Select your language

ໃນວັນທີ 14 ທັນວາ 2023 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີມອບ-ຮັບຕຳແໜ່ງວິຊາການຂັ້ນຮອງສາສະດາຈານ, ອາຈານ ແລະ ຜູ້ຊ່ວຍອາຈານ ຂອງ ມຊ  ຂຶ້ນທີ່ຫ້ອງປະຊຸມສະຖາບັນຂົງຈື ໂດຍການເປັນປະທານຂອງທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ທ່ານ ສຈ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມຊ, ມີບັນດາທ່ານຄະນະບໍດີ, ມີທ່ານຫົວໜ້າຫ້ອງການ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

          ການປະກາດແຕ່ງຕັ້ງຕຳແໜ່ງວິຊາການຄູ ຂອງ ມຊ ໃນຄັ້ງນີ້, ມີຜູ້ທີ່ໄດ້ຮັບຕຳແໜ່ງວິຊາການຂັ້ນຮອງສາດສະດາຈານຈຳນວນ 6 ທ່ານ, ຍິງ 2 ທ່ານ ຄື: ແຕ່ງຕັ້ງ 1. ທ່ານ ຮສ. ປອ. ອຸ່ນຫຼ້າ ສີວັນເພັງ ໄດ້ຮັບຕຳແໜ່ງຮອງສາດສະດາຈານ ສາຂາ ວິສະວະກຳຊົນລະປະທານ, ທ່ານ ຮສ. ແກ້ວເພັດ ພູມພອນ ໄດ້ຮັບຕຳແໜ່ງຮອງສາດສະດາຈານ ສາຂາ ພັດທະນາຊົນນະບົດ, ທ່ານ ຮສ. ປອ. ວິໄລສັກ ສີໂຄດວົງສາ ໄດ້ຮັບຕຳແໜ່ງຮອງສາດສະດາຈານ ສາຂາ ຄະນິດສາດ, ທ່ານ ຮສ. ປອ. ນາງ ສົມຄິດ ບູລິດຳ ໄດ້ຮັບຕຳແໜ່ງຮອງສາດສະດາຈານ ສາຂາ ພູມສາດ-ສິ່ງແວດລ້ອມ, ທ່ານ ຮສ. ປອ. ນາງ ມູນິກ ບຸນຍະລາສີ ໄດ້ຮັບຕຳແໜ່ງຮອງສາດສະດາຈານ ສາຂາ ເສດຖະສາດ ແລະທ່ານ ຮສ. ປອ. ວັນນະພອນ ພຸດທະນາ ໄດ້ຮັບຕຳແໜ່ງຮອງສາດສະດາຈານ ສາຂາ ວິທະຍາສາດສັດ; ມີຜູ້ໄດ້ຮັບຕຳແໜ່ງຂັ້ນອາຈານ ຈຳນວນ 24 ທ່ານ ຍິງ 12 ທ່ານ ແລະຕຳແໜ່ງຂັ້ນຜູ້ຊ່ວຍອາຈານຈຳນວນ 12 ທ່ານ ຍິງ 4 ທ່ານ.

            ໃນໂອກາດສໍາຄັນນີ້, ທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ໄດ້ມີຄຳເຫັນຕໍ່ທີ່ປະຊຸມ ທ່ານກ່າວບາງຕອນວ່າ: ການປະກາດຕຳແໜ່ງວິຊາການຄູໃນມື້ນີ້ ລ້ວນແຕ່ແມ່ນໝາກຜົນຂອງການປະກອບສ່ວນເຂົ້າໃນວຽກງານການສິດສອນຂອງ ມຊ ໂດຍບັນດາທ່ານ ອາຈານທຸກຄົນ ທີ່ເຮັດວຽກຢ່າງທຸ້ມເທ່ທັງວຽກວິິຊາການ ແລະວຽກບໍລິຫານ ຄຽງຄູ່ກັນນັ້ນ, ກໍຍັງໄດ້ສຸມເວລາເຂົ້າໃນການເຮັດບົດຄົ້ນຄວ້າທີ່ກ່ຽວຂ້ອງກັບສາຂາວິຊາຊີບຂອງຕົນ ເຊິ່ງກໍມີ ຫຼາຍທ່ານໄດ້ເຜີຍແຜ່ຜົນງານການຄົ້ນຄວ້າໃນເວທີພາກພື້ນ ແລະສາກົນເປັນຕົ້ນ; ທັງໄດ້ກ່າວເນັ້ນໃຫ້ບັນດາ ຜູ້ໄດ້ຮັບຕຳແໜ່ງວິຊາການຄູໃນແຕ່ລະຂັ້ນ ຈົງສືບຕໍ່ພັດທະນາຕົນເອງ ແລະ ມຊ ໃຫ້ກ້າວໜ້າຂຶ້ນໄປ.

ພາບບັນຍາກາດ