Select your language

ວັນທີ 18 ພະຈິກ ທ່ານ ຮສ.ໂພສີ ທິບດາວັນ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມໂຄງການການ ກະເສດອັດສະລິຍະ “Jinling Workshop”ເຊິ່ງຈັດໂດຍສະຫະພັນນະວັດຕະກໍາ ອຸດສາຫະກໍາ ການກະເສດອັດສະລິຍະ ແລະ ມະຫາວິທະຍາໄລການກະເສດ ແລະ ວິທະຍາໄລລິວເຫີນານກິ່ງ ເຊິ່ງຝ່າຍຈີນມີທ່ານເຈົ້າເມືອງ, ຮອງຫົວໜ້າພະແນກກະສິກໍາ, ຮອງພະແນກສຶກສາເມືອງ ແລະ ຫົວໜ້າເຂດລິວເຫີ ພ້ອມດ້ວຍຄະນະນໍາເຂົ້າຮ່ວມຢ່າງພ້ອມພຽງກັນ.

  ປີ 2020 ສະຫະພັນນະວັດຕະກໍາອຸດສາຫະກໍາການກະເສດໄດ້ສ້າງຕັ້ງຂຶ້ນທີ່ວິທະຍາໄລລິວເຫີ ແຂວງນານຈິງ, ປີ 2021 ວິທະຍາໄລລິວເຫີ ແລະ ມະຫາວິທະຍາໄລແຫ່ງຊາດໄດ້ເຊັນສັນຍາກັນ ວ່າດ້ວຍການຮ່ວມມື ສ້າງສູນການກະເສດອັດສະລິຍະ ເຊິ່ງເບື້ອງຕົ້ນໄດ້ສ້າງລະບົບໂປແກຼມຕິດຕາມການກະເສດທາງອອນລາຍ ເຊິ່ງລະບົບດັ່ງກ່າວມີທັງພາສາລາວ ແລະ ພາສາຈີນ, ນັກສຶກສາທັງສອງຝ່າຍລາວ-ຈີນ ສາມາດແລກປ່ຽນບົດຮຽນ ແລະ ຕິດຕາມການທົດລອງຕ່າງໆຜ່ານລະບົບດັ່ງກ່າວໄດ້ທົ່ວທຸກມຸມໂລກໂດຍຜ່ານລະບົບອອນລາຍ, ໃນສອງປີທີ່ຜ່ານມາຍ້ອນການແພ່ລະບາດພະຍາດ COVID-19 ຈິ່ງເຮັດໃຫ້ທັງສອງຝ່າຍໄດ້ປຶກສາຫາລື ແລະ ຮ່ວມມືກັນຜ່ານລະບົບອອນລາຍ, ເຊິ່ງໃນສອງປີທີ່ຜ່ານມາ ຝ່າຍລາວໄດ້ຂື້ນສອນ ແລະ ແລກປ່ຽນບົດຮຽນຜ່ານລະບົບອອນລາຍໂດຍມີທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ. ຟອງສະໝຸດ ສຸທຳມະວົງ ອາດີດຄະນະບໍດີ ຄະນະກະເສດສາດ ແລະ ທ່ານ ປອ. ວັນນະພອນ ພຸດທະນາ ຮອງຄະນະບໍດີ ຄະນະກະເສດສາດ ໄດ້ສິດສອນ ແລະ ສະເໜີການກະເສດຂອງ ສປປ.ລາວ ໃຫ້ແກ່ນັກສຶກສາ ແລະ ຄູອາຈານ ຝ່າຍຈີນຜ່ານລະບົບອອນລາຍ.

  ໃນພິທີດັ່ງກ່າວ ທ່ານ ຮສ. ໂພສີ ທິບດາວັນ ໄດ້ຂື້ນກ່າວ ແລະ ຊົມເຊີຍຜົນສໍາເລັດຂອງສະຫະພັນ ແລະ ຜົນງານຂອງ “Jinling Workshop”, ເຊິ່ງຫວັງຢ່າງຍິ່ງວ່າ ການຮ່ວມມືຂອງສອງຝ່າຍພວກເຮົາຈະສ້າງນະວັດຕະກໍາໃໝ່ ໂດຍສະເພາະໃນຂົງເຂດການກະເສດ ຂອງມະຫາວິທະຍາໄລແຫ່ງຊາດ ໃຫ້ກ້າວໜ້າຂຶ້ນ ແລະ ມີຜົນຜະລິດທີ່ເປັນຜະລິດຕະພັນຂອງສອງພາກສ່ວນພວກເຮົາ, ໃນພິທີດັ່ງກ່າວໄດ້ມີການມອບປ້າຍ ສູນຟາມຂະໜາດນ້ອຍໃນວິທະຍາເຂດໂຮງຮຽນ ໃຫ້ແກ່ມະຫາວິທະຍາໄລ ແລະ ວິທະຍາໄລທີ່ເຂົ້າຮ່ວມ.

  ນອກຈາກນັ້ນ ທ່ານ ຟານຕົງປຽວ ຮອງພະແນກສຶກສາເມືອງນານຈິງ ພ້ອມດ້ວຍຄະນະນໍາໄດ້ຕ້ອນຮັບຄະນະຈາກມະຫາວິທະຍາໄລແຫ່ງຊາດ ແລະ ກ່າວຊົມເຊີຍການຮ່ວມມືລະຫວ່າງສອງຝ່າຍ, ເຊິ່ງທາງການຈັດຕັ້ງທ້ອງຖິ່ນເມືອງນານຈິງພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນການຮ່ວມມື.

ໃນຕອນທ້າຍ ທ່ານ ຮສ.ໂພສີ ທິບດາວັນ ພ້ອມດ້ວຍຄະນະໄດ້ລົງຢ້ຽມຢາມ ຟາມກະເສດອັດສະລິຍະ ສະຫະພັນ ແລະ ມະຫາວິທະຍາໄລ ເຊິ່ງຢ້ຽມຊົມສວນປູກໝາກສະຕໍເບີລີ, ເຊິ່ງທາງສະຫະພັນຍິນດີທີ່ຈະມາສຶກສາຄວາມເປັນໄປໄດ້ທີ່ຈະປູກໝາກສະຕໍເບີລີທົດລອງທີ່ ສປປ.ລາວ ໂດຍຮ່ວມມືກັບມະຫາວິທະຍາໄລແຫ່ງຊາດ.