Select your language

ໃນຕອນເຊົ້າວັນທີ 3 ມັງກອນ 2024 ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມລາຍງານຜົນການເກັບກໍາຂໍ້ມູນ ແລະສໍາຫຼວດພາກສະໜາມກ່ຽວກັບຫັດຖະກຳຈັກສານໄມ້ປ່ອງ ໃນປີ 2022-2023 ແລະ ຜ່ານແຜນສໍາຫຼວດຫັດຖະກຳຈັກສານໃນປີ 2024 ຂຶ້ນທີ່ຫ້ອງປະຊຸມຂອງສູນ RTC ຄສຄ ໂດຍການເປັນປະທານຂອງທ່ານ ຮສ. ສະເຫຼີມສັກ ພາບຸດດີ ຮັກສາການ ຄະນະບໍດີ ຄສຄ, ເຂົ້າຮ່ວມມີບັນດາຊ່ຽວຊານຈາກປະເທດຢີ່ປຸ່ນ , ຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກພາກວິຊາປະຫວັດສາດ ແລະ ບູຮານວິທະຍາ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການສັງຮວມຄືນແຜນການຈັດຕັ້ງປະຕິບັດຜົນການສໍາຫຼວດພາກສະໜາມກ່ຽວກັບວຽກຫັດຖະກຳໃນປີ 2022 ແລະການລາຍງານຜົນສໍາເລັດການສໍຳຫຼວດປີ 2022-2023 ເຊິ່ງຜົນການສໍາຫຼວດແມ່ນໄດ້ສໍາເລັດການສຳຫຼວດເກັບກໍາຂໍ້ມູນກ່ຽວກັບຫັດຖະກຳຈັກສານ ປະເພດກະພາ, ຊາງ, ປອງ, ຕຼໍ, ກະຕ່າ, ພາເຂົ້າ ແລະ ເຄື່ອງຈັກສານປະເພດອື່ນໆ ຢູ່ ດາກປະດູ່ໃໝ່ ເມືອງຊານໄຊ ແຂວງອັດຕະປື ໂດຍປະຊາຊົນມີພູມປັນຍາໃນການຈັກສານດ້ວຍການສືບທອດມາຈາກບັນພະບູລຸດ, ຊຶ່ງໃນຂົງເຂດບ້ານນີ້ສ່ວນໃຫຍ່ແມ່ນສານ ເພື່ອຮັບໃຊ້ເຂົ້າໃນຊີວິດປະຈຳວັນ ເຊັ່ນ ໃຊ້ເຂົ້າໃນການເກັບກາເຟ, ໃສ່ເຄື່ອງປູກຝັງ, ເປ້ຟືນ ເປັນຕົ້ນ. ພ້ອມນັ້ນ ຍັງໄດ້ສືບຕໍ່ການສໍາຫຼວດເກັບກໍາຂໍ້ມູນ ພູມປັນຍາໃນການຜະລິດຫັດຖະກໍາຈັກສານໄມ້ປ່ອງເປັນສິນຄ້າຢູ່ບ້ານໂພນຊອງ ເມືອງວຽງຄໍາ ແຂວງວຽງຈັນ ຊຶ່ງເປັນບ້ານໜຶ່ງທີ່ທາງເມືອງວຽງຄໍາ ໄດ້ປະກາດເອົາຫັດຖະກຳຈັກສານໄມ້ປ່ອງຢູ່ບ້ານນີ້ ເປັນສິນຄ້າ (ODOP) ຂອງເມືອງ. ຜ່ານການຄົ້ນຄວ້າ ໄດ້ຮັບຮູ້ວ່າຫັດຖະກໍາຈັກສານ ແມ່ນມີຄວາມສໍາຄັນຫຼາຍຕໍ່ການດໍາລົງຊີວິດຂອງປະຊົນລາວ ຊຶ່ງມັນເປັນພູມປັນຍາທີ່ຕິດພັນກັບວິຖີຊີວິດຂອງຊາວບ້ານທີ່ສືບທອດມາຈາກບັນພະບູລຸດ; ປັດຈຸບັນນີ້ ປະຊາຊົນ ໄດ້ມີການອະນຸຮັກການຈັກສານຮູບແບບ ແລະລວດລາຍແບບດັ້ງເດີມ ພ້ອມກັນນັ້ນກໍພັດທະນາການຜະລິດໃຫ້ເປັນສິນຄ້າ ເພື່ອສ້າງລາຍໄດ້ໃຫ້ແກ່ເສດຖະກິດຄອບຄົວ ແລະພັດທະນາຄຸນນະພາບຊີວິດໃຫ້ດີຂຶ້ນເທື່ອລະກ້າວ. ໃນກອງປະຊຸມຍັງໄດ້ມີການສາທິດ ວິທີການບັນທຶກກ່ຽວຂ້ອງເຄື່ອງຫັດຖະກຳຈາກໄມ້ປ່ອງຈາກຊ່ຽວຊານຍີ່ປຸ່ນ ເພື່ອໃຫ້ຄວາມຮູ້ແກ່ຜູ້ທີ່ເຂົ້າຮ່ວມກອງປະຊຸມ.

ໃນປີ 2024 ນີ້, ທາງທີມງານສໍາຫຼວດຈະໄດ້ກວດແກ້ຂຽນບົດລາຍງານການສໍາຫຼວດໃນປີ 2022-2023 ເພື່ອຈັດພິມບູຮານວິທະຍາ ເຫຼັ້ມ 3, ຮວບຮວມຂໍ້ມູນ ແລະຂຽນບົດລາຍງານ ຜົນການສໍາຫຼວດ 2024, ສືບຕໍ່ການຮ່ວມມືດ້ານວິຊາການ ແລະສໍາລັບແຜນການສຳຫຼວດໃນປີ 2024 ແມ່ນຈະເລີ່ມລົງສໍາຫຼວດໃນລະຫວ່າງວັນທີ 4 ຫາ 8 ມັງກອນ 2024 ຢູ່ທີ່ ເມືອງສິງ, ເມືອງລອງ ແລະເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.

ພາບບັນຍາກາດ