ່ໃນຄະນະອັກສອນສາດ ທັງເປັນການແລກປ່ຽນສິລະປະ-ວັດທະທໍາຮີດຄອງປະເພນີຂອງແຕ່ລະປະເທດອີກດ້ວຍ.

   ໃນງານຜູ້ເຂົ້າຮ່ວມໄດ້ຮັບຊົມກິດຈະກຳສິລະປະ-ວັນນະຄະດີຫຼາຍປະເພດຈາກນັກສຶກສາລາວ, ຈີນ, ຫວຽດນາມ, ກຳປູເຈຍ, ເກົາຫຼີ ແລະມຽນມາ ເປັນຕົ້ນແມ່ນໄດ້ຮັບຊົມການສະແດງເດີນແບບຊຸດບັນດາເຜົ່າ ແລະຊຸດນາໆຊາດ, ການສະແດງເປົ່າແຄນມົ້ງ,  ສະແດງດົນຕີພື້ນເມືອງລາວ, ຟ້ອນ “ປະທັນໃຈແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ”, ຮ້ອງເພງລື້ “ເມືອງລື້ຍິນດີຕ້ອນຮັບ”, ອ່ານກະວີ PIPAXING, ຮ້ອງເພງ WENBIE ການຈາກລາ, ຟ້ອນ MEILIZHONGGUO ປະເທດຈີນ ທີ່ມີຄວາມສວຍງາມ, ຮ້ອງເພງ ZUIMEIDEQIDAI ຈຸ້ຍເໝີຍເດິຈີ່ດ້າຍ(ຄວາມຄາດຫວັງທີ່ສວຍງາມທີ່ສຸດ), ຟ້ອນ XIANTINGXU (ຊຽນທິງຊູ້), ຮ້ອງເພງ ແລະການຟ້ອນ “HAIKUOTIANKONG” ກັບ “QINGPINGGUOLEYUAN”,  ຮ້ອງເພງ “BEIJINGHUANYINGNI ຍິນດີຕ້ອນຮັບສູ່ປັກກິ່ງ”, ຟ້ອນ “YESHANGHAI ກາງຄືນທີ່ຊຽງໄຮ້”, ຮ້ອງເພງ ສະບາຍດີປີໃໝ່ GONGXIFACAI , ຄໍາອວຍພອນປີໃຫມ່, ຮ້ອງເພງ: SHUIDIAOGETOU, Cò lả ນົກຍາງບິນເຈີດເຈີຍ, Một vòng việt nam ຈິດໃຈສະຫງ່າຜ່າເຜີຍຂອງຫວຽດນາມ, ຟ້ອນລະບໍາອວຍພອນ, ຄຸນລະບົກກະເຕົາ, ບົດຟ້ອນສາລະວັນ” ແລະການສະແດງແຫ່ເຂີຍ ສູ່ຂວັນລາວ ຟ້ອນລໍາວົງລາວ.

ພາບບັນຍາກາດ