Select your language

ໃນວັນທີ 22 ທັນວາ 2023 ຄະນະວິທະຍາສາດທຳມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ ຈັດງານບຸນວິທະຍາສາດປະຈຳປີ 2023 ທີ່ຕຶກຫ້ອງທົດລອງວິທະຍາສາດ ຄວທ, ໂດຍການເປັນປະທານຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ທ່ານ ຮສ. ປອ. ແຫລມທອງ ລັດດາວົງ ຄະນະບໍດີ ຄວທ, ມີທ່ານຮອງຄະນະບໍດີ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ການຈັດງານໃນຄັ້ງນີ້ແມ່ນເພື່ອ ວາງສະແດງ-ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ, ຜະລິດຕະພັນ ແລະນະວັດຕະກຳຕ່າງໆຂອງນັກສຶກສາ ແລະຄູ-ອາຈານ ພາຍໃນຄະນະຈາກ 5 ພາກວິຊາຄື, ພາກວິຊາເຄມີສາດ, ພາກວິຊາຊີວະວິທະຍາ, ພາກວິຊາຟີຊິກສາດ, ພາກວິຊາຄະນິດສາດ ແລະພາກວິຊາວິທະຍາສາດຄອມພີວເຕີ. ໃນໄລຍະຜ່ານມາ ຄວທ ມີຫຼາຍຜົນງານທີ່ພົ້ນເດັ່ນເຊັ່ນໄດ້ຮັບທຶນສະໜັບສະໜູນການຄົົ້ນຄວ້າຈາກພາກສ່ວນຕ່າງໆ ໄດ້ດັ່ງນີ້: ທຶນລັດຖະບານ ແລະ KFAS ໄດ້ທັງໝົດຈໍານວນ 30 ຫົວຂໍ້ (ສະເລ່ຍ ຫົວຂໍ້ລະ 40-50 ລ້ານກວ່າກີບ), ຮັບທຶນຄົ້ນຄວ້າຈາກໂຄງການ SSHEP2 ຈໍານວນ 3 ໂຄງການ (ມູນຄ່າ 750 ລ້ານກວ່າ ກີບ); ທຶນຈາກຕ່າງປະເທດ ເຊັ່ນ: ຈາກໂຄງການ ISP (ມູນຄ່າ ~180.000 USD) ແລະ ໂຄງການ UNESCO (ມູນຄ່າ 45,000 USD) ເຊິ່ງທຶນດັ່ງກ່າວ ແມ່ນໄດ້ຊ່ວຍເຫຼືອໃນການສະໜອງອຸປະກອນການທົດລອງ-ວິໄຈ ແລະ ສ້າງບຸກຄະລາກອນ; (ພິເສດ ໃນທ້າຍປີ 2023 ນີ້, ຄວທ ໄດ້ຮັບໂຄງການຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ “ກຊສສ” ຈໍານວນ 4 ໂຄງການ, ມູນຄ່າ 1,600 ລ້ານ ກວ່າກີບ); ພິເສດ ສາມາດມາດຄົ້ນຄວ້າ, ຄົ້ນພົບ ພັນພືດ ແລະ ສັດຊະນິດໃໝ່ ພ້ອມທັງໄດ້ຕີພິມຜົນການຄົ້ນຄວ້າໃນວາລະສານສາກົນ ເຊັ່ນ:1. ຄົ້ນພົບ ພືດຊະນິດໃໝ່ລະດັບຕະກຸນ ຂອງ ສປປ ລາວ New record family ມີ 1 ຕະກຸນ ຈາກພູຈອມວອຍ; 2. ພືດຊະນິດໃໝ່ລະດັບຊະນິດ ຂອງ ສປປ ລາວ New records species ມີ 47 ຊະນິດ; 3. ພືດຊະນິດໃໝ່ຂອງໂລກ New records species ມີ 29 ຊະນິດ; 4. ຄົ້ນພົບ ສັດຕະສາດ ມີທັງໝົດ 5 ຊະນິດ: ກົບ 4 ຊະນິດ ແລະ ງູ 1 ຊະນິດ.

ໃນພິທີຍັງໄດ້ຮັບຟັງການໂອລົມຈາກ ທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ເຊິ່ງທ່ານໄດ້ກ່າວວ່າ: ຄະນະວິທະຍາສາດທຳມະຊາດ ກໍ່ເປັນໜຶ່ງໃນຄະນະວິຊາທີ່ເປັນອົງປະກອບກົງຈັກການຈັດຕັ້ງຂອງມະຫາວິທະຍາໄລແຫ່ງຊາດ ທີ່ມີການຈັດຕັ້ງການເຄື່ອນໄຫວ ຕາມພາລະບົດບາດ, ໜ້າທີ່ ແລະ ມີຜົນງານພົ້ນເດັ່ນໃນຫຼາຍດ້ານ, ມີຜົນງານດີເດັ່ນໃນດ້ານຕ່າງໆ ໂດຍສະເພາະດ້ານການຄົ້ນຄວ້າວິໄຈວິທະຍາສາດ ແລະ ເຕັກໂນໂລຊີ, ມີການຄົ້ນຄວ້າວິທະຍາສາດ ທີ່ຕິດພັນກັບການຮຽນ-ການສອນ, ມີການຕີພິມຜົນການຄົ້ນຄວ້າໃນວາລະສານ ທາງພາຍໃນ ແລະ ສາກົນ. ໃນຍຸກປັດຈຸບັນການນຳໃຊ້ເທັກໂນໂລຊີແມ່ນຄວາມສຳຄັນຫຼາຍ ໂດຍສະເພາະມານຳໃຊ້ເຂົ້່າໃນການຄົ້ນຄວ້າວິທະຍາສາດ, ການສ້າງສ້າງນະວັດຕະກຳ ແບບໃໝ່, ໂດຍສະເພາະແມ່ນຫັນມານຳໃຊ້ລະບົບ ສະໜອງອັດສະລິຍະ (AI) ເພື່ອສ້າງນະວັດຕະກຳມາຮອງຮັບການໃຊ້ງານໃນຊີວິດປະຈຳວັນຂອງຄົນໃຫ້ສະດວກສະບາຍສະບາຍຍິ່ງຂຶ້ນໄປນັ້ນເອງ.

ພາບບັນຍາກາດ