Select your language

ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ຜູ້ເຮັດວຽກງານກວດກາ ຂັ້ນຮາກຖານ, ຂັ້ນໜ່ວຍ ຂອງມະຫາວິທະຍາໄລແຫ່ຊາດ(ມຊ) ໄດ້ຮັບຮູ້ ແລະເຂົ້າໃຈແຈ້ງກ່ຽວກັບ ໜ້າທີ, ພາລະບົດບາດ ແລະຂອບເຂດວຽກງານກວດກາ ໃນ ມຊ; ໃນຕອນເຊົ້າ ຂອງວັນທີ 28 ທັນວາ 2023 ນີ້, ມຊ  ໄດ້ຈັດເຝິກອົບຮົມວຽກງານກວດກາໃຫ້ແກ່ບັນດາພະນັກງານຜູ້ເຮັດວຽກກວດກາ ໃນ ມຊ ຂຶ້ນທີ່ ຫ້ອງປະຊຸມສະໂມສອນຊັ້ນ 2 ມຊ; ໂດຍການໃຫ້ເປັນປະທານກ່າວເປີດພິທີ ຂອງສະຫາຍ ຮສ.ປອ. ອຸດົມ ພອນຄໍາເພັງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະກີລາ, ເລຂາອົງຄະນະພັກ, ອະທິການບໍດີ ມຊ, ສະຫາຍ ຮສ.ປອ ວຽງວິໄລ ທ່ຽງຈັນໄຊ ປະທານກວດກາພັກ ມຊ, ເລຂາຄະນະພັກຮາກຖານ, ຄະນະບໍດີຄະນະນິຕິສາດ ແລະລັດຖະສາດ, ສະຫາຍ ຄໍາເຟືອງ ລໍວັນໄຊ ຮອງປະທານກວດກາພັກ ມຊ ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ, ສະຫາຍ ຄໍາພາ ຫວ່າງດວງນະພາ ຮອງປະທານກວດກາພັກ ມຊ, ຫົວໜ້າຫ້ອງການກວດກາ, ມີບັນດາສະຫາຍ ຜູ້ຮັບຜິດຊອບວຽກງານກວດກາຂັ້ນຮາກຖານ, ຂັ້ນໜ່ວຍທົ່ວ ມຊ ເຂົ້າຮ່ວມ.

          ສະຫາຍ ຮສ. ປອ ອຸດົມ ພອນຄໍາເພັງ ໄດ້ກ່າວ ໃນໂອກາດເປີດພິທີ ບາງຕອນວ່າ: ຜູ້ເຮັດວຽກງານກວດກາແມ່ນຜູ້ມີຄວາມອົດທົນ, ເຂັ້ມແຂງ, ມີຄວາມເສຍສະຫຼະ, ມີຄວາມທຸ່ນທ່ຽງ, ເຮັດວຽກດ້ວຍຄວາມຂະຫຍັນຂັນແຂງ ແຕ່ອ່ອນນ້ອມຖ່ອມຕົນ ຢຶດຖືຜົນປະໂຫຍດສ່ວນລວມເປັນຫຼັກ. ຂະນະດຽວກັນ ສະຫາຍກໍໄດ້ຍົກໃຫ້ເຫັນສະພາບລວມກ່ຽວກັບວຽກງານກວດກາຢູ່ຂັ້ນສູນກາງ, ຂັ້ນກະຊວງ ແລະພາກສ່ວນອື່ນໆ ຂອງພາກລັດ ແລະ ຍົກໃຫ້ເຫັນບາງປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນຖັນແຖວພະນັກງານ-ລັດຖະກອນ ເຫັນວ່າ ຍັງມີການສວຍໃຊ້ອໍານາດ-ໜ້າທີ່ ເຊັ່ນ ຄວາມບໍ່ໂປ່ງໃສ ໃນການນໍາໃຊ້ງົບປະມານ, ການໃຫ້ເຊົ່າ-ສໍາປະທານທີ່ດິນ ແລະສະຖານທີ່ ແລະອື່ນໆທີ່ບໍ່ຖືກຕ້ອງຕາມລະບຽບການ; ເຊິ່ງປະກົດການສະແດງອອກທັງໝົດນັ້ນ ແມ່ນໜ້າທີ່ຂອງພະນັກງານ ຜູ້ເຮັດວຽກງານກວດກາຢູ່ແຕ່ລະຂັ້ນ, ແຕ່ລະພາກສ່ວນ ຈະຕ້ອງໄດ້ຊອກຫາວິທີແກ້ໄຂ ໃຫ້ຖືກຕ້ອງ ແລະສອດຄ່ອງກັບສະພາບຄວາມເປັນຈິງ, ເພື່ອຄືນຜົນປະໂຫຍດໃຫ້ແກ່ສ່ວນລວມ.

          ຈາກນັ້ນ, ທີ່ປະຊຸມໄດ້ຮັບຟັງການບັນຍາຍ ເອກະສານ ວ່າດ້ວຍການກວດກາພັກ ໂດຍ ສະຫາຍ ຮສ. ປອ ວຽງວິໄລ ທ່ຽງຈັນໄຊ ປະທານກວດກາພັກ ມຊ, ຮັບຟັງການບັນຍາຍ ເອກະສານ ວ່າດ້ວຍການກວດກາລັດ ໂດຍ ສະຫາຍ ຄໍາເຟືອງ ລໍວັນໄຊ ຮອງປະທານກວດກາພັກ ມຊ ແລະ ຟັງການບັນຍາຍ ກົດໝາຍວ່າດ້ວຍການສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໂດຍສະຫາຍ ຄໍາພາ ຫວ່າງດວງນະພາ  ຮອງປະທານກວດກາພັກ ມຊ. ແລະໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ພະນັກງານ ຜູ້ເຮັດວຽກງານກວດກາ ໄດ້ມີການສົນທະນາແລກປ່ຽນ ຄໍາຄິດເຫັນກ່ຽວກັບບັນຫາຕ່າງໆ ທີ່ກ່ຽວຂ້ອງກັບວກກງານກວດກາ ຢ່າງກວ້າງຂວາງອີກດ້ວຍ.

ພາບບັນຍາກາດ