Select your language

ໃນວັນທີ 27 ທັນວາ 2023 ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມພາ ມະຫາວິທະຍາໄລແຫ່ງຊາດ ຄັ້ງທີ II ປະຈຳປີ 2023 ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມຊ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ບໍ່ແສງຄຳ ວົງດາລາ ປະທານສະພາ ມຊ, ມີທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ມີບັນດາທ່ານສະມາຊິກສະພາ ມຊ, ຜູູ້ຕາງໜ້າຈາກຄະນະວິຊາ ແລະສາມອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະກຳມະບານ) ເຂົ້າຮ່ວມ.

         ໂອກາດນີ້, ທີ່ປະຊຸມໄດ້ຮັບຟັງການລາຍງານກອງປະຊຸມສະພາ ມຊ ຄັ້ງວັນທີ 15 ສິງຫາ 2023; ໂດຍ ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຫົວໜ້າຫ້ອງການ ການສຶກສາຫຼັງປະລິນຍາ ມຊ ໂດຍທ່ານໄດ້ໃຫ້ຮູ້ວ່າ: ເຫັນດີຮັບຮອງເອົາຜົນງານຂອງການສະເໜີຕໍາແໜ່ງວິຊາການຄູ ຈໍານວນ 13 ທ່ານ (ຍິງ 6 ທ່ານ) ຈາກ 2 ຄະນະວິຊາ. ເຊິ່ງປະກອບມີ ຂັ້ນອາຈານ ຈໍານວນ 7 ທ່ານ (ຍິງ 3 ທ່ານ) ແລະ ຂັ້ນຮອງສາດສະດາຈານ 6 ທ່ານ (ຍິງ 3 ທ່ານ), ພ້ອມນັ້ນໃນກອງປະຊຸມ ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການລາຍງານ ຄວາມຄືບໜ້າການປັບປຸງດຳລັດ 071, ລາຍງານກ່ຽວກັບວຽກງານການຮຽນ-ການສອນລະດັບປະລິນຍາຕີ ມຊ ແລະວຽກງານການຮຽນ-ການສອນ ລະດັບຫຼັງປະລິນຍາຕີ ມຊ ແລະ ພິຈາລະນາຮັບຮອງຕຳເເໜ່ງວິຊາການຄູ ໃນຄັ້ງນີ້ມີ 9  ຄະນະວິຊາ ທີ່ໄດ້ສະເໜີເພື່ອພິຈາລະນາຕໍາແໜ່ງວິຊາການຄູສອນ ເຊິ່ງປະກອບມີຂັ້ນສາດສະດາຈານ ຈຳນວນ 3 ທ່ານ, ຂັ້ນຮອງສາດສະດາຈານ ຈຳນວນ 17 ທ່ານ, ຂັ້ນອາຈານ ຈໍານວນ 26 ທ່ານ ແລະ ຂັ້ນຜູ້ຊ່ວຍອາຈານ 30 ທ່ານ.

        ນອກນັ້ນ, ກອງປະຊຸມຍັງໄດ້ຜ່ານມາດຖານເງື່ອນໄຂກ່ຽວກັບການຂໍຕຳແໜ່ງວິຊາການຄູຂັ້ນ ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະສາດສະດາຈານອີກດ້ວຍ ເຊິ່ງມີຜູ້ຍື່ນຂໍຕຳແໜ່ງວິຊາການທັງໝົດ 76 ຄົນ.

ພາບບັນຍາກາດ