Select your language

ໃນວັນທີ 21 ທັນວາ 2023 ຜ່ານມາ, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ຮ່ວມກັບ ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດເຝິກອົບຮົມການແນະນຳຂັ້ນຕອນການກຳນົດຕຳແໜ່ງງານ ທີ່ຫ້ອງປະຊຸມ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ໂດຍການເຂົ້າຮ່ວມຂອງທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການ ສຂຈ ແລະທ່ານ ຄຳເຟືອງ

ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະ ຄຸ້ມຄອງພະນັກງານ, ມີຜູ້ຕາງໜ້າຈາກພະແນກພັດທະນາການຈັດຕັ້ງ ກະຊວງພາຍໃນ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

          ກອງປະຊຸມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບສະພາບລວມ, ການຈັດຕັ້ງຂອງສະຖາບັນ ເຊິ່ງນຳສະເໜີໂດຍຜູ້ອຳນວຍການ ຂອງສອງສະຖາບັນ. ຈາກນັ້ນ ທີ່ປະຊຸມ ໄດ້ຮັບຟັງການເຜີຍແຜ່ ດຳລັດວ່າດ້ວຍການກຳນົດຕຳແໜ່ງງານ ສະບັບເລກທີ່ 734/ລບ, ລົງວັນທີ 31 ທັນວາ 2021 ເຊິ່ງປະກອບມີທັງໝົດ 5 ໜວດ 36 ມາດຕາ ແລະຄວາມຮູ້ກ່ຽວກັບການກຳນົດຕຳແໜ່ງງານ ເຊິ່ງເຜີຍແຜ່ໂດຍ ທ່ານ ນາງ ອານົງລິນ ເພັດໄກສອນ ຮອງຫົວໜ້າພະແນກພັດທະນາການຈັດຕັ້ງ ກະຊວງພາຍໃນ ໂດຍມີຈຸດປະສົງເພື່ອເປັນບ່ອນອີງໃຫ້ແກ່ອົງການຈັດຕັ້ງ ໃນການກໍານົດຈຳນວນລັດຖະກອນ, ການຄັດເລືອກບັນຈຸ, ການສັບຊ້ອນ, ການປະເມີນຜົນ, ການບຳລຸງ-ກໍ່ສ້າງ, ການແຕ່ງຕັ້ງ ແລະການປະຕິບັດລະບຽບວິໄນ ຕໍ່ລັດຖະກອນ ພ້ອມເປັນການຍົກສູງບົດບາດ ແລະໜ້າທີ່ຂອງກັນ ແລະກັນ ທັງເປັນການເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານລັດຖອນ.

          ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ມີການຮ່ວມກັນຂຽນການກຳນົດຕຳແໜ່ງງານຂອງແຕ່ລະພະແນກ ແລະ ບຸກຄົນ ຕົວຈິງເພື່ອໃຫ້ມີຄວາມເຂົ້າໃຈ ແລະຖືກຕ້ອງຕາມຂັ້ນຕອນອີກດ້ວຍ.

ພາບບັນຍາກາດ