Select your language

ໃນຕອນເຊົ້າວັນທີ 10 ມັງກອນ 2024 ນີ້, ທ່ານ ຫຼີຊູ່ເຫຼີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດຈີນ  ພ້ອມດ້ວຍຄະນະ  ແລະ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວຫນ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສະຖາບັນຂົງຈື  ມະຫາວິທະຍາໄລແຫ່ງຊາດ, ໂດຍມີທ່ານ ຮສ.ປອ. ອຸດົມ ພອນຄໍາເພັງ ເລຂາອົງຄະນະພັກ, ອະທິການບໍດີພ້ອມຄະນະ ໃຫ້ກຽດຕ້ອນຮັບ ທີ່ຫ້ອງປະຊຸມສະຖາບັນຂົງຈື. ໃນໂອກາດຕ້ອນຮັບຄະນະຜູ້ແທນ ຂັ້ນສູງ  ສປ.ຈີນ,  ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນງານຂອງສະຖາບັນຂົງຈື ໃນ13ປີ ຜ່ານມາ, ທ່ານ ຫຼົວໝິງ(LUO Ming) ຜູ້ອໍານວຍການຝ່າຍຈີນ ໄດ້ກ່າວລາຍງານກ່ຽວກັບກິດຈະກໍາ ແລະ ສິ່ງປະດິດຂອງນັກສຶກສາລາວ ແລະ ການສະແດງການຊົງຊາ, ການດີດພິນຈີນ, ການຂຽນຕົວອັກສອນຈີນ ຂອງນັກສຶກສາລາວທີ່ຮຽນຢູ່ສະຖາບັນຂົງຈື.

       ຈາກນັ້ນ, ຄະນະນໍາທັງສອງຝ່າຍລາວ-ຈີນ ໄດ້ລົງຕິດຕາມໃກ້ຊິດຕິດແທດຫ້ອງຮຽນພາສາຈີນ ຂອງນັກສຶກສາ ປີທີ1 ແລະ ປີ 2 ຫຼັກສູດຄູພາສາຈີນ, ເຊິ່ງນັກສຶກສາໄດ້ໃຊ້ພາສາຈີນ ແລະພາສາລາວໃນການແນະນໍາຕົນເອງ ພ້ອມທັງໄດ້ເວົ້າກ່ຽວກັບເປົ້າໝາຍການຮຽນພາສາຈີນ ໃຫ້ແກ່ຄະນະນໍາທັງສອງຝ່າຍໄດ້ຮັບຟັງ.

            ທ່ານ ຫຼີຊູ່ເຫຼີຍ ໄດ້ຕີລາຄາສູງຕໍ່ຜົນງານຂອງສະຖາບັນຂົງຈືທີ່ໄດ້ສ້າງໃນ 13 ປີຜ່ານມາ, ເຊິ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍນ້ອງນັກສຶກສາສະຖາບັນທີ່ສາມາດໃຊ້ພາສາຈີນ-ລາວ ໃນການແນະນໍາຕົນເອງ ແລະສົນທະນາໄດ້ຢ່າງຄ່ອງແຄ້ວ. ນອກຈາກນີ້ຍັງສາມາດເຂົ້າໃຈວັດທະນະທໍາຈີນເປັນຢ່າງດີ. ແລະຂໍໃຫ້ປະກອບສ່ວນເຂົ້າໃນວຽກງານສ້າງສາຍພົວພັນມິດຕະພາບລາວ-ຈີນ. ທ່ານໄດ້ກ່າວຕື່ມວ່າ: ຫວັງຢ່າງຍິ່ງວ່າ ພາຍໃຕ້ການນໍາພາຊີ້ນໍາ ຂອງຄະນະນໍາມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ (GUANGXI MINZU UNIVERSITY) ແລະ ການເອົາໃຈໃສ່ຂອງຄະນະນໍາ ແລະ ພະນັກງານທັງຝ່າຍ ລາວ-ຈີນ ຈະເຮັດໃຫ້ສະຖາບັນຂົງຈືກາຍເປັນສະຖາບັນຕົວແບບພາຍໃນພາກພື້ນ ແລະ ສາກົນ. ແລະອວຍພອນໄຊໃຫ້ ມະຫາວິທະຍາໄລແຫ່ງຊາດ ຈົ່ງພັດທະນາເລື້ອຍໄປຢ່າງບໍ່ຢຸດຢັ້ງ.

ພາບບັນຍາກາດ