Select your language

 ແມ່ຍິງ ແລະສາຍນໍ້າ ແມ່ນມີຄວາມກ່ຽວພັນກັນຢ່າງສະໜິດແໜ້ນ ແລະບໍ່ສາມາດແຍກອອກຈາກກັນໄດ້ ບໍ່ວ່າຈະເປັນການໃຊ້ນໍ້າໃນຊີວິດປະຈຳວັນພາຍໃນຄົວເຮືອນໃນການແຕ່ງຢູູ່ຄົວກິນ, ຊັກເຄື່ອງ ລວມເຖິງການໃຊ້ນໍ້າມາບໍລິໂພກໃນຊີວິດປະຈຳວັນ, ແມ່ຍິງຖືມີບົດບາດສຳຄັນກັບການໃຊ້ນໍ້າໂດຍກົງ ຍ້ອນເຫັນໄດ້ຄວາມສຳຄັນແນວນັ້ນ ໃນວັນທີ 27 ທັນວາ 2023 ຜ່ານມາ, ຄະນະຊັບພະຍາກອນນໍ້າ (ຄຊນ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານເຜີຍແຜ່ເລື່ອງເລົ່າແມ່ຍິງ ແລະການປັບປ່ຽນວີຖີຊີວິດທີ່ຕິດພັນ ກັບການພັດທະນາແຫຼ່ງນໍ້າ ທີ່ຄະນະຂອງຕົນ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ບົວດຳ ແສງຄຳຄຸດລາວົງ ຫົວໜ້າຫ້ອງການ ມຊ, ທ່ານ ຄຳເກັ່ງ ຈັນທະວົງສາ ຮອງຄະນະບໍດີ ຄຊນ, ທ່ານ ທອງຈັນ ລ້ານສີ ຜູ້ປະສານງານອົງການ OXFAM ປະຈຳ ສປປ ລາວ ທັງເປັນຜູ້ຕາງໜ້າ ຜູ້ໃຫ້ການສະໜັບໜູນຈາກ DFAT, ມີບັນແຂກຖືກເຊີນ, ພະນັກງານ, ຄູ-ອາຈານ, ນັກສຶກສາ ແລະນ້ອງໆນັກຮຽນມັດທະຍົມເຂົ້າຮ່ວມ.

       ໃນພິທີຜູ້ເຂົ້າຮ່ວມ ໄດ້ຮັບຟັງເລື່ອງເລົ່າຈາກນັກສຶກສາ ຄຊນ ທີ່ໄດ້ລົງໄປເກັບກຳຂໍ້ມູນຈາກປະຊາຊົນ ຢູ່ແຂວງຫຼວງພະບາງ ທີ່ດຳລົງຊີວິດຕິດພັນກັບສາຍນໍ້າໂດຍສະເພາະກໍແມ່ນການນຳໃຊ້ນໍ້າເຂົ້າໃນການໃຊ້ຊີວິດປະຈຳ, ໃນຂົງເຂດການຜະລິດ ຈົນເຖິງການສ້າງລາຍຮັບໂດຍອາໃສແຫຼ່ງນໍ້າ ເຊິ່ງໂຄງການດັ່ງກ່າວໄດ້ຮັບທຶນການສະໜັບສະໜູນຈາກອົງການຈັດຕັ້ງສາກົນ OXFAM, DFAT. ພ້ອມນັ້ນ ພາຍໃນງານຍັງຈະໄດ້ຮັບຟັງ ການບັນຍາຍ ໃນຫົວຂໍ້ພິເສດ ຫົວຂໍ້: ກວ່າຈະເຖິງວັນນີ້ “ ຈາກຄັນໄຖ ສູ່ໃບປະລິນຍາ ມາເປັນນັກເວົ້າ” ໂດຍໃຫ້ກຽດບັນຍາຍໂດຍ ທ່ານ ອຈ. ທອງດີ ພົມມະວົງສາ ອຳນວຍການສູນເຝິກທັກສະ ແລະມີເວທີແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະກັນອີກດ້ວຍ.

ພາບບັນຍາກາດ