Select your language

ໃນວັນທີ 15 ທັນວາ 2023 ຜ່ານມາ, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ອົງການສະຫະປະຊາຊາດເພື່ອກອງທຶນປະຊາກອນຂອງ (UNFPA) ໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານ “ຄວາມຮຸນແຮງບົນພື້ນຖານທາງເພດດ້ວຍການນຳໃຊ້ເຕັກໂນໂລຊີ (ສື່ສັງຄົມອອນລາຍ) ໃນ ສປປ ລາວ” ທີ່ສະໂມສອນໃຫຍ່ ມຊ ໂດຍການເປັນປະທານຂອງທ່ານ ດຣ. ບາທີ ຄາດິລອບ ຜູ້ຕາງໜ້າຈາກ ອົງການສະຫະປະຊາຊາດເພື່ອກອງທຶນປະຊາກອນຂອງ ປະຈຳ ສປປ ລາວ ແລະທ່ານ ຮສ. ປອ. ສີຖານ ສຸຂະວົງ ຄະນະບໍດີ ຄະນະສຶດສາສາດ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

            ໃນໂອກາດນີ້, ທ່ານ ນາງ ວິກຕໍເລຍ ດາດ ຊ່ຽວຊານ GBV ກໍໄດ້ຂຶ້ນເຜີຍແຜ່ຈຸດປະສົງຂອງການຈັດກອງປະຊຸມຄັ້ງນີ້ແມ່ນເພື່ອຍົກໃຫ້ເຫັນຜົນຂອງການຄົ້ນຄວ້າການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດດ້ວຍການນຳໃຊ້ເຕັກໂນໂລຊີ ເຊິ່ງໃນປັດຈຸບັນ ສປປ ລາວ ມີແມ່ຍິງປະມານ 1 ໃນ 3 ຄົນ ມີຄວາມສຳພັນແບບຄູ່ຮັກ ແລະໄດ້ປະສົບຄວາມຮຸນແຮງ (ທາງກາຍ, ທາງເພດ ແລະຈິດໃຈ) ເນື່ອງຈາກໂລກຍັງສືບຕໍ່ພັດທະນາ ການນຳໃຊ້ເທັກໂນໂລຊີ ແລະພື້ນທີ່ອອນລາຍຫຼາຍຂຶ້ນ, ຂະຫຍາຍຕົວຂອງພື້ນທີ່ ຄວາມຮຸນແຮງສາມາດເກີດຂຶ້ນໄດ້ເຊັ່ນກັນ. ສະນັ້ນ ໃນສັງຄົມປັດຈຸບັນເຮົາຕ້ອງໄດ້ສຶກສາທຳຄວາມເຂົ້າ ແລະຍອມຮັບການຢູ່ຮ່ວມກັນຂອງຄົນໃນສັງຄົມ.

          ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ມີການແລກປ່ຽນຄວາມຄິດເຫັນ ແລະສົນທະນາກັນໃນຫົວຂໍ້ບົດລາຍງານດັ່ງກ່າວອີກດ້ວຍ.

ພາບບັນຍາກາດ