Select your language

ໃນວັນທີ 12-13 ມັງກອນ 2024 ຜ່ານມານີ້, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳສະເຫຼີມ-ສະຫຼອງບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2024 ທີ່ສະຖາບັນຂອງຕົນ, ໂດຍຫການເຂົ້າຮ່ວມຂອງທ່ານ ຮສ. ປອ. ອຸດົມ ພອນຄຳເພັງ ອະທິການບໍດີ ມຊ, ທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ ມີຜູ້ຕາງໜ້າຈາກອົງການໄຈກາປະຈຳ ສປປ ລາວ, ແຂກຖືກເຊີນ ພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

          ການຈັດງານບຸນປີໃໝ່ຍີ່ປຸ່ນໃນຄັ້ງນີ້, ກໍເພື່ອເຜີຍແຜ່ວັດທະນະທຳ ແລະວິຖີຊີວິດການເປັນຢູ່ຂອງຄົນຍີ່ປຸ່ນ ເພື່ອໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາ ຜູ້ເຂົ້າຮ່ວມງານ ໄດ້ເຫັນ, ໄດ້ຊົມ ແລະມີຄວາມຮັບຮູ້-ເຂົ້າໃຈ ວັດທະນະທໍາ, ວິຖີການດໍາລົງຊີວິດ ທີ່ເປັນເອກະລັກສະເພາະຂອງ ຄົນຢີ່ປຸ່ນ, ເຊິ່ງພາຍໃນງານຍັງມີການສະແດງ ເພື່ອໃຫ້ເຫັນຄວາມງົດງາມດ້ານສິລະປະ ລະຫວ່າງລາວ ແລະຍີ່ປຸ່ນ ເຊັ່ນ: ມີການສະແດງບົດຟ້ອນລາວ, ການເຕັ້ນແບບຍີ່ປຸ່ນ, ການສະແດງການຕໍ່ສູ້ແບບຄາຣາເຕໂດ ແລະການໃສ່ຊຸດກິໂມໂນຂອງຍີ່ປຸ່ນ. ພາຍໃນງານຍັງ ບໍລິສັດ ແລະຫ້າງຮ້ານຕ່າງໆ ຕັ້ງບູດວາງສະແດງ ຜະລິດຕະພັນຂອງລາວ ອີກດ້ວຍ.

ພາບບັນຍາກາດ