Select your language

ໃນຕອນບ່າຍວັນທີ 27 ທັນວາ 2023 ຜ່ານມານີ້, ສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດທໍາມະຊາດ(ຄວທ) ຈັດກອງປະຊຸມໃຫຍ່ຄັ້ງທີ VII  ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II. ໂດຍການເປັນປະທານຮ່ວມຂອງສະຫາຍ ຮສ. ປອ. ແຫຼມທອງ ລັດດາວົງ ເລຂາຄະນະພັກຮາກຖານ, ຄະນະບໍດີ ຄວທ, ສະຫາຍ ນາງ ໃບສີ ວາເນັງຈື ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງສຶກສາ ແລະກີລາ, ປະທານສະຫະພັນແມ່ຍິງະພັນແມ່ຍິງ ມຊ, ສະຫາຍ ນາງ ສົມມະນີ ລູຊະວົງ ປະທານສະຫະພັນແມ່ຍິງຮາກຖານ ຄວທ, ສະຫາຍ  ໄກສອນ ສົນທິກຸມມານ ປະທານກໍາມະບານຮາກຖານ ຄວທ ແລະສະຫາຍ ປອ. ແສງທອງ ບຸນຍາວົງ ເລຂາຊາວໜຸ່ມ ຮາກຖານ ຄວທ,  ມີບັນດາແຂກທີ່ຖືກເຊີນ, ບັນດາຄະນະບໍລິຫາງານແມ່ຍິງຮາກຖານ ຄວທ ແລະສະມາຊິກສະຫະພັນແມ່ຍິງ ພາກສ່ວນພະນັກງານ, ຄູ-ອາຈານ ແລະນັກສຶກສາຂອງ ຄວທ ເຂົ້າຮ່ວມ 80 ສະຫາຍ.

           ໃນພິທີ ນາງ ສົມມະນີ ລູຊະວົງ ປະທານສະຫະພັນແມ່ຍິງຮາກຖານ ຄວທ ໄດ້ຂຶ້ນຜ່ານບົດລາຍງານການເຄື່ຶອນໄຫວໄລຍະ 5 ປີ (2019-2023 ) ຜ່ານມາ ແລະສະເໜີທິດທາງແຜນການໄລຍະ 5 ປີ ໃນຕໍ່ໜ້າ (2024-2029) ຂອງ ສະຫະພັນແມ່ຍິງ ຄວທ ໃນການຈັດຕັ້ງປະຕິບັດວຽກງານຕໍ່ທີ່ປະຊຸມ; ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານເຊັ່ນ ວຽກງານການສຶກສາອົບຮົມການເມືອງແນວຄິດ ຄະນະບໍລິຫານງານຮາກຖານ ຄວທ, ຫົວໜ້າໜ່ວຍ, ຫົວໜ້າຈຸ ກໍໄດ້ເປັນເຈົ້າການ, ເປັນແບບຢາງ ແລະລົງໃກ້ຊິດຕິດແທດ ໃນຂອບເຂດທີ່ຕົນຮັບຜິດຊອບ, ເພື່ອສຶກສາອົບຮົມແນວຄິດສະມາຊິກໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ  ແລະມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ ແລະລັດ ພ້ອມທັງໄດ້ນໍາພາສະມາຊິກເຂົ້າຮ່ວມຮັບຟັງການເຜີຍແຜ່ ເອກະສານສໍຳຄັນຕ່າງໆເຊັ່ນເຊື່ອມຊຶມມະຕິຄໍາສັ່ງ, ລະບຽບກົດໝາຍ, ນິຕິກໍາຕ່າງໆ ແລະວັນສຳຄັນຕ່າງໆ ຕາມແຈ້ງການຂອງຄະນະພັກຮາກຖານ ຄວທ. ວຽກງານການປັບປຸງການຈັດຕັ້ງ, ວຽກຂະຫຍາຍສະຫະພັນແມ່ຍິງ ແລະບໍາລຸງສ້າງພະນັກງານເພດຍິງ ໄດ້ແຕ່ງຕັ້ງຫົວໜ້າໜ່ວຍ 6 ຄັ້ງ ຈໍານວນ 12 ສະຫາຍ, ແຕ່ງຕັ້ງ ຮອງໜ່ວຍ 11 ຄັ້ງ ຈໍວນວນ 18 ສະຫາຍ, ໄດ້ຍົກຍ້າຍແມ່ຍິງທີ່ເປັນນັກສຶກສາໄປເຄື່ອນໄຫວຢູ່ກົມກອງອື່ານ ຈໍານວນ 794 ສະຫາຍ. ຍົກຍ້າຍໄປຍົກລະດັບຢູ່ຕ່າງປະເທດ 5 ສະຫາຍ. ນອກຈາກນັ້ນຍັງມີວຽກງານດ້ານອື່ນໆອີກເຊັ່ນ ວຽກງານນະໂຍບາຍ, ປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍ, ວຽກງານຂະບວນການແຂ່ງຂັນ 3 ດີ, ວຽກງານປຸກລະດົມຂະບວນການແມ່ຍິງປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ແລະໜ້າທີ່ວິຊາສະເພາະ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານຫາລາຍໄດ້ເພິ່ມໃຫ້ແກ່ຄອບຄົວ, ການຮັກສາສຸຂະພາບ, ວຽກງານວັດທະນະທຳ, ການເຄື່ອນໄຫວສິລະປະ-ກີລາ, ການຍ້ອງຍໍ ແລະອອກແຮງງານຕ່າງໆ, ວຽກງານສ້າງຄັງ ແລະວຽກງານກວດກາ.

          ຈາກຜົນງານດັ່ງກ່າວມີສະມາຊິກສະຫະພັນແມ່ຍິງ ຄວທ ຄັດເລືອກໄດ້ບຸກຄົນ 3 ດີ ໃນໄລຍະທ້າຍສະໄໝ V (2016-2020) ໄດ້ຮັບໃບຍ້ອງຍໍທີ່ມີຜົນງານດີເດັ່ນ ປະເພດ 1 ຈໍານວນ 83 ສະຫາຍ, ຍິງ 35 ສະຫາຍ, ປະເພດ 2 ຈໍານວນ 235 ສະຫາຍ, ຍິງ 94 ສະຫາຍ, ປະເພດ 3 ຈໍານວນ 153 ສະຫາຍ, ຍິງ 66 ສະຫາຍ. ໄດ້ຮັບການຍ້ອງຍໍພໍ່ຕົວແບບ 3 ດີ ຈໍານວນ 2 ສະຫາຍ, ແມ່ຕົວແບບ 2 ສະຫາຍ ແລະລູກຕົວແບບ 2 ສະຫາຍ. ນອກຈາກນັ້ນ ໃນປີ 2021 ບຸກຄົນດີເດັ່ນ 3 ດີ ຂັ້ນສະຫະພັນແມ່ຍິງກະຊວງສຶກສາທິການ ແລະກີລາ ຈໍານວນ 38 ສະຫາຍ, ຂັ້ນສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ ຈໍານວນ 7 ສະຫາຍ. ປີ 2022 ບຸກຄົນດີເດັ່ນ 3 ດີ ຂັ້ນຂັ້ນສະຫະພັນແມ່ຍິງກະຊວງສຶກສາທິການ ແລະກີລາ ຈໍານວນ 36 ສະຫາຍ, , ຂັ້ນສະຫະພັນແມ່ຍິງມະຫາວິທະຍາໄລແຫ່ງຊາດ ຈໍານວນ 8 ສະຫາຍ.

            ຈາກນັ້ນ ໃນພິທີຍັງໄດ້ມີການປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ຄະນະວິທະຍາສາດທຳມະຊາດ ມຊ ຊຸດໃໝ່; ມີຜູ້ສະໝັກທັງໝົດ 7 ສະຫາຍ ຄັດເລືອກເອົາ 5 ສະຫາຍ ຜ່ານການຄັດເລືອກໃນທີ່ປະຊຸມ ໄດ້ເລືອກ ສະຫາຍ ນາງ ອິນນາວັນ ນາມຄາລັກ ເປັນປະທານ, ສະຫາຍ ປອ. ນາງ ສົມພູທອນ ພົມມະຈັກ ເປັນຮອງ, ສະຫາຍ ປອ. ນາງ ກິ່ງສະດິງທອງຄໍາ ວົງເດັດ ເປັນປະທານກວດກາ, ສະຫາຍ ນາງ ພິດສະໄໝ ມຸນລະດົກ ແລະສະຫາຍ ນາງ ອໍລະດີ ຄໍາມະນີວົງ ເປັນຄະນະ.

         ໃນຕອນທ້າຍ ພິທີໄດ້ຮັບຟັງການ ໂອ້ລົມ ຂອງສະຫາຍ ຮສ.ປອ ແຫຼມທອງ ລັດດາວົງ  ແລະສະຫາຍ ນາງ ໃບສີ ວາເນັງຈື ເຊິ່ງ ທັງສອງສະຫາຍ ໄດ້ກ່າວສະແດງການຍ້ອງຍໍຊົມເຊີຍ ຕໍ່ການຊີ້ນໍານໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງຮາກຖານ ຄວທ ທີ່ໄດ້ນໍາພາສະມາຊິກແມ່ຍິງປະຕິບັດໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ເຊິ່ງສອງສະຫາຍຕ່າງກໍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານແມ່ຍິງຮາກຖານ ຊຸດໃໝ່ ສືບຕໍ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ໃຫ້ດີຂຶ້ນເປັນກ້າວໆ. ໃຫ້ປະສົບຜົນສໍາເລັດເປັນຕົ້ນດ້ານແບບແຜນວິທີການນໍາພາ, ວິທີການເຮັດວຽກ, ວຽກງານພາຍໃນໝູ່ຄະນະໃຫ້ຈະແຈ້ງ ແລະສອດຄ່ອງກັບການສຶກສາຄົ້ນຄວ້າຮໍ່າຮຽນຕາມຄຳຂວັນຂອງສະຫະພັນແມ່ຍິງລາວ ແລະຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ“ພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີ”.

ພາບບັນຍາກາດ