Select your language

ໃນວັນທີ 17 ມີນາ 2022 ຜ່ານມາ, ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ໂຮງຮຽນຕົນ ຄົບຮອບ 15 ປີ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະກີລາ ນະຄອນຫຼວງວຽງຈັນ ແລະທ່ານ ຮສ. ປອ. ຄຳພຸດ ພົມມະສອນ ຜູ້ອຳນວຍການ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມ ມະຫາວິທະຍາໄລ ພ້ອມດ້ວຍແຂກທີ່ຖືກເຊີນ, ພໍ່ແມ່ນຜູ້ປົກຄອງ ແລະນ້ອງນັກຮຽນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

 

          ໃນໂອກາດດັ່ງກ່າວ, ທ່ານ ຮສ. ປອ. ຄຳພຸດ ພົມມະສອນ ໄດ້ຂຶ້ນຜ່ານບົດສະຫຼຸບ ແລະ ຜ່ານແຜນການຂອງ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ໂດຍຫຍໍ້ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ຂຽນຊື່ຫຍໍ້ວ່າ “ຮພຊ” ຕັ້ງຢູ່ວິທະຍາເຂດດົງໂດກ, ເປັນໂຮງຮຽນທີ່ຂຶ້ນກັບ ສໍານັກງານອະທິການບໍດີ ມຊ, ພາຍໃຕ້ການຊີ້ນໍາຂອງອົງຄະນະພັກ ມຊ. ໂຮງຮຽນແຫ່ງນີ້ແມ່ນຂອງຂວັນຈາກລັດຖະບານ ສສ ຫວຽດນາມ ໃຫ້ລັດຖະບານ ສປປ ລາວ; ລວມມູນຄ່າການກໍ່ສ້າງ 47 ຕື້ດົງ, ເປີດນໍາໃຊ້ເປັນທາງການ ແຕ່ວັນທີ  7 ກຸມພາ 2007 ເປັນຕົ້ນມາ; ເຊິ່ງປະກອບມີອາຄານຕ່າງໆ ຄື: ອາຄານອໍານວຍການ, ອາຄານຮຽນ, ຫ້ອງທົດລອງ, ຫ້ອງສະຫມຸດ, ສະໂມສອນ, ໂຮງອາຫານ, ເຮືອນຄົວ, ແລະຫໍພັກນັກຮຽນສອງຫຼັງ; ຮພຊ ມີວິໄສທັດເພື່ອພັດທະນາສະຖາບັນພັດທະນາຜູ້ຮຽນ ແລະ ພັດທະນາຜູ້ສອນ ພ້ອມກັນກ້າວສູ່ອາຊຽນ ຕາມແນວທາງການປ່ຽນແປງໃຫມ່ຂອງພັກ - ລັດ ແລະມີຈຸດປະສົງເພື່ອສ້າງນັກຮຽນເປັນນັກຮຽນເກັ່ງລະດັບຊາດ,  ເພື່ອສ້າງນັກຮຽນເກັ່ງມີພອນສະຫວັນໃນການຄົ້ນຄວ້າຮ່ໍາຮຽນຕາມ 3 ລັກສະນະ 5 ຫຼັກມູນການສຶກສາ ພັດທະນາໂຮງຮຽນໃຫ້ກາຍເປັນສະຖານທີ່ສະຫງົບ, ສະອາດສີຂຽວ ແລະມີສິ່ງອໍານວຍຄວາມສະດວກດ້ານການຮຽນ-ການສອນ ດ້ວຍຂໍ້ມູນຂ່າວສານ - ເຕັກໂນໂລຊີທີ່ທັນສະໄຫມ; ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ຮພຊ ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ, ເປັນຕົ້ນແມ່ນໄດ້ສ້າງນັກຮຽນທີ່ມີຄວາມຮູ້-ຄວາມສາມາດໃນລະດັບປະເທດຫຼາຍກວ່າ 60 ຄົນ ແລະ​ຜົນ​ງານ​ອື່ນໆ​ອີກຫຼາຍ​ດ້ານ.

          ໃນ​ພິ​ທີ ຍັງ​ໄດ້​ມອບ​ໃບ​ຍ້ອງ​ຍໍ​ຂັ້ນ ມຊ ໃຫ້​ກັບ​ພະ​ນັກ​ງານ, ຄູ-ອາ​ຈານຂອງ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ທີ່ໄດ້ປະ​ກອບ​ສ່ວນ​ວຽກ​ງານ​ຢ່າງຕັ້ງໜ້າ ແລະຫ້າວຫັນຕະຫຼອດ​ໄລ​ຍະ 15 ປີ​ຜ່ານ​ມາ.